ຂະຫຍາຍການຮ່ວມມື ໃນການສົ່ງເສີມການລົງທຶນຢູ່ ສປປ ລາວ

    ກອງປະຊຸມພົບປະລະຫວ່າງພາກລັດ ແລະ ນັກລົງທຶນຫວຽດນາມ ປະຈຳປີ 2022 ຈັດຂຶ້ນວັນທີ 9 ທັນວາ 2022 ທີ່ໂຮງແຮມເມືອງແທ່ງ ນະຄອນຫຼວງວຽງຈັນ ຕາງໜ້າຄະນະຜູ້ແທນຝ່າຍລາວ ໂດຍທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ປະທານຄະນະກຳມະການຮ່ວມມື ລາວ-ຫວຽດນາມ ແລະ ຝ່າຍຫວຽດນາມ ໂດຍທ່ານ ເຈິນ ກວັກ ເຟືອງ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ສສ.ຫວຽດນາມ ຮອງປະທານຄະນະກຳມະການຮ່ວມມືຫວຽດນາມ-ລາວ ແລະ ທ່ານ ຫງວຽນ ບ່າ ຮຸ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາສປປ ລາວ ມີບັນດາທ່ານຮອງລັດຖະມົນຕີ ວິສາຫະກິດສອງປະເທດ ແລະ ວິຊາການສອງປະເທດເຂົ້າຮ່ວມ.

    ຈຸດປະສົງຂອງກອງປະຊຸມຄັ້ງນີ້ ເພື່ອຜັນຂະຫຍາຍການຮ່ວມມືໃນການສົ່ງເສີມການລົງທຶນ ແລະ ຊຸກຍູ້ການແກ້ໄຂບັນຫາຊ່ວຍພາກທຸລະກິດ ເພື່ອໃຫ້ໄດ້ຮັບຄວາມສະດວກໃນການດຳເນີນທຸລະກິດຢູ່ ສປປ ລາວ ແລະ ແມ່ນກິດຈະກຳໜື່ງຂອງປີສາມາຄີມິດຕະພາບ ລາວ-ຫວຽດນາມ ແລະ ປະຕິບັດຜັນຂະຫຍາຍຂໍ້ຕົກລົງແຜນການຮ່ວມມືຂອງສອງລັດຖະບານ ລາວ ແລະ ຫວຽດນາມ ປີ 2022 ເຊິ່ງໄດ້ປະກອບສ່ວນອັນສໍາຄັນໃນການເສີມຂະຫຍາຍສາຍພົວພັນອັນດີໃຫ້ແກ່ສອງພັກ ກໍຄືສອງລັດຖະບານ ລາວ ແລະ ຫວຽດນາມ ພ້ອມນີ້ ຍັງເປັນເວທີເປີດກ້ວາງໃຫ້ພາກທຸລະກິດຈາກ ສສ.ຫວຽດນາມ ໄດ້ມີຄໍາເຫັນຕໍ່ກັບສະພາບການດໍາເນີນທຸລະກິດຢູ່ລາວ ໂດຍລົງເລິກແລກປ່ຽນຂໍ້ຄິດເຫັນເຊິ່ງກັນ ແລະ ກັນ ລວມເຖິງບັນຫາຂໍ້ຫຍຸ້ງຍາກ ແລະ ຂໍ້ສະເໜີແນະຕ່າງໆ ເພື່ອເຮັດໃຫ້ຂະແໜງການກ່ຽວຂ້ອງຂອງພາກລັດໄດ້ຮັບຊາບສະພາບຂໍ້ຫຍຸ້ງຍາກ ແລະ ພິຈາລະນາທົບທວນ ທັງຄົ້ນຄວ້າ ແລະ ແກ້ໄຂບັນຫາຕ່າງໆທີ່ຕັ້ງຂຶ້ນໃຫ້ເປັນຮູບປະທໍາ ນອກນັ້ນ ໃນກອງປະຊຸມຄັ້ງນີ້ ຍັງຮັບຟັງການລາຍງານກ່ຽວກັບສະພາບການລົງທຶນຂອງຫວຽດນາມຢູ່ ສປປ ລາວ ຈາກນັ້ນ ໄດ້ຮັບຟັງການລາຍງານຂອງພາກທຸລະກິດຫວຽດນາມ ຕໍ່ກັບສະພາບການດໍາເນີນທຸລະກິດຢູ່ ສປປ ລາວ ໂດຍປະກອບມີທັງໝົດ 4 ຫົວຂໍ້ໃຫຍ່ຄື:

  1. ວຽກງານການລົງທຶນໃນຂະແໜງໄຟຟ້າ
  2. ຂະແໜງບໍ່ແຮ່
  3. ຂະແໜງກະສິກຳ
  4. ຂະແໜງການບໍລິການ.

    ຕອນທ້າຍກອງປະຊຸມ ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນຂອງລາວ ໄດ້ມີຄໍາເຫັນຕື່ມບາງຈຸດຕໍ່ຜົນຂອງກອງປະຊຸມດັ່ງນີ້:

  • ຕໍ່ກັບກົນໄກການຕິດຕາມຄວາມຄືບໜ້າການແກ້ໄຂບັນຫາຕ່າງໆ ມອບໃຫ້ກົມສົ່ງເສີມການລົງທຶນຮ່ວມກັບຫ້ອງການຄະນະກຳມະທິການຮ່ວມມືລາວ-ຫວຽດນາມ ສົມທົບກັບພະແນກກ່ຽວຂ້ອງຂອງສະຖານທູດຫວຽດນາມ ໃນການຈັດກອງປະຊຸມວິຊາການໃນທຸກ 6 ເດືອນ ເພື່ອຕິດຕາມຄວາມຄືບໜ້າ ການແກ້ໄຂບັນຫາຂອງແຕ່ລະຂະແໜງການກ່ຽວຂ້ອງ ແລະ ໃຫ້ມີການລາຍງານເປັນແຕ່ລະໄລຍະ
  • ເນື່ອງຈາກເຫັນໄດ້ເຖິງຄວາມສໍາຄັນ ວຽກງານການບໍລິການຂອງພາກລັດ ຕໍ່ການຮັບຟັງ ຕິດຕາມແກ້ໄຂຂໍ້ຫຍຸ້ງຍາກ ແລະ ຂ້ອງຄາຂອງບັນດາວິສາຫະກິດເອກະຊົນພາຍໃນ ແລະ ຕ່າງປະເທດ ທີ່ກໍາລັງດໍາເນີນຢູ່ ສປປ ລາວ.

.

# ຂ່າວ – ພາບ :  ຊິລິການດາ

error: Content is protected !!