ນະຄອນຫຼວງວຽງຈັນ-ນະຄອນພະນົມເປັນ ເພີ່ມທະວີການຮ່ວມມືສອງຝ່າຍ

    ກອງປະຊຸມພົບປະສອງຝ່າຍ ລະຫວ່າງຄະນະຜູ້ແທນຂັ້ນສູງນະຄອນຫຼວງວຽງຈັນ (ນວ) ນໍາໂດຍທ່ານອາດສະພັງທອງ ສີພັນດອນ ເຈົ້າຄອງ ນວ ແລະ ຄະນະຜູ້ແທນຂັ້ນສູງ ນະຄອນຫຼວງພະນົມເປັນ ລາຊະອານາຈັກກໍາປູເຈຍ ນໍາໂດຍທ່ານ ຄວງ ຊະເຣງ ເຈົ້າຄອງນະຄອນຫຼວງພະນົມເປັນ ຈັດຂຶ້ນວັນທີ 3 ທັນວາ 2022 ທີ່ນະຄອນຫຼວງພະນົມເປັນ ໃນໂອກາດທີ່ຄະນະຜູ້ແທນຂັ້ນສູງ ນວ ເດີນທາງເຂົ້າຮ່ວມກອງປະຊຸມເຈົ້າຄອງອາຊຽນວັນທີ 1-4 ທັນວານີ້. 

    ການພົບປະຄັ້ງນີ້ ສອງຝ່າຍໄດ້ຜັດປ່ຽນກັນລາຍງານບາງສະພາບການພົ້ນເດັ່ນກ່ຽວກັບການພັດທະນາເສດຖະກິດ-ສັງຄົມໃຫ້ແກ່ກັນຊາບ ພ້ອມນັ້ນ ໄດ້ທົບທວນຄືນການຮ່ວມມືລະຫວ່າງສອງນະຄອນໃນໄລຍະຜ່ານມາ ແລະ ສະເໜີທິດທາງການຮ່ວມມືໃນຕໍ່ໜ້າ ເຊິ່ງເຈົ້າຄອງ ນວ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມື ໂດຍສະເພາະ ການແລກປ່ຽນຄະນະຜູ້ແທນ ແລກປ່ຽນຂໍ້ມູນຂ່າວສານ ການເຂົ້າຮ່ວມບັນດາກິດຈະກຳຕ່າງໆທີ່ສອງນະຄອນຫຼວງໄດ້ຈັດຂຶ້ນ ໂດຍອີງຕາມຂອບການຮ່ວມມືລະຫວ່າງ ສປປ ລາວ ແລະ ລາຊະອານາຈັກກຳປູເຈຍ ທີ່ໄດ້ກຳນົດໄວ້ໃນບົດບັນທຶກການຮ່ວມມື ແລະ ການຮ່ວມມືຂອງນະຄອນມິດຕະພາບລະຫວ່າງ ນວ ແລະ ນະຄອນພະນົມເປັນ ກໍເປັນເງື່ອນໄຂສຳຄັນພື້ນຖານ ເພື່ອເຮັດໃຫ້ການຮ່ວມມືຂອງສອງນະຄອນຫຼວງໄດ້ກ້າວເຂົ້າສູ່ລວງເລິກ ປາກົດຜົນເປັນຈິງ ແລະ ສາມາດຈັດຕັ້ງປະຕິບັດໄດ້ຢ່າງເປັນຮູບປະທຳ. 

    ນອກຈາກການແລກປ່ຽນຂໍ້ມູນຂ່າວສານ ແລະ ແລກປ່ຽນຄະນະຜູ້ແທນຂັ້ນສູງນຳກັນແລ້ວ ເຈົ້າຄອງ ນວ ຍັງສະເໜີບາງທິດທາງການຮ່ວມມືຂອງສອງນະຄອນຫຼວງ ເປັນຕົ້ນ ສືບຕໍ່ໃຫ້ມີການແລກປ່ຽນຮັບເອົານັກຮຽນ ນັກສຶກສາຂອງສອງນະຄອນເພື່ອມາຮຽນພາສາລາວ ແລະ ພາສາກຳປູເຈຍ ປີລະ 1-2 ຄົນຕໍ່ປີ ໂດຍຈະກໍານົດການຮ່ວມມືເປັນແຕ່ລະໄລຍະ ເພື່ອຈະໄດ້ມີການຕິດຕາມກວດກາການຈັດຕັ້ງປະຕິບັດການຮ່ວມມືຂອງສອງນະຄອນຢ່າງມີປະສິດທິຜົນສູງ ສືບຕໍ່ຊຸກຍູ້ການຮ່ວມມືລະຫວ່າງພະແນກການ ຂະແໜງການຂອງສອງນະຄອນໃຫ້ໄດ້ການຮ່ວມມືກັນເປັນໂຄງການລະອຽດເຊັ່ນ: ການຮ່ວມມືທາງດ້ານການຄ້າ ການລົງທືນ ວັດທະນະທຳ ທ່ອງທ່ຽວ ການຄຸ້ມຄອງບໍລິຫານຕົວເມືອງ ການຄຸ້ມຄອງ ແລະ ສ້າງຄວາມເຂັ້ມແຂງທາງດ້ານການເງິນໃນຖານະເປັນນະຄອນຫຼວງຂອງປະເທດ ສົ່ງເສີມ ແລະ ອໍານວຍຄວາມສະດວກໃຫ້ແກ່ບັນດາທຸລະກິດຂອງສອງນະຄອນຫຼວງ ເພື່ອໄປລົງທຶນ ແລະ ດຳເນີນທຸລະກິດຢູ່ສອງນະຄອນຫຼວງ ສືບຕໍ່ຊຸກຍູ້ການຈັດກິດຈະກຳຕ່າງໆຂອງສອງນະຄອນທີ່ຈັດຂຶ້ນ ໂດຍການຈັດສົ່ງຄະນະຜູ້ແທນຂອງຕົນເຂົ້າຮ່ວມງານຕາມເງື່ອນໄຂຕົວຈິງ ເພື່ອໃຫ້ການພົວພັນຮ່ວມມືຂອງສອງນະຄອນຫຼວງໄດ້ຮັບການຈັດຕັ້ງປະຕິບັດ ສະເໜີໃຫ້ສອງນະຄອນຫຼວງໄດ້ມີການເຊັນບົດບັນທຶກການຮ່ວມມືໄລຍະ 2023-2028 ແລະ ໃຫ້ໄດ້ລົງນາມກັນໃນໂອກາດທີ່ທ່ານເຈົ້າຄອງນະຄອນຫຼວງພະນົມເປັນເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ ນວ.

error: Content is protected !!