ຕອນບ່າຍຂອງວັນທີ 1 ທັນວາ 2025 ທີ່ ສະພາແຫ່ງ ຊາດ ສະຫາຍ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ແລະ ພົບປະກັບ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງພັກ-ລັດ ຫວຽດນາມ ໃນໂອກາດເດີນທາງມາຢ້ຽມຢາມລັດຖະກິດ ຢູ່ ສປປ ລາວ ລະຫວ່າງວັນທີ 1-2 ທັນວາ 2025.ໃນໂອກາດນີ້ ສະຫາຍ ໄຊສົມພອນ ພົມວິຫານ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ມາຍັງ ສະຫາຍ ເລຂາທິການໃຫຍ່ ໂຕ ເລິມ ທີ່ໄດ້ນໍາພາຄະນະຜູ້ແທນຂັ້ນສູງຂອງ ພັກ ລັດ ແຫ່ງ ສສ ຫວຽດນາມ ຢ້ຽມຢາມ ລັດ ຖະກິດ ຢູ່ ສປປ ລາວ ໃນຄັ້ງນີ້ ຕາມຄຳເຊື້ອເຊີນ ຂອງ ສະ ຫາຍ ເລຂາທິການໃຫຍ່ ປະທານປະເທດ ທອງລຸນ ສີສຸລິດ ພ້ອມທັງຈະເຂົ້າຮ່ວມການສະເຫຼີມສະຫຼອງວັນສະຖາ ປະນາ ສປປ ລາວ ຄົບຮອບ 50 ປີ ແລະ ການພົບປະຈໍາປີ ລະຫວ່າງ ກົມການເມືອງສູນກາງພັກຂອງສອງພັກ.

ສະຫາຍ ໄຊສົມພອນ ພົມວິຫານ ຕີລາຄາສູງການມາຢ້ຽມ ຢາມ ສປປ ລາວ ຄັ້ງນີ້ ຂອງສະຫາຍເລຂາທິການໃຫຍ່ ໂຕ ເລິມ ແລະ ຄະນະ ທີ່ໄດ້ນໍາເອົາໄມຕີຈິດມິດຕະພາບອັນດູດດື່ມ ຄວາມສາມັກຄີຮັກເເພງອັນສະໜິດສະໜົມຖານສະຫາຍອ້າຍນ້ອງ ມາສູ່ ສປປ ລາວ ເປັນການໃຫ້ກໍາລັງໃຈຢ່າງແຮງກ້າໃຫ້ປະຊາຊົນລາວ ໃນໂອກາດສະເຫຼີມສະຫຼອງວັນຊາດ ສປປ ລາວ ໃນປີນີ້.ສະຫາຍ ໄຊສົມພອນ ພົມ ວິຫານ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນສໍາເລັດຂອງການພົບປະສອງຝ່າຍ ລະຫວ່າງ ສອງເລຂາ ທິການໃຫຍ່ ລາວ ແລະ ຫວຽດນາມ, ຊຶ່ງສອງຝ່າຍ ໄດ້ມີການແລກປ່ຽນໃນຫຼາຍບັນຫາທີ່ສຳຄັນ ແລະ ເຕັມໄປດ້ວຍບັນຍາກາດໄມຕິຈິດມິດຕະພາບອັນດູດດື່ມຖານສະຫາຍອ້າຍນ້ອງໃນຄອບຄົວດຽວກັນບົນພື້ນຖານສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ.


ສະຫາຍປະທານສະພາແຫ່ງຊາດລາວ ຍັງໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ທີ່ ສະຫາຍ ເລຂາທິການໃຫຍ່ ໂຕ ເລິມ ໄດ້ຮັບການປະດັບຫຼຽນຄຳແຫ່ງຊາດ ຊຶ່ງເປັນຫຼຽນສູງສຸດ ຂອງ ສປປ ລາວ ເພື່ອເປັນການສະແດງຄວາມຮູ້ບຸນຄຸນຢ່າງສູງ ຕໍ່ການປະກອບສ່ວນອັນໃຫຍ່ ຫຼວງ ແລະ ສຳຄັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນພິເສດ ທີ່ມີໜຶ່ງ ບໍ່ມີສອງຢູ່ໃນໂລກນີ້ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ ໃນໂອກາດພົບປະຄັ້ງນີ້ ສະ ຫາຍ ໄຊສົມພອນ ພົມວິຫານ ໄດ້ສະແດງຄວາມເສົ້າສະ ຫຼົດໃຈ ແລະ ຄວາມເຫັນໃຈຢ່າງສຸດຊຶ້ງມາຍັງປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ຮັບຜົນກະທົບຈາກໄພທໍາມະຊາດ ແລະ ມີຄວາມເຊື່ອໝັ້ນຢ່າງຍິ່ງວ່າ ບັນດາ ສະຫາຍ ຈະສາມາດຟື້ນຟູຜົນກະທົບຂອງໄພທໍາມະຊາດທີ່ຮ້າຍ ແຮງດັ່ງກ່າວ ແລະ ຈະເຮັດໃຫ້ສະພາບກັບຄືນສູ່ປົກກະຕິໂດຍໄວ.ໃນເວລາພົບປະຄັ້ງນີ້ ສະຫາຍ ເລຂາທິການໃຫຍ່ ໂຕ ເລິມ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຕ້ອນຮັບອັນອົບອຸ່ນດ້ວຍໄມຕີຈິດມິດຕະພາບຖານສະຫາຍອ້າຍນ້ອງ ຈາກສະຫາຍ ໄຊສົມພອນ ພົມວິຫານ ຮ່ວມ ກັນຕີລາຄາຜົນການຮ່ວມມືຮອບດ້ານ ລະຫວ່າງສອງຝ່າຍ ໄດ້ສະແດງຄວາມຊົມເຊີຍ ຕໍ່ບັນດາຜົນສໍາເລັດຂອງ ສປປ ລາວ ເວົ້າລວມ ເວົ້າສະເພາະ ຂອງສະພາແຫ່ງຊາດຊຸດທີ IX ຕີລາຄາສູງການພົວພັນຮ່ວມມື ລະຫວ່າງ ສອງປະເທດ ກໍຄື ລະຫວ່າງ ສອງສະພາແຫ່ງຊາດ ຫວຽດນາມ-ລາວ ທີ່ຍາດມາໄດ້ໃນຕະຫຼອດໄລຍະຜ່ານມາ ຊຶ່ງໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມືສອງຝ່າຍ ໃຫ້ນັບມື້ຈະເລີນງອກງາມ ແລະ ຂະ ຫຍາຍຕົວຍິ່ງໆຂຶ້ນ.ພາຍຫຼັງສໍາເລັດການພົບປະ ສະຫາຍ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດລາວ ແລະ ສະຫາຍ ເລຂາທິການໃຫຍ່ ໂຕ ເລິມ ພ້ອມດ້ວຍພາກສ່ວນກ່ຽວຂ້ອງທັງສອງຝ່າຍ ໄດ້ເຂົ້າຮ່ວມພິທີເປີດປຶ້ມ “50 ປີ ແຫ່ງການພົວພັນລະຫວ່າງ ສະພາແຫ່ງຊາດລາວ ແລະ ສະພາແຫ່ງຊາດຫວຽດນາມ ການຮ່ວມມືຮອບດ້ານ ແລະ ການພັດທະນາ” ຊຶ່ງເປັນຜົນງານແຫ່ງການຮ່ວມມືຂອງສອງອົງການນິຕິບັນຍັດ.





ພ້ອມກັນນີ້ ສະຫາຍ ໄຊສົມພອນ ພົມວິຫານ ໄດ້ຝາກຄຳຢື້ຢາມຖາມຂ່າວອັນອົບອຸ່ນ ໄປຍັງບັນດາສະຫາຍການນໍາພັກ ລັດ ຫວຽດນາມ ໂດຍສະເພາະແມ່ນຝາກເຖິງສະຫາຍ ເຈິ່ນແທັງເໝິ້ນ ປະທານສະພາແຫ່ງຊາດຫວຽດນາມ.