ຄະນະຜູ້ແທນຂັ້ນສູງ ນວ ຢ້ຽມຄໍານັບຮອງນາຍົກລັດຖະມົນຕີແຫ່ງລາຊະອານາຈັກກໍາປູເຈຍ

    ວັນທີ 3 ທັນວາ 2022 ທີ່ນະຄອນຫຼວງພະນົມເປັນ ລາຊະອານາຈັກກໍາປູເຈຍ ຄະນະຜູ້ແທນຂັ້ນສູງນະຄອນຫຼວງວຽງຈັນ (ນວ) ນໍາໂດຍ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ເຂົ້າຢ້ຽມຄໍານັບສົມເດັດ ກາລາໂຮມ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງພາຍໃນ ແຫ່ງລາຊະອານາຈັກກໍາປູເຈຍ ໂອກາດເຂົ້າຮ່ວມກອງປະຊຸມເຈົ້າຄອງອາຊຽນທີ່ນະຄອນຫຼວງພະນົມເປັນ ວັນທີ 1-4 ທັນວານີ້. 

    ທ່ານເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ສະແດງຄວາມຂອບໃຈຕໍ່ທ່ານຮອງນາຍົກລັດຖະມົນຕີແຫ່ງລາຊະອານາຈັກກໍາປູເຈຍ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມນັ້ນ ຍັງໄດ້ລາຍງານກ່ຽວກັບຜົນຂອງການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ລາຊະອານາຈັກກໍາປູເຈຍ ເປັນຕົ້ນ ການເຂົ້າຮ່ວມກອງປະຊຸມເຈົ້າຄອງນະຄອນອາຊຽນ ແລະ ການພົບປະສອງຝ່າຍ ລະຫວ່າງນະຄອນຫຼວງວຽງຈັນ ແລະ ນະຄອນຫຼວງພະນົມເປັນ ເຊິ່ງເປັນການຮັດແໜ້ນຄວາມສາມັກຄີຮັກແພງ ແລະ ສືບຕໍ່ໃຫ້ການຮ່ວມມືດ້ານຕ່າງໆຂອງສອງນະຄອນຫຼວງໃຫ້ມີຄວາມແໜ້ນແຟ້ນ ແລະ ເປັນຮູບປະທໍາຍິ່ງໆຂຶ້ນ. 

    ໂອກາດນີ້ ທ່ານຮອງນາຍົກລັດຖະມົນຕີແຫ່ງລາຊະອານາຈັກກໍາປູເຈຍ ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ການເຂົ້າຢ້ຽມຄໍານັບຂອງຄະນະຜູ້ແທນຊັ້ນສູງ ນວ ເຊິ່ງເປັນການຮັດແໜ້ນຄວາມສາມັກຄີການຮ່ວມມືຂອງສອງປະເທດ ເວົ້າສະເພາະ ການພົວພັນຮ່ວມມືລະຫວ່າງນະຄອນຫຼວງພະນົມເປັນ ແລະ ນະຄອນຫຼວງວຽງຈັນ ໃຫ້ນັບມື້ເພີ່ມພູນຄູນສ້າງຂຶ້ນເລື້ອຍໆ ພ້ອມນັ້ນ ຍັງອວຍພອນໃຫ້ຄະນະຜູ້ແທນຂັ້ນສູງ ນວ ເດີນທາງກັບຄືນປະເທດດ້ວຍຄວາມສະຫວັດດີພາບ ແລະ ອື່ນໆ.​

error: Content is protected !!