ເປີດສາກແຂ່ງຂັນຢ່າງເປັນທາງການແລ້ວ ການແຂ່ງຂັນກີລາບານສົ່ງໃນຮົ່ມ ແລະ ຫາດຊາຍ ທັງປະເພດທີມຍິງ ແລະ ທີມຊາຍ ໃນງານມະຫະກຳກີລາແຫ່ງຊາດ ຄັ້ງທີ 11 ຫຼື ຊຽງຂວາງ ເກມ ໄດ້ມີຂຶ້ນໃນວັນທີ 12 ທັນວາ 2022 ທີ່ເດີ່ນບານສົ່ງໃນຮົ່ມ ບ້ານໂພນມີໄຊ ເມືອງແປກ ແຂວງຊຽງຂວາງ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຈັນໄຄ ສຸທິຈັກ ຄະນະປະຈຳພັກແຂວ ຫົວໜ້າອົງການກວດກາພັກ-ລັດແຂວງຊຽງຂວາງ ທ່ານ ກະເສມ ອິນທະລາ ຮອງຫົວໜ້າກຳມະການເຕັກນິກຈັດງານມະຫະກຳກິີລາແຫ່ງຊາດ ຄັ້ງທີ 11 ແລະ ທ່ານ ຈັນສະໝອນ ຜ່ອງຈັນທາ ປະທານສະຫະພັນບານສົ່ງແຫ່ງຊາດລາວ ພ້ອມດ້ວຍບັນດາຄະນະນຳ ຄູເຝິກ ແລະ ນັກກີລາ ຕະຫຼອດຮອດບັນດາຊາວແຂວງຊຽງຂວາງ ເຂົ້າຮ່ວມຊົມ-ເຊຍ ຢ່າງຫຼວງຫຼາຍ.

ລາຍການດັ່ງກ່າວ ຈະມີການຊີງໄຊທັງໝົດ 4 ຫຼຽນຄຳ ສຳລັບບານສົ່ງໃນຮົ່ມ ມີການຊີງໄຊ 2 ຫຼຽນຄຳ ເລີ່ມແຂ່ງຂັນລະຫວ່າງວັນທີ 12-21 ທັນວາ 2022 ແລະ ບານສົ່ງຫາດຊາຍ ຊີງໄຊ 2 ຫຼຽນຄຳ ເລີ່ມແຂ່ງຂັນລະຫວ່າງວັນທີ 12-18 ທັນວາ 2022 ສະເພາະກີລາບານສົ່ງຮົ່ມທີມຍິງ ມີ 4 ພາກສ່ວນ ໃນນັ້ນ ມີ 1 ກະຊວງ ແລະ 3 ແຂວງ ຈັດກຸ່ມດຽວ ແຂ່ງຂັນພົບກັນໝົດ ຄັດເລືອກເອົາທີ 1 ໄປພົບກັບ ທີ 4 ແລະ ທີ 2 ພົບກັບ ທີ 3 ທີມໃດຊະນະ ໄປຊີງຫຼຽນຄຳ ປະກອບມີ: ກະຊວງປ້ອງກັນປະເທດ ແຂວງຊຽງຂວາງ ເຈົ້າພາບ ແຂວງສະຫວັນນະເຂດ ແລະ ແຂວງໄຊຍະບູລີ ສ່ວນທີມຊາຍ ມີ 9 ພາກສ່ວນເຂົ້າຮ່ວມ ປະກອບມີ 1 ກະຊວງ 1 ນະຄອນຫຼວງ ແລະ 7 ແຂວງ ແບ່ງອອກເປັນ 2 ກຸ່ມ ກໍຄື

- ກຸ່ມ ກ
- ແຊັມເກົ່າ ກະຊວງປ້ອງກັນປະເທດ
- ນະຄອນຫຼວງວຽງຈັນ
- ແຂວງໄຊຍະບູລີ
- ແຂວງສະຫວັນນະເຂດ
- ແຂວງຈຳປາສັກ
- ກຸ່ມ ຂ ປະກອບມີ
- ແຂວງບໍ່ແກ້ວ
- ແຂວງຊຽງຂວາງ ເຈົ້າພາບ
- ແຂວງຫຼວງພະບາງ
- ແຂວງຄຳມ່ວນ.
ຂະນະທີ່ ບານສົ່ງຫາດຊາຍ ທີມຊາຍ ປະກອບມີ 10 ພາກສ່ວນ ຄື: 2 ກະຊວງ 1 ນະຄອນຫຼວງ ແລະ 7 ແຂວງ ແບ່ງອອກເປັນສອງກຸ່ມ
- ກຸ່ມ ກ ປະກອບມີ
- ແຂວງເຊກອງ
- ແຂວງຄຳມ່ວນ
- ແຂວງອັດຕະປື
- ແຂວງບໍ່ແກ້ວ
- ກະຊວງປ້ອງກັນປະເທດ
- ສ່ວນກຸ່ມ ຂ ປະກອບມີ
- ກະຊວງສາທາລະນະສຸກ
- ນະຄອນຫຼວງວຽງຈັນ
- ແຂວງໄຊຍະບູລີ
- ແຂວງຈຳປາສັກ
- ເຈົ້າພາບ ແຂວງຊຽງຂວາງ
ບານສົ່ງຫາດຊາຍ ທີມຍິງ ມີ 2 ກະຊວງ ແລະ 5 ແຂວງ ແບ່ງສອງກຸ່ມ
- ກຸ່ມ ກ
- ກະຊວງປ້ອງກັນປະເທດ
- ແຂວງຈຳປາສັກ
- ແຂວງຄຳມ່ວນ
- ແຂວງຫຼວງພະບາງ
- ກຸ່ມ ຂ
- ເຈົ້າພາບ ແຂວງຊຽງຂວາງ
- ກະຊວງສາທາລະນະສຸກ
- ແຂວງອັດຕະປື.
# ຂ່າວ – ພາບ : ສີພອນ

