ບານບ້ວງ ຍິງ-ຊາຍ ນວ ລົງສະໜາມນັດທໍາອິດ ຊະນະ ສາທາ

ນັກກີລາບານບ້ວງ ຊາຍ-ຍິງ ນະຄອນຫຼວງຽງຈັນ ລົງສະໜາມນັກທໍາອິດໃນມື້ເປີດສະໜາມ ເອົາຊະນະທີມກະຊວງ ສາທາສາລະນະສຸກ ໃນການແຂ່ງຂັນກີລາແຫ່ງຊາດ ຄັ້ງທີ 11 ຊຽງຂວາງເກມ 2022 ທີ່ແຂວງຊຽງຂວາງເປັນເຈົ້າພາບ.

ການແຂ່ງຂັນມີຂຶ້ນໃນວັນທີ 1 ທັນວາ 2022 ທີ່ສະໜາມກີລາໃນຫົ່ມໄຊຊະນະ ເມືອງແປກ ແຂວງຊຽງຂວາງ ລົງສະ ໜາມນັກທໍາອິດເປັນການພົບກັນລະຫວ່າງ ທີມຊາຍນະຄອນຫຼວງວຽງຈັນ ແລະ ທີມກະຊວງສາທາລະນະສຸກ ເຊິ່ງຜົນ ການແຂ່ງຂັນເຫັນໄດ້ວ່າ ທີມນະຄອນຫຼວງວຽງຈັນມາແຮງກວ່າ ບໍ່ັວ່າຈະເປັນໂຕບຸກ ຫຼື ໂຕຮັບ ເຮັດໃຫ້ ສາມາດເອົາຊະ ນະທີມກະຊວງສາທາລະນະສຸກໄດ້ຢ່າງຂາດລອຍ 4 ຄົວເຕີ້ ດ້ວຍຄະແນນ 106-33 ຄະແນນ.

ສ່ວນຜົນການແຂ່ງຂັນທີມຍິງ ເຫັນວ່າທີມຍິງກໍບໍ່ໄດ້ດ້ອຍໜ້າທີມຊາຍ ກໍພະຍາຍາມສຸດຄວາມສາມາດ ເອົາຊະນະທີມ ກະຊວງສາທາລະນະສຸກ ເຊັ່ນກັນ ດ້ວຍຄະແນນ 51-26 ຄະແນນ.

ການແຂ່ງຂັນບານບ້ວງໃນງານກີລາແຫ່ງຊາດຄັ້ງນີ້ ມີນັກກີລາເຂົ້າຮ່ວມແຂ່ງຂັນທັງໆໝົດ 10 ທີມ ຍິງ 5 ທີມ ໃນນັ້ນມີນັກ ກີລາຈາກແຂວງ ສະຫວັນນະເຂດ (ຊາຍ) ຈໍາປາສັກ (ຍິງ) ນະຄອນຫຼວງວຽງຈັນ (ຍິງ-ຊາຍ) ຫຼວງພະບາງ (ຍິງ-ຊາຍ) ກະຊວງ ສາທາ (ຍິງ-ຊາຍ) ແລະ ເຈົ້າພາບແຂວງຊຽງຂວາງ (ຍິງ-ຊາຍ) ສ່ວນການແຂ່ງຂັນທັງ ຍິງ-ຊາຍ ແມ່ນລົງສະໜາມພົບກັນໝົດ ມີພຽງຝ່າຍລະ 4 ທີມ ທີ່ຈະໄດ້້ເຂົ້າໄປຫຼິ້ນໃນຮອບຮອງຊະນະເລີດ ໂດຍອັນດັບ 1 ຈະພົບກັບອັນດັບ 4 ສ່ວນ 2 ຈະພົບກັບ 3 ເພື່ອເຂົ້າສູ່ຮອບຊີງ.

error: Content is protected !!