18 ພຶດສະພາ ແມ່ນວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນທີ່ທົ່ງໄຫຫີນ ແຂວງຊຽງຂວາງ ປີນີ້ຄົບຮອບ 67 ປີ (18/5/1959-18/5/2026)

ເມື່ອຫວນຄືນວັນທີ 18 ພຶດສະພາ ແມ່ນວັນປະຫວັດສາດອັນສຳຄັນຍິ່ງຂອງຊາດ, ຂອງພັກ ແລະ ຂອງກອງທັບປະຊາຊົນລາວ. ມັນແມ່ນວັນທີ່ ກອງພັນທີ 2 ຝ່າຍປະເທດລາວ ໄດ້ສ້າງວິລະກຳອັນມະຫັດສະຈັນ ດ້ວຍການຜ່າວົງປິດລ້ອມອັນໜາແໜ້ນຂອງສັດຕູຢູ່ທົ່ງໄຫຫີນ ແຂວງຊຽງຂວາງ ເພື່ອຖອນກຳລັງກັບຄືນສູ່ຖານທີ່ໝັ້ນປະຕິວັດຢ່າງປອດໄພ, ສ້າງບາດລ້ຽວປະຫວັດສາດໃຫ້ແກ່ການຕໍ່ສູ້ກູ້ຊາດ.
ຕົ້ນກຳເນີດ ແລະ ກົນອຸບາຍ “ຫຼອກເສືອອອກຈາກຖ້ຳ” ພາຍຫຼັງການເຊັນສັນຍາກອງທຶນຮ່ວມມືສອງຝ່າຍ (ວຽງຈັນ ແລະ ຝ່າຍປະເທດລາວ) ໃນປີ 1957, ຝ່າຍປະເທດລາວໄດ້ສະແດງເຈດຕະນາດີ ດ້ວຍການຄັດເລືອກເອົານາຍ ແລະ ພົນທະຫານ 1,500 ຄົນ ເຂົ້າຮ່ວມກັບກອງທັບລາຊະອານາຈັກລາວ, ເຊິ່ງໄດ້ແບ່ງອອກເປັນ 2 ກອງພັນ ຄື: ກອງພັນທີ 1 (ຍົກຍ້າຍໄປຊຽງເງິນ, ຫຼວງພະບາງ) ແລະ ກອງພັນທີ 2 (ຕັ້ງທັບຢູ່ເຂດບ້ານອ່າງ, ທົ່ງໄຫຫີນ, ຊຽງຂວາງ). ກ່ອນການເຄື່ອນທັບ, ປະທານ ໄກສອນ ພົມວິຫານ ໄດ້ໂອ້ລົມຕັກເຕືອນພະນັກງານ-ນັກຮົບຢ່າງເລິກເຊິ່ງວ່າ:
“ພະນັກງານ-ນັກຮົບແຕ່ລະຄົນ ເຖິງຈະຢູ່ໃສ, ໃນສະຖານະ ແລະ ສະພາບແວດລ້ອມໃດກໍຕາມ, ລ້ວນແຕ່ຕ້ອງເປັນ ‘ແນວເຂົ້າປູກທີ່ດີ’ ເພື່ອແຕກໜໍ່ໃຫ້ແກ່ການປະຕິວັດຂະຫຍາຍທົບ 10 ທົບ 100 ເທື່ອ.” ເມື່ອເຫັນທະຫານຝ່າຍປະເທດລາວໄດ້ຮັບຄວາມຮັກແພງ ແລະ ສະໜັບສະໜູນຈາກປະຊາຊົນຢ່າງຫຼວງຫຼາຍ, ພວກປະຕິການຂວາຈັດທີ່ນິຍົມອາເມລິກາ (ລັດຖະບານ ຜຸຍ ຊະນະນິກອນ) ຈຶ່ງໄດ້ວາງແຜນການ “ຫຼອກເສືອອອກຈາກຖ້ຳແລ້ວດັບສູນ” ໂດຍການບີບຮັດດ້ານເສດຖະກິດ, ຕັດສະບຽງອາຫານ, ຢຸດຈ່າຍເງິນເດືອນ ແລະ ຢາປິ່ນປົວ, ຫວັງທຳລາຍກຳລັງຂອງພວກເຮົາ.

ຄ່ຳຄືນແຫ່ງການຕັດສິນໃຈ ແລະ ວິທີຫຼອກລວງສັດຕູຢ່າງມີໄຫວພິບມາຮອດຕົ້ນເດືອນພຶດສະພາ 1959, ສັດຕູໄດ້ຍື່ນຄຳຂາດໃຫ້ກອງພັນທີ 2 ຍອມປົດອາວຸດ ພາຍໃຕ້ຂໍ້ອ້າງເລືຶ່ອນຊັ້ນຕຳແໜ່ງ, ພ້ອມທັງເອົາກຳລັງຫຼວງ 4 ກອງພັນ ແລະ ກຳລັງຂອງວ່າງປາວມາປິດລ້ອມຄ້າຍຢ່າງໜາແໜ້ນ. ຕໍ່ໜ້າສະພາບການອັນເຄັ່ງຮ້ອນ, ສະຫາຍ ໜູຮັກ ພູມສະຫວັນ ໃນນາມຄະນະຊີ້ນຳສູນກາງພັກ ໄດ້ອອກຄຳສັ່ງເດັດຂາດ: “ກອງພັນທີ 2 ຕ້ອງຕັດສິນໃຈບໍ່ໄປຮັບຍົດຊັ້ນຢ່າງເດັດຂາດ, ຖ້າມີຫຍັງເກີດຂຶ້ນແມ່ນໃຫ້ໜີໄປທາງທິດຕາເວັນອອກເພື່ອຮັກສາກຳລັງ.” ເວລາ 19 ໂມງ 30 ນາທີ ຂອງ ວັນທີ 18 ພຶດສະພາ 1959, ຄະນະບັນຊາກອງພັນທີ 2 ໄດ້ປະກາດລຶບຊື່ຮູບການຈັດຕັ້ງຂອງຝ່າຍລາຊະອານາຈັກ ແລະ ສ້າງຕັ້ງຄະນະບັນຊາໃໝ່ ໂດຍແມ່ນ ສະຫາຍ ຈຳນຽນ ບຸນລອດ ເປັນຫົວໜ້າກອງພັນ ແລະ ສະຫາຍ ທອງສະຫວັດ ໄຂຄຳພິທູນ ເປັນການເມືອງ, ແລ້ວເລີ່ມເປີດສາກການຖອນທັບຢ່າງປິດລັບ.
ເພື່ອຫຼອກລວງສັດຕູ, ກອງພັນໄດ້ຈັດຕັ້ງກຳລັງຫຼອກລໍ້ຢ່າງມີພິກໄຫວ:
• ໝວດໜຶ່ງປະຈຳຢູ່ຄ້າຍ ເຮັດໜ້າຕີກະແຫຼ່ງ, ລວມແຖວເອີ້ນຊື່ ເພື່ອໃຫ້ສັດຕູຄິດວ່າທະຫານຍັງຢູ່ປົກກະຕິ ຈົນຮອດທ່ຽງຄືນຈຶ່ງຖອນອອກ.
• ກຳລັງອີກສ່ວນໜຶ່ງປິດລັບສະກັດຢູ່ຂົວຊຽງຂວາງ ເພື່ອກະກຽມທຳລາຍຂົວຖ້າສັດຕູໄລ່ຕາມ.
• ໜ່ວຍຫວ່ານຂ່າວປ່ອຍຂ່າວລືວ່າ ຈະບຸກຕີເອົາຕົວເມືອງໂພນສະຫວັນ ເຮັດໃຫ້ສັດຕູຫຼົງທິດ.
ຮອດເວລາ 7 ໂມງເຊົ້າ ຂອງວັນທີ 19 ພຶດສະພາ 1959, ເມື່ອສັດຕູບຸກເຂົ້າຄ້າຍ ເພື່ອຫວັງປົດອາວຸດ ກໍຕ້ອງຕົກສະເງີ້ ເພາະພົບແຕ່ຄວາມວ່າງເປົ່າ ແລະ ມິດງຽບ.
10 ກວ່າວັນແຫ່ງການລັດປ່າຜ່າດົງ ສູ່ຖານທີ່ໝັ້ນຢ່າງສະຫງ່າງາມ ບົນເສັ້ນທາງຖອນທັບທີ່ແສນທຸລະກັນດານ, ກອງພັນທີ 2 ພ້ອມດ້ວຍຄອບຄົວພະນັກງານ-ນັກຮົບ (ແມ່ຍິງ ແລະ ເດັກນ້ອຍ) ຈຳນວນ 91 ຄອບຄົວ ໄດ້ພາກັນລັດປ່າຜ່າດົງ, ປີນພູຊາວ ທີ່ສູງຊັນ (2,590 ແມັດ). ໃນລະຫວ່າງທາງ, ພວກເຂົາຕ້ອງສູ້ຮົບທັງນ້ອຍ ແລະ ໃຫຍ່ເຖິງ 10 ຄັ້ງ ເພື່ອຕີຕ້ານກຳລັງສັດຕູ 6 ກອງພັນ ແລະ ເຮືອບິນທີ່ໄລ່ຕິດຕາມ. ຍ້ອນໄດ້ຮັບການຊ່ວຍເຫຼືອຢ່າງໝົດຈິດໝົດໃຈຈາກປະຊາຊົນຮາກຖານ ແລະ ການປະສານງານຈາກກອງທັບອ້າຍນ້ອງຫວຽດນາມ, ໃນວັນທີ 2 ມິຖຸນາ 1959, ກຳລັງກອງພັນທີ 2 ທັງໝົດ ກໍໄດ້ເດີນທາງເຖິງເຂດທີ່ໝັ້ນປະຕິວັດຢ່າງປອດໄພ 100%.
ປັດໄຈໄຊຊະນະ ແລະ ບົດຮຽນອັນລ້ຳຄ່າ ໄຊຊະນະອັນມະຫັດສະຈັນ ຂອງການຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນ ຍ້ອນມີບັນດາປັດໄຈພື້ນຖານ ຄື:
1. ການນຳພາອັນສະຫຼາດສ່ອງໃສ: ຂອງພັກປະຊາຊົນ ປະຕິວັດລາວ ທີ່ກຳແໜ້ນສະພາບການຢ່າງທັນການ.
2. ຄຸນທາດການເມືອງໜັກແໜ້ນ: ພະນັກງານ-ນັກຮົບ ມີຄວາມຈົ່ງຮັກພັກດີ, ສາມັກຄີເປັນຈິດໜຶ່ງໃຈດຽວ ແລະ ມີລະບຽບວິໄນເຂັ້ມງວດ.
3. ຄວາມສາມັກຄີທະຫານ-ປະຊາຊົນ: ການປະຕິບັດລະບຽບວິໄນ 12 ຂໍ້ ຢ່າງເຄັ່ງຄັດ (4 ເຄົາລົບ, 4 ບໍ່, 4 ຊ່ວຍ) ເຮັດໃຫ້ໄປຮອດໃສກໍມີປະຊາຊົນປົກປ້ອງ ແລະ ຊ່ວຍເຫຼືອ.
4. ຄວາມສາມັກຄີສາກົນ: ການຊ່ວຍເຫຼືອອັນບໍລິສຸດຜຸດຜ່ອງ ຈາກກອງທັບ ແລະ ປະຊາຊົນຫວຽດນາມອ້າຍນ້ອງ.
ສັງລວມແລ້ວ, 67 ປີຜ່ານມາ, ແຕ່ “ສຽງປືນ” ແລະ ວິລະກຳການຜ່າວົງປິດລ້ອມຂອງກອງພັນທີ 2 ຍັງຄົງດັງກ້ອງກັງວານ ແລະ ເປັນແວ່ນແຍງອັນໃສແຈ້ງ ໃຫ້ແກ່ນາຍ ແລະ ພົນທະຫານຮຸ່ນສືບທອດ ໄດ້ຮ່ຳຮຽນເອົານ້ຳໃຈຮັກຊາດ, ເສີມຂະຫຍາຍມູນເຊື້ອດຸໝັ່ນຂະຫຍັນພຽນ, ເພິ່ງຕົນເອງ, ກຸ້ມຕົນເອງ ເພື່ອພ້ອມກັນປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ຮຸ່ງເຮືອງສີວິໄລຕະຫຼອດໄປ.
ຂ່າວ,ພາບ: ວາລະສານປ້ອງກັນຊາດ