ລາວ-ຫວຽດນາມ ເພີ່ມທະວີການຮ່ວມມືວຽກງານການຄ້າ ແລະ ການລົງທຶນ

    ວັນທີ 13 ທັນວາ 2022 ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມເວທີສົນທະນາການຄ້າ ແລະ ການລົງທຶນ ລະຫວ່າງ ລາວ- ຫວຽດນາມ ຫວຽດນາມ-ລາວ ຈັດຂຶ້ນໂດຍນະຄອນໂຮ່ຈີມິງ ຮ່ວມກັບສະຖານກົງສູນໃຫຍ່ຂອງ ສປປ ລາວ ປະຈໍານະຄອນໂຮ່ຈີມິງ ໂດຍມີທ່ານ ຫງຽນ ວັນ ເນນ ເລຂາຄະນະພັກນະຄອນໂຮ່ຈີມິງ ທ່ານ ຟາມ ວັນມາຍ ປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈີມິງ ພ້ອມດ້ວຍບັນດາທ່ານລັດຖະມົນຕີ ຮອງລັດຖະມົນຕີ ກະຊວງ ອົງການທີ່ກ່ຽວຂ້ອງຂອງ ສປປ ລາວ ການນຳຂອງແຂວງຫົວພັນ ຄຳມ່ວນ ສະຫວັນນະເຂດ ເຊກອງ ແລະ ຈຳປາສັກຂອງ ສປປ ລາວ ຕະຫຼອດຮອດບັນດານັກທຸລະກິດຫວຽດນາມ ແລະ ລາວ ເຂົ້າຮ່ວມ.

    ການຈັດກອງປະຊຸມຄັ້ງນີ້ ມີຄວາມໝາຍຄວາມສໍາຄັນເປັນພິເສດ ເນື່ອງຈາກເປັນໄລຍະເວລາທີ່ສອງພັກ ສອງລັດ ແລະ ປະຊາຊົນສອງຊາດ ກຳລັງສະເຫຼີມສະຫຼອງປີສາມັກຄີມິດຕະພາບ ກໍຄືສະເຫຼີມສະຫຼອງສອງວັນປະຫວັດສາດ ລາວ-ຫວຽດນາມ ຢ່າງເປັນຂະບວນຟົດຟື້ນ ແລະ ມີຄວາມໝາຍເລິກເຊິ່ງ ເປັນການປະກອບສ່ວນ ເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຂອງສອງພັກ ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ນັບມື້ເກີດດອກອອກຜົນບໍ່ຢຸດຢັ້ງ.

    ໂອກາດນີ້ ທ່ານຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕີລາຄາສູງຕໍ່ການນຳຂອງນະຄອນໂຮ່ຈີມິງ ກໍຄືລັດຖະບານຫວຽດນາມ ທີ່ໄດ້ສ້າງເງື່ອນໄຂໃຫ້ມີການຈັດກອງປະຊຸມ ແລະ ການພົບປະລະຫວ່າງພາກທຸລະ ກິດ ເພື່ອແນໃສ່ເສີມຂະຫຍາຍການຮ່ວມມືລະຫວ່າງພາກທຸລະກິດດ້ວຍກັນໃນຕໍ່ໜ້າ ພ້ອມນັ້ນ ຍັງເປັນໂອກາດໃຫ້ຂະແໜງການກ່ຽວຂ້ອງ ບັນດາແຂວງ ໄດ້ຮັບຟັງການສະເໜີຄວາມຕ້ອງການ ແລະ ຈຸດປະສົງຕ່າງໆຂອງພາກທຸລະກິດຫວຽດນາມ ບົນພື້ນຖານນັ້ນ ເພື່ອເປັນບ່ອນອີງໃຫ້ແກ່ພາກລັດໄດ້ຄົ້ນຄວ້າ ສ້າງເງື່ອນໄຂສະພາບແວດລ້ອມທີ່ສະດວກໃຫ້ແກ່ການລົງທຶນຂອງພາກເອກະຊົນໃຫ້ນັບມື້ນັບດີຂຶ້ນ ສິ່ງສໍາຄັນ ຖືເປັນນິດໝາຍອັນດີ ມີຄວາມສໍາຄັນເປັນພິເສດ ເພື່ອປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານຂອງສອງພັກ ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ນັບມື້ເກີດດອກອອກຜົນບໍ່ຢຸດຢັ້ງ ພ້ອມນີ້ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ໄລຍະ 2021-2025 ເຖິງວ່າສະພາບແວດລ້ອມຫຼາຍດ້ານຈະບໍ່ອໍານວຍຫຼາຍດ້ານ ລວມທັງເປົ້າໝາຍການພັດທະນາຕາມທິດສີຂຽວ  ແລະ ຍືນຍົງ  ເຊິ່ງລັດຖະບານໄດ້ມີນະໂຍບາຍສົ່ງເສີມການລົງທຶນໃນຂະແໜງກະສິກໍາສະອາດ ອຸດສາຫະກໍາປຸງແຕ່ງ ການທ່ອງທ່ຽວ ວັດທະນະທໍາ ແລະ ອະນຸຮັກທໍາມະຊາດ ການພັດທະນາຂະແໜງພະລັງງານສະອາດ (ເປັນຕົ້ນ ພະລັງງານໄຟຟ້ານໍ້າຕົກ ພະລັງງານລົມ ແລະ ແສງຕາເວັນ) ລວມເຖິງການຊຸກຍູ້ຂະແໜງອຸດສາຫະກໍາ ຜະລິດພາຫະນະຂົນສົ່ງທີ່ນໍາໃຊ້ພະລັງງານສະອາດ ສປປ ລາວ ພ້ອມທັງໄດ້ພະຍາຍາມສົ່ງເສີມຂະແໜງນະວັດຕະກໍາໃໝ່ ໃຫ້ສອດຄ່ອງກັບອຸດສາຫະກໍາ 4.0 ໂດຍການນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝເຂົ້າໃນການຜະລິດ ໂລຈິສຕິກ ຕົວເມືອງທັນສະໄໝ (Smart City) ການອໍານວຍຄວາມສະດວກ ດ້ານການຂົນສົ່ງ ແລະ ຂະແໜງ SME ໂອກາດດຽວກັນ ໃນວາລະດໍາເນີນກອງປະຊຸມ ຍັງໄດ້ມີການສົນທະນາແລກປ່ຽນຄຳຄິດເຫັນລະຫວ່າງພາກທຸລະກິດຂອງຫວຽດນາມ ແລະ ພາກລັດຂອງ ສປປ ລາວ ຕື່ມອີກ.

    ໃນໄລຍະເຄື່ອນໄຫວເຮັດວຽກຢູ່ ສສ ຫວຽດນາມ ຄັ້ງນີ້ ທ່ານຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ຍັງໄດ້ເຄື່ອນໄຫວໄປຢ້ຽມຢາມສະພາບການພັດທະນາເສດຖະກິດ-ສັງຄົມ ຂອງຕົວເມືອງຖູດຶກ ເຊິ່ງໄດ້ຮັບການສ້າງຕັ້ງເປັນຕົວເມືອງທີ່ຂຶ້ນກັບສູນກາງ ຕາມມະຕິຕົກລົງຂອງສະພາແຫ່ງຊາດ ສສ ຫວຽດ ນາມ ໃນທ້າຍປີ 2020.

error: Content is protected !!