ອົງການອະນາໄມໂລກ (WHO) ອອກຄຳເຕືອນດ່ວນຕໍ່ການແຜ່ຂະຫຍາຍຢ່າງຮວດໄວຂອງ “ຖົງນິໂຄຕິນ” (Nicotine Pouches) ທີ່ກຳລັງກາຍເປັນສິນຄ້ານິຍົມໃນກຸ່ມໄວລຸ້ນ ແລະ ຄົນໜຸ່ມສາວທົ່ວໂລກ ທ່າມກາງການໂຄສະນາທີ່ສ້າງພາບໃຫ້ເບິ່ງທັນສະໄໝ ແລະ “ປອດໄພກວ່າການສູບຢາ”.

WHO ລະບຸວ່າ ຖົງນິໂຄຕິນເປັນຖົງນ້ອຍໆ ທີ່ນຳໄປວາງລະຫວ່າງເຫືອກ ແລະ ຮີມປາກ ເພື່ອປ່ອຍນິໂຄຕິນເຂົ້າສູ່ຮ່າງກາຍ ໂດຍຫຼາຍຜະລິດຕະພັນຖືກເພີ່ມກິ່ນຫອມຄ້າຍໝາກໄມ້ ຫຼື ລູກອົມ ເຊັ່ນ bubble gum ແລະ gummy bears ເພື່ອດຶງດູດໄວລຸ້ນໂດຍສະ ເພາະ.
ລາຍງານຂອງ WHO ເຜີຍວ່າ ໃນປີ 2024 ຍອດຂາຍຖົງນິໂຄຕິນທົ່ວໂລກສູງກວ່າ 23 ຕື້ຊິ້ນ ເພີ່ມຂຶ້ນຫຼາຍກວ່າ 50% ຈາກປີກ່ອນ ຂະນະທີ່ມູນຄ່າຕະຫຼາດໃນປີ 2025 ສູງເກືອບ 7 ຕື້ໂດລາສະຫະລັດ.
ທ່ານ ດຣ. Vinayak Prasad ຫົວໜ້າໜ່ວຍງານ Tobacco Free Initiative ຂອງ WHO ກ່າວວ່າ ການໃຊ້ຖົງນິໂຄຕິນກຳລັງແຜ່ລາມໄວ ແຕ່ການຄວບຄຸມຍັງຕາມບໍ່ທັນ ແລະ ຮຽກຮ້ອງໃຫ້ລັດຖະບານຮີບອອກມາດຕະການທີ່ເຂັ້ມງວດເພື່ອປົກປ້ອງເຢົາວະຊົນ.
WHO ຍັງກັງວົນຕໍ່ກົນລະຍຸດການຕະຫຼາດຂອງບັນດາບໍລິສັດ ທີ່ໃຊ້ influencer ແລະ ໂຊເຊຍມີເດຍໃນການໂຄສະນາ ລວມເຖິງການສະໜັບສະໜູນງານຄອນເສີດ ແລະ ກີລາລະດັບໂລກ ເພື່ອສ້າງພາບໃຫ້ການໃຊ້ນິໂຄຕິນເບິ່ງເປັນເລື່ອງທັນສະໄໝ ແລະ ຍອມຮັບໄດ້ໃນສັງຄົມ.
ຜູ້ຊ່ຽວຊານຂອງ WHO ຊີ້ວ່າ ນິໂຄຕິນ ເປັນສານທີ່ເຮັດໃຫ້ເສບຕິດສູງ ແລະ ສາມາດສົ່ງຜົນຕໍ່ພັດທະນາການຂອງສະ ໝອງໃນໄວລຸ້ນ ໂດຍອາດກະທົບຕໍ່ຄວາມຈື່ຈຳ ການຮຽນຮູ້ ແລະ ພຶດຕິກຳ ພ້ອມທັງເພີ່ມຄວາມສ່ຽງພະຍາດຫົວໃຈໃນອະນາຄົດ.
ປັດຈຸບັນ ປະມານ 160 ປະເທດທົ່ວໂລກ ຍັງບໍ່ມີກົດໝາຍຄວບຄຸມຖົງນິໂຄຕິນໂດຍສະເພາະ ເຊິ່ງ WHO ເຫັນວ່າ ເປັນຊ່ອງວ່າງທີ່ເຮັດໃຫ້ໄວລຸ້ນສາມາດເຂົ້າເຖິງຜະລິດຕະພັນໄດ້ງ່າຍຂຶ້ນ.
WHO ຮຽກຮ້ອງໃຫ້ທຸກປະເທດຮີບອອກມາດຕະການຄວບຄຸມ ເຊັ່ນ ຫ້າມໂຄສະນາຜ່ານສື່ອອນລາຍ, ຈຳກັດກິ່ນຫອມ, ກວດສອບອາຍຸຜູ້ຊື້ ແລະ ຈຳກັດປະລິມານນິໂຄຕິນ ເພື່ອປົກປ້ອງຄົນຮຸ່ນໃໝ່ຈາກການເສບຕິດນິໂຄຕິນໃນອະນາຄົດ.