ອົງການອະນາໄມໂລກ (WHO) ໄດ້ມອບລາງວັນໃຫ້ແກ່ 6 ບຸກຄົນ ແລະ ອົງກອນຈາກຫຼາຍປະເທດ ທີ່ສ້າງຜົນງານໂດດເດັ່ນດ້ານສາທາລະນະສຸກ ໃນກອງປະຊຸມສຸຂະພາບໂລກ ສະໄໝທີ 79 ທີ່ນະຄອນເຈນີວາ ປະເທດສະວິດເຊີ ແລນ.

ພິທີມອບລາງວັນໄດ້ຈັດຂຶ້ນໂດຍ Víctor Elias Atallah Lajam ປະທານກອງປະຊຸມສຸຂະພາບໂລກ ສະໄໝທີ 79 ແລະ Tedros Adhanom Ghebreyesus ຜູ້ອຳນວຍການໃຫຍ່ WHO ເພື່ອຍົກຍ້ອງຜູ້ທີ່ອຸທິດຕົນໃນການພັດທະນາລະບົບສຸຂະ ພາບ, ຊ່ວຍເຫຼືອກຸ່ມປະຊາກອນທີ່ເຂົ້າເຖິງບໍລິການສຸຂະ ພາບໄດ້ຍາກ ແລະ ຂັບເຄື່ອນເປົ້າໝາຍ “ສຸຂະພາບດີຖ້ວນໜ້າ”.ຜູ້ໄດ້ຮັບລາງວັນໃນປີນີ້ ໄດ້ຖືກຍົກຍ້ອງຈາກຜົນງານດ້ານການສົ່ງເສີມການດູແລສຸຂະພາບຂັ້ນພື້ນ ຖານ, ການປ້ອງກັນພະຍາດ, ການດູແລຜູ້ສູງອາຍຸ ແລະ ການຂະຫຍາຍການເຂົ້າເຖິງບໍລິການທາງການແພດ ໃຫ້ແກ່ກຸ່ມປະຊາກອນທີ່ດ້ອຍໂອກາດ.

ຜູ້ຊະນະຖືກຄັດເລືອກໂດຍຄະນະບໍລິຫານ WHO ໃນເດືອນກຸມພາ 2026 ຈາກເກືອບ 100 ການສະເໜີຊື່ ຈາກທັງ 6 ພາກພື້ນຂອງ WHO.ພິເສດໃນປີນີ້ ແມ່ນຄົບຮອບ 20 ປີ ຂອງການເສຍຊີວິດຂອງ LEE Jong-wook ອະດີດຜູ້ອຳນວຍການໃຫຍ່ WHO ຄົນທີ 6 ໂດຍມີການມອບ “ລາງວັນອະນຸສອນ ດຣ ລີ ຈົງ-ວຸກ ດ້ານສາທາລະນະສຸກ” ເພື່ອສືບສານຄຸນູປະການຂອງທ່ານຕໍ່ວຽກງານສຸຂະພາບໂລກ.

ຜູ້ໄດ້ຮັບລາງວັນດ້ານສາທາລະນະສຸກ ປີ 2026
• ລາງວັນ Sasakawa Health Prize ມອບໃຫ້ Banconi Community Health Association (ASACOBA) ຈາກປະເທດມາລີ ສຳລັບບົດບາດນຳໜ້າໃນການເສີມສ້າງລະບົບດູແລສຸຂະພາບຂັ້ນພື້ນຖານລະດັບຊຸມຊົນ.
• ລາງວັນ United Arab Emirates Health Foundation Prize ມອບໃຫ້ Worawit Tontiwattanasap ຈາກປະເທດໄທ ສຳລັບການຂະຫຍາຍໂອກາດເຂົ້າເຖິງບໍລິການສຸຂະພາບ ໃຫ້ແກ່ປະຊາກອນໃນເຂດຊົນນະບົດ, ຜູ້ໄຮ້ສັນຊາດ ແລະ ປະຊາກອນຂ້າມຊາຍແດນ.
• ລາງວັນ State of Kuwait Prize for the Promotion of Healthy Ageing ມອບໃຫ້ Bruno Vellas ຈາກຝຣັ່ງ ສຳລັບການພັດທະນາແນວທາງດູແລຜູ້ສູງອາຍຸແບບໃໝ່ ແລະ SingHealth ຈາກສິງກະໂປ ສຳລັບການສ້າງຍຸດທະສາດສົ່ງເສີມສັງຄົມທີ່ເໝາະສົມຕໍ່ຜູ້ສູງອາຍຸ.
• ລາງວັນ Dr LEE Jong-wook Memorial Prize for Public Health ມອບໃຫ້ Mohammad Abul Faiz ຈາກບັງກະລາເທດ ສຳລັບການອຸທິດຕົນຕະຫຼອດຊີວິດ ໃນການຮັບມືພະຍາດທີ່ກະທົບຕໍ່ປະຊາກອນຍາກຈົນ ແລະ ກຸ່ມປະຊາກອນດ້ອຍໂອກາດ.
• ລາງວັນ Nelson Mandela Award for Health Promotion ມອບໃຫ້ Amr Mohamed Kandeel ຈາກອີຢິບ ສຳລັບການນຳພາພັດທະນາລະບົບສາທາລະນະສຸກ ທີ່ເນັ້ນການປ້ອງກັນພະຍາດ, ນະວັດຕະກຳດິຈິຕອນ ແລະ ຄວາມເທົ່າທຽມ.
WHO ລະບຸວ່າ ຈຳນວນການສະເໜີຊື່ທີ່ເພີ່ມຂຶ້ນ ສະ ທ້ອນໃຫ້ເຫັນເຖິງການມີສ່ວນຮ່ວມຂອງນານາຊາດ ໃນການຍົກຍ້ອງບຸກຄົນ ແລະ ອົງກອນ ທີ່ທຸ່ມເທເພື່ອພັດ ທະນາສຸຂະພາບຂອງປະຊາຊົນທົ່ວໂລກ.
Seventy-ninth World Health Assembly honours global champions advancing primary health care https://share.google/j9EvvxxWfzLQYGwq3