ລັດຖະບານ ແລະ ຊີໂນ-ອາກຣີ ໂປຕາສ ເຊັນສັນຍາວ່າດ້ວຍການສໍາຫຼວດ ສ້າງເປັນແບບຢ່າງການພັດທະນາບໍ່ແຮ່ ຍູ້ແຮງການພັດທະນາອຸດສາຫະກໍາ
ວັນທີ 28 ພະຈິກ 2022 ຢູ່ທີ່ກະຊວງແຜນການ ແລະ ການລົງທຶນ ບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ (ຕໍ່ໄປນີ້“ຊີໂນ-ອາກຣີ ໂປຕາສ”) ແລະ ລັດຖະບານແຫ່ງ ສປປ ລາວ ໄດ້ລົງນາມໃນສັນຍາວ່າດ້ວຍການສໍາຫຼວດແຮ່ເກືອໂປຕາສ ຢູ່ເຂດບ້ານໜອງລົ່ມ ເມືອງ ໜອງບົກ ແຂວງຄໍາມ່ວນ ເນື້ອທີ່ 48.52 ກິໂລຕາແມັດ ມີຜູ້ຕາງໜ້າສໍານັກງານນາຍົກລັດຖະມົນຕີ ການນໍາຂອງກະຊວງແຜນການ ແລະ ການລົງທຶນ ກະຊວງພະລັງງານ ແລະ ບໍ່ແຮ່ ອໍານາດການປົກຄອງ ແຂວງຄໍາມ່ວນ ແລະ ພາກສ່ວນກ່ຽວຂ້ອງອື່ນໆ ເຂົ້າຮ່ວມເປັນສັກຂີພະຍານ ພ້ອມນັ້ນທາງຊີໂນ-ອາກຣີ ໂປຕາສ ຍັງມີການຈັດພິທີເປີດການຊີເຈາະສໍາຫຼວດແຮ່ຢ່າງເປັນທາງການທີ່ເຂດໜອງລົ່ມ ມີເລຂາຄະນະພັກແຂວງ ເຈົ້າແຂວງຄໍາມ່ວນ ຮອງເລຂາຄະນະພັກແຂວງ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ເຈົ້າເມືອງຫີນບູນ ແລະ ການນໍາຄົນອື່ນໆ ຕາງໜ້າທີມກໍ່ສ້າງຂອງ ຊີໂນ-ອາກຣີ ໂປຕາສ ທັງໝົດ 200 ກວ່າຄົນເຂົ້າຮ່ວມ ສິ່ງດັ່ງກ່າວໄດ້ເປັນສັນຍາລັກວ່າເຂດເນື້ອທີ່ແຮ່ເກືອໂປຕາສ 48,52 ກິໂລຕາແມັດ ຢູ່ເຂດບ້ານໜອງລົ່ມ ໄດ້ກ້າວເຂົ້າສູ່ໄລຍະແຫ່ງຄວາມເປັນຈິງນັ້ນສູງຂຶ້ນ ແລະ ເປັນນິມິດໝາຍວ່າໃນອະນາຄົດປະເທດລາວ ຈະກາຍເປັນຖານການຜະລິດຝຸ່ນໂປຕາສ ທີ່ໃຫຍ່ອັນດັບ 4 ຂອງໂລກ.

ໃນ 8 ບໍລິສັດ ທີ່ເຂົ້າຮ່ວມປະມູນ ຊີໂນ-ອາກຣີ ໂປຕາສ ແມ່ນໂດດເດັ່ນກວ່າໝູ່ ຕາມທີ່ຮູ້ຈັກໃນການແຂ່ງຂັນປະມູນ ສິດສໍາປະທານຂຸດຄົ້ນ ບໍ່ແຮ່ ໂປຕາສ ຢູ່ບ້ານໜອງລົ່ມນັ້ນ ລັດຖະບານ ສປ ຈີນ ໄດ້ສືບຕໍ່ຮັບການສະເໜີຈາກ 8 ວິສາຫະກິດ ໃນນີ້ ບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ ໄດ້ຊະນະການປະມູນ ແລະ ໄດ້ຮັບສິດສໍາປະທານບໍ່ແຮ່ດັ່ງກ່າວ ອັນເປັນບໍ່ແຮ່ແຫ່ງຄວາມຫວັງຂອງລັດຖະບານ.
ການນໍາທີ່ເຂົ້າຮ່ວມພິທີເປີດກ່າວວ່າ:ຊັບພະຍາກອນເກືອໂປຕາສ ທີ່ອຸດົມສົມບູນຂອງລາວ ໄດ້ດຶງດູດຈາກນັກລົງທຶນໃນທົ່ວໂລກຢ່າງຫຼວງຫຼາຍ ແລະ ລັດຖະບານ ສປປ ລາວ ແມ່ນມີຄວາມລະມັດລະວັງຫຼາຍໃນການເລືອກບໍລິສັດມາພັດທະນາ ລັດຖະບານຈະໃຫ້ບູລິມະສິດ ຫຼື ຈະເລືອກ ບໍລິສັດ ທີ່ມີທຶນຮອນອັນເຂັ້ມແຂງ ແລະ ມີເຕັກໂນໂລຊີຂຸດຄົ້ນບໍ່ແຮ່ໂປຕາສທີ່ສຸກງອມ ຮັບປະກັນໃຫ້ບັນດາວິສາຫະກິດ ທີ່ຊະນະການປະມູນ ມີຄວາມສາມາດດໍາເນີນການສໍາຫຼວດ ແລະ ພັດທະນາບໍ່ແຮ່ໂປຕາສ ໂດຍໄວ ແລະ ປົດປ່ອຍໃຫ້ເຫັນຄຸນຄ່າຂອງຊັບພະຍາກອນແຮ່ທາດ ພ້ອມນັ້ນ ໄດ້ພິຈາລະນາເຖິງເປົ້າໝາຍການໄດ້ຮັບສິດສໍາປະທານຂອງບໍລິສັດທີ່ຊະນະການປະມູນ ພວກເຮົາຫວັງວ່າວິສາຫະກິດທີ່ຊະນະການປະມູນຈະມີຄວາມຮັບຜິດຊອບ ເຮັດວຽກງານຈິງຈັງໜັກແໜ້ນ ຂຸດຄົ້ນຊັບພະຍາກອນແຮ່ທາດໄດ້ຢ່າງເລິກເຊິ່ງ ຜ່ານການພັດທະນາບໍ່ແຮ່ເຮັດໃຫ້ອຸດສາຫະກໍາ ກະສິກໍາຂອງປະເທດລາວມີຄວາມທັນສະໄໝ ເຮັດໃຫ້ເສດຖະກິດຂອງທ້ອງຖິ່ນມີການພັດທະນາ ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນ ຈາກການປະເມີນ ກວດກາ ທາງລັດຖະບານຈິ່ງເຫັນວ່າ ຊີໂນ-ອາກຣີ ໂປຕາສ ແມ່ນມີຄວາມເໝາະສົມທີ່ສຸດ.

ຄວາມໄວ ແລະ ປະສິດທິພາບຂອງຊີໂນ-ອາກຣີ ໂປຕາສ ໄດ້ກາຍເປັນ “ທີໜຶ່ງ” ໃນຫຼາຍດ້າຍຂອງ ສປປ ລາວ ຕາມທີ່ຮູ້ຈັກ ປີ 2009 ເປັນຕົ້ນມາ ຊີໂນ-ອາກຣີ ໂປຕາສ ໄດ້ເຂົ້າມາປະເທດລາວເພື່ອດຳເນີນທຸລະກິດດ້ານການຂຸດຄົ້ນ ແລະ ຈຳໜ່າຍຝຸ່ນໂປຕາສ ຮອດປັດຈຸບັນແມ່ນດໍາເນີນການວຽກງານເກືອໂປຕາສແລ້ວ 13 ປີ ໄດ້ຮັບສິດສໍາປະທານເກືອໂປຕາສທັງໝົດໃນແຂວງຄໍາມ່ວນ ມີຊັບພະຍາກອນສໍາຮອງ ໂປຕາສຊຽມ ຄລໍໄຣ ຫຼາຍຫວ່າ 829 ລ້ານໂຕນ ເປັນວິສາຫະກິດທີ່ມີຊັບພະຍາກອນ ເກືອໂປຕາສໃຫຍ່ທີ່ສຸດໃນລາວ ແລະ ອາຊີ ໃນປີ 2011 ບໍລິສັດໄດ້ສໍາເລັດການກໍ່ສ້າງໂຄງການຝຸ່ນໂປຕາສແບບອຸດສາຫະກໍາທັນສະໄໝ ຂະໜາດການຜະລິດໃຫຍ່ອັນດັບທີໜຶ່ງຂອງປະເທດລາວ ໃນເດືອນມັງກອນ 2020 ຫຼັງຈາກທີ່ທີມບໍໍລິຫານໃໝ່ຂຶ້ນດໍາລົງຕໍາແໜ່ງ ກໍເຮັດໃຫ້ການດໍາເນີນງານມີປະສິດທິຜົນສູງຂຶ້ນ ເຮັດໃຫ້ຄົນພາຍນອກເຫັນໄດ້ໃນຄວາມມະຫັດສະຈັນດັ່ງກ່າວ ໃນເດືອນກັນຍາ 2021 ບໍລິສັດໄດ້ສໍາເລັດໃນການກໍ່ສ້າງໂຄງການຝຸ່ນໂປຕາສຂະໜາດ 1 ລ້ານໂຕນແຫ່ງທໍາອິດຂອງປະເທດລາວ ໂດຍໃຊ້ເວລາພຽງແຕ່ 17 ເດືອນ ມີຄວາມໄວໃນການກໍ່ສ້າງທີ່ກາຍລະດັບສາກົນ ອັນເປັນການສ້າງ “ຄວາມໄວຂອງປະເທດລາວ” ແລະ “ສິ່ງມະຫັດສະຈັນຂອງຂະແໜງການ” ສຸດທ້າຍກາຍເປັນໂຄງການຝຸ່ນໂປຕາສທີ່ໃຫຍ່ທີ່ສຸດ ໃນອາຊີຕາເວັນອອກສ່ຽງໃຕ້ ສະແດງໃຫ້ເຫັນຄວາມເຂັ້ມແຂງທາງດ້ານການເງິນ ເຕັກໂນໂລຊີທີ່ກ້າວໜ້າ ແລະ ຄວາມສາມາດໃນການຄຸ້ມຄອງແບບມືອາຊີບຂອງທີມງານບໍລິຫານຄຸ້ມຄອງ ກາຍເປັນການດໍາເນີນງານດ້ານແຮ່ເກືອໂປຕາສອັນດັບໜຶ່ງຂອງປະເທດລາວ.

ໂຄງການຜະລິດຝຸ່ນໂປຕາສຂະໜາດ 1 ລ້ານໂຕນຕໍ່ປີແຫ່ງທີ 2 ຄາດວ່າຈະເລີ່ມດຳເນີນການທົດລອງໃນທ້າຍປີນີ້ ໄລຍະເວລາການກໍ່ສ້າງຂອງໂຮງງານແມ່ນໃຊ້ເວລາພຽງແຕ່ 10 ເດືອນ ເປັນສະຖິຕິຄວາມໄວທີ່ລື່ນກາຍສາກົນ ໂຄງການຜະລິດຝຸ່ນໂປຕາສແຫ່ງທີສາມທີ່ມີກຳລັງການຜະລິດ 1 ລ້ານໂຕນຕໍ່ປີ ໄດ້ເລີ່ມກໍ່ສ້າງຢ່າງບໍ່ຢຸດຢັ້ງ ຄາດວ່າທ້າຍປີໜ້າກໍ່ສາມາດທົດລອງຜະລິດ.
ໃນຂະນະການໄດ້ຮັບສິດສໍາປະທານແຮ່ເກືອໂປຕາສ ຊີໂນ-ອາກຣີ ໂປຕາສ ໄດ້ຖືເອົາໂອກາດທີ່ຕົນເອງມີກໍາລັງແຮງ ເພື່ອສ້າງປະສິດຕິພາບການຜະລິດທີ່ໄວໃນລາວ ສ້າງສະຕິຖິຕິໃໝ່ດ້ານການພັດທະນາບໍ່ແຮ່ໃນລາວ ບັນລຸການດໍາເນີນງານທີ່ວ່ອງໄວ ແລະ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈລະດັບສູງຈາກລັດຖະບານ ສປປ ລາວ.

ຜູ້ຮັບຜິດຊອບຂອງ ຊີໂນ-ອາກຣີ ໂປຕາສໃຫ້ຮູ້ວ່າ:ໃນເດືອນເມສາຂອງປີນີ້ ບໍລິສັດ ໄດ້ເລີ່ມສະ ເໜີຂໍສໍາປະທານບໍ່ແຮ່ ເກືອໂປຕາສ ບ້ານໜອງລົ່ມ ເນື້ອທີ່ 48,52 ກິໂລຕາແມັດ ໃນວັນທີ 27 ຕຸລາໄດ້ຮັບແຈ້ງການກ່ຽວກັບການເຈລະຈາສັນຍາສໍາຫຼວດຈາກກະຊວງແຜນການ ແລະ ການລົງທຶນ ໃນວັນທີ 4 ພະຈິກ ໄດ້ສໍາເລັດການເຈລະຈາກັບອໍານາດການປົກຄອງແຂວງຄໍາມ່ວນ ວັນທີ 25 ພະຈິກ ຫຼັງຈາກທີ່ນາຍົກລັດຖະມົນຕີມອບສິດໃຫ້ກະຊວງແຜນການ ແລະ ການລົງທຶນ ເຊັນສັນຍາສໍາຫຼວດ ກັບບໍລິສັດ ໃນວັນທີ 27 ພະຈິກ ບໍລິສັດກໍສໍາເລັດການຊໍາລະຄ່າສໍາປະທານ 10 ລ້ານໂດລາ ໄດ້ຈ່າຍອາກອນຊັບພະຍາກອນ ແລະ ໄດ້ຈັດຕັ້ງການເຊັນສັນຍາສໍາຫຼວດສໍາເລັດ ແລະ ເລີ່ມການສໍາຫຼວດໃນວັນທີ 28 ພະຈິກ.
ໃນລະຫວ່າງນັ້ນ ທາງຊີໂນ-ອາກຣີ ໂປຕາສ ໄດ້ກໍານົດແຜນການສໍາຫຼວດທີ່ລະອຽດ ແລະ ໄດ້ເພີ່ມຈໍານວນຂຸມເຈາະສໍາຫຼວດທີ່ໄດ້ມາດຕະຖານຕາມຂັ້ນຕອນການຂຸດຄົ້ນ ໂດຍເພີ່ມຂຶ້ນຈາກ 37 ເປັນ 46 ເກີນມາດຕະຖານການຂຸດເຈາະໃນພື້ນທີ່ຂຸດຄົ້ນບໍ່ແຮ່ເບື້ອງຕົ້ນໃນໄລຍະການຂຸດຄົ້ນບໍ່ແຮ່ ພ້ອມນັ້ນຍັງໄດ້ມີການກໍານົດເຈດຈໍານົງການສໍາຫຼວດກັບ 2 ບໍລິສັດ ສາມາດຮວບຮວມເຄື່ອງຂຸດເຈາະໄດ້ 23 ເຄື່ອງ ຮອດປັດຈຸບັນມີ 10 ກວ່າເຄື່ອງທີ່ມາຮອດສະໜາມ ແລະ ສາມາດນໍາໃຊ້ໄດ້ແລ້ວ ສ່ວນທີ່ເຫຼືອແມ່ນກໍາລັງທະຍອຍມາ.
ຜູ້ຮັບຜິດຊອບໃຫ້ຮູ້ຕື່ມອີກວ່າ:ແຜນການສໍາຫຼວດຂອງບໍລິສັດ ໄດ້ຍົກສູງປະສິດທິພາບ ແລະ ຄວາມໄວໃນການສຳຫຼວດ ແລະ ຜະລິດເກືອໂປຕາສ ໃນບ້ານໜອງລົ່ມ ປັບໄລຍະເວລາການສໍາຫຼວດເດີມ 2 ປີ ການສຶກສາຄວາມເປັນໄປໄດ້ 1 ປີ ແລະ ການປະເມີນສິ່ງແວດລ້ອມ 1 ປີ ມາເປັນ 2 ຂັ້ນຕອນ ແຕ່ລະຂັ້ນຕອນ 1 ປີ ແລະ ພະຍາຍາມໃຫ້ສຳເລັດການສຳຫຼວດພາຍໃນເຄິ່ງປີ ສຳເລັດການສຶກສາຄວາມເປັນໄປໄດ້ ແລະ ການປະເມີນຜົນກະທົບຕໍ່ສິ່ງແວດລ້ອມໃນອີກເຄິ່ງປີ ຫຼັງຈາກດໍາເນີນການຜະລິດເກືອໂປຕາສ ນອກຈາກຜົນປະໂຫຍດທີ່ໄດ້ມາຈາກການລົງທຶນໃນຊັບສິນຄົງທີ່ໃນໄລຍະການກໍ່ສ້າງ ທຸກໆການຜະລິດ ເກືອໂປຕາສ 1 ລ້ານໂຕນ ຊຸກຍູ້ໃຫ້ເກີດການຈ້າງງານແກ່ 3000 ຄົນ ແລະ ຍັງສາມາດນໍາມາ ເຊິ່ງການເສຍພາສີອາກອນປະຈໍາປີໃຫ້ແກ່ລັດຖະບານເປັນເງິນ 30 ລ້ານໂດລາສະຫະລັດ ຜົນປະໂຫຍດທາງດ້ານເສດຖະກິດໃນອະນາຄົດຂອງໂຄງການ ຂຸດຄົ້ນເກືອໂປຕາສ ຢູ່ບ້ານໜອງລົ່ມ ຄາດວ່າຈະສູງກວ່າຄວາມຄາດຫວັງຂອງລັດຖະບານລາວ ໃນໄລຍະທີ່ສຳຄັນຂອງການຫັນປ່ຽນ ແລະ ພັດທະນາເສດຖະກິດ ປະສິດຕິພາບ ແລະ ຄວາມໄວໃນການດໍາເນີນງານຂອງບໍລິສັດເປັນແບບຢ່າງທີ່ໃຫ້ກັບຂະແໜງການອື່ນໆໃນລາວ.
ຮູບແບບການພັດທະນາເຂດນິຄົມອຸດສາຫະກໍາໂປຕາສຂອງບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ ທີ່ໜ້າສຶກສາ ແລະ ຮຽນຮູ້ ເນັ້ນໃສ່ການພັດທະນາກໍ່ສ້າງເຂດບໍ່ແຮ່ດັ່ງກ່າວ ບໍລິສັດ ຊີໂນ-ອາກຣິ ໂປຕາສ ຈໍາກັດ ກໍມີການວາງແຜນຢ່າງລະອຽດ ການວາງແຜນດັ່ງກ່າວເປັນນະວັດຕະກໍາໃໝ່ຂອງຮູບແບບການພັດທະນາບໍ່ແຮ່ ຫຼື ຈະເປັນການຫັນປ່ຽນມູນຄ່າຊັບພະຍາກອນບໍ່ແຮ່ຂອງປະເທດລາວກາຍເປັນມູນຄ່າເສດຖະກິດ ຊຸກຍູ້ການພັດທະນາເສດຖະກິດ ແລະ ສັງຄົມປະເທດລາວຢ່າງແທ້ຈິງ.
ຈາກການເປີດເຜີຍຂອງຫົວໜ້າວິສະວະກອນບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດໃຫ້ຮູ້ອີກວ່າ: ບໍລິສັດກໍາລັງກໍ່ສ້າງເຂດນິຄົມອຸດສາຫະກໍາລະດັບປະເທດຢູ່ແຂວງຄໍາມ່ວນ ອີງໃສ່ຊັບພະຍາກອນບໍ່ແຮ່ທີ່ມີໃນ ປັດຈຸບັນ ເລັ່ງຂະຫຍາຍກໍາລັງການຜະລິດຂອງຝຸ່ນໂປຕາສ ສ້າງເຂດນິຄົມອຸດສາຫະກໍາຝຸ່ນໂປຕາສ ປັດຈຸບັນໂຄງການທີສອງ ແລະ ໂຄງການທີສາມ ໂຄງການຜະລິດຝຸ່ນໂປຕາສ 1 ລ້ານໂຕນຕໍ່ປີ ກໍາລັງດໍາເນີນການກໍ່ສ້າງຢ່າງເຕັມທີ່ ສ່ວນໂຄງການທີສີ່ ແລະ ໂຄງການທີຫ້າ ໂຄງການຜະລິດຝຸ່ນໂປຕາສ 1 ລ້ານໂຕນຕໍ່ປີ ແມ່ນໄດ້ປະກອບເອກະສານ ແລະ ສະເໜີໄປຫາພາກສ່ວນທີ່ກ່ຽວຂ້ອງຂອງພາກລັດລາວແລ້ວ ຄາດຄະເນ ປີ 2023 ບັນລຸກໍາລັງການຜະລິດປຸ໋ຍໂປຕາສ 3 ລ້ານໂຕນ ປີ 2025 ບັນລຸກໍາລັງການຜະລິດ 5 ລ້ານໂຕນ ພະຍາຍາມສູ້ຊົນເພື່ອໃຫ້ບັນລຸຂະໜາດກໍາລັງການຜະລິດລະດັບ 10 ລ້ານໂຕນ ໃນໄລຍະກາງ ແລະ ໄລຍະຫຼັງ ກາຍເປັນຖານຜະລິດຝຸ່ນໂປຕາສໃຫຍ່ທີ່ສຸດໃນອັນດັບທີ 4 ຂອງໂລກ ສົມທົບພັດທະນາຊັບພະຍາກອນທີ່ບໍ່ແມ່ນໂປຕາສ ສ້າງນິຄົມອຸດສາຫະກໍາອະໂປຕາສ (ບໍ່ມີໂປຕາສ) ນໍາໃຊ້ຊັບພະຍາກອນແຮ່ຕິດພັນຂອງບໍ່ແຮ່ເກືອໂປຕາສ (ໂບຣມິນ ເກືອນາຕີ ແລະ ອື່ນໆ) ພັດທະນາໂຄງການສານໂບຣມິນ ອຸດສາຫະກໍາເຄມີ ຄລໍ-ອານຄາໄລ (chlor-alkali) ເກືອບໍລິໂພກ ແລະ ອື່ນໆ ນໍາໃຊ້ຊັບພະຍາກອນບໍ່ແຮ່ແບບກວມລວມໃນວົງປິດ ລົງເລິກການເພີ່ມມູນຄ່າເສດຖະກິດ ຜ່ານການວາງແຜນຜະລິດຕະພັນຫຼາຍຮູບແບບ ສ້າງເປັນຮູບແບບອຸດສາຫະກໍາໃໝ່ທີ່ທົດແທນການນໍາເຂົ້າ ແລະ ສ້າງລາຍຮັບຈາກການສົ່ງອອກຂອງປະເທດລາວ ສ້າງຕົວເມືອງ ອາຊີ-ໂປຕາສຂະໜາດນ້ອຍ ຊຸກຍູ້ການພັດທະນາແບບຕົວເມືອງ ຜ່ານການສ້າງຕົວເມືອງຂະໜາດນ້ອຍ ປັບປຸງສະພາບແວດລ້ອມດໍາລົງຊີວິດຂອງປະຊາຊົນໃນບໍລິເວນອ້ອມຂ້າງ ດໍາເນີນການເຄື່ອນໄຫວຊ່ວຍເຫຼືອຄວາມທຸກຍາກດ້ວຍກະສິກໍາ ແລະ ສ້າງກອງທຶນການສຶກສາ ເຮັດໃຫ້ການພັດທະນາສົ່ງຜົນປະໂຫຍດຕົວຈິງຕໍ່ປະຊາຊົນໃນບໍລິເວນອ້ອມຂ້າງ ຊຸກຍູ້ການພັດທະນາເສດຖະກິດທ້ອງຖິ່ນ ແລະ ການກໍ່ສ້າງຊີວິດສັງຄົມ ໃນອະນາຄົດບໍລິສັດວາງແຜນຈະນໍາເອົາຮູບແບບການພັດທະນາດັ່ງກ່າວໄປນໍາໃຊ້ໃນເຂດບໍ່ເກືອໂປຕາສ ເນື້ອທີ່ 48,52 ກິໂລຕາແມັດ ຢູ່ບ້ານໜອງລົ່ມ ແລະ ເຮັດໃຫ້ນິຄົມອຸດສາຫະກໍາມີການເຊື່ອມໂຍງກັນ ສ້າງມູນຄ່າສູງກວ່າເກົ່າ ແລະ ສົ່ງຜົນປະໂຫຍດຕໍ່ປະຊາຊົນຫຼາຍກວ່າເກົ່າ.
ບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ ໄດ້ຖືເອົາອຸດສາຫະກໍາຝຸ່ນໂປຕາສເປັນແກ່ນສານ ດໍາເນີນການຂະຫຍາຍຕ່ອງໂສ້ອຸດສາຫະກໍາແບບແນວຕັ້ງ-ແນວນອນ ສ້າງຮູບແບບການພັດທະນາຂອງເຂດນິຄົມອຸດສາຫະກໍາ ບໍ່ພຽງແຕ່ຈະຊ່ວຍສະໜອງແນວຄິດໃໝ່ ແລະ ການສາທິດໃໝ່ໃຫ້ແກ່ການພັດທະນາຊັບພະຍາກອນບໍ່ແຮ່ຂອງປະເທດລາວ ມີຜົນດີຕໍ່ການຊຸກຍູ້ການພັດທະນາອຸດສາຫະກໍາ ແລະ ຕົວເມືອງຂອງປະເທດລາວ.
ປຽບເໝືອນຟ້າກັບດິນ ການສົມທຽບຢ່າງຮຸນແຮງເຮັດໃຫ້ມີການໄຕ່ຕອງ ໃນເຂດບໍ່ເກືອໂປຕາສ ບ້ານໜອງລົ່ມ ບໍລິສັດໄດ້ຈັດສັນເຄື່ອງຈັກຊີເຈາະ 10 ກວ່າເຄື່ອງ ເຂົ້າໃນວຽກງານການເຈາະສໍາຫຼວດໃນອາກາດທີ່ຮ້ອນຫຼາຍ ບັນຍາກາດອັນຟົດຟື້ນໃນພິທິເປີດໂຄງການກໍ່ເຮັດໃຫ້ເຮົາເຫັນຄວາມຈະເລີນຮຸ່ງເຮືອງໃນອະນາຄົດ ແຕ່ວ່ານັກຂ່າວກໍ່ໄດ້ສັງເກດເຫັນເຂດບໍ່ແຮ່ອີກເຂດໜຶ່ງທີ່ຕິດກັບເຂດບໍ່ເກືອໂປຕາສ ບ້ານໜອງລົ່ມ ແມ່ນງຽບເຫງົາຫຼາຍ ພາຍຫຼັງທໍາຄວາມເຂົ້າໃຈແລ້ວ ນັກຂ່າວຈຶ່ງຮູ້ວ່າ ນີ້ກໍ່ເປັນເຂດບໍ່ເກືອໂປຕາສອີກເຂດໜຶ່ງທີ່ຕິດກັບເຂດບໍ່ເກືອໂປຕາສ ບ້ານໜອງລົ່ມ ເຊິ່ງໄດ້ເຊັນສັນຍາສຶກສາສໍາຫຼວດໃນເດືອນ 3 ປີ 2022 ແຕ່ວ່າການວາງເງິນຂອງບໍລິສັດແມ່ນມີຄວາມຊັກຊ້າ ປະສິດທິພາບການສໍາຫຼວດກໍ່ຕໍ່າຫຼາຍ ປັດຈຸບັນສໍາເລັດການຊີເຈາະພຽງ 2 ຮູເທົ່ານັ້ນ ແລະ ວຽກງານການສໍາຫຼວດຢູ່ໃນສະພາບຢຸດເຊົາ.
ຈາກທີ່ຮັບຮູ້ແລ້ວ ຊັບພະຍາກອນບໍ່ແຮ່ຂອງປະເທດລາວມີຄວາມອຸດົມສົມບູນ ລວມທັງບໍ່ເກືອໂປຕາສ ບໍ່ຖ່ານຫີນ ບໍ່ບົກຊິດ ແລະ ບໍ່ແຮ່ອື່ນໆ ລະດັບການພັດທະນາຂ້ອນຂ້າງຕໍ່າ ພື້ນທີ່ການພັດທະນາກວ້າງ ກາຍເປັນ “ສະຫວັນແຫ່ງການຂຸດຄົ້ນບໍ່ຄໍາ” ຂອງນັກລົງທຶນ ໄດ້ດຶງດູດນັກລົງທຶນເປັນຈໍານວນຫຼາຍ ພ້ອມນີ້ໄດ້ດຶງດູດນັກສວຍໂອກາດ ແລະ ນັກລົງທຶນທີ່ມີຄວາມສາມາດຕໍ່າ ວິສາຫະກິດລັກສະນະສວຍໂອກາດເຫຼົ່ານີ້ມັກຈະກັກຕຸນ ແລະ ຄອບຄອງສິດ ເມື່ອໄດ້ຮັບສິດທິບໍ່ແຮ່ແລ້ວບໍ່ດໍາເນີນການພັດທະນາ ລໍຖ້າໂອກາດແລ້ວໂອນຂາຍດ້ວຍລາຄາສູງ ວິສາຫະກິດທີ່ມີຄວາມສາມາດຕໍ່າ ໃນເມື່ອໄດ້ຮັບສິດທິບໍ່ແຮ່ແລ້ວ ເນື່ອງຈາກມີຂໍ້ຈໍາກັດດ້ານຄວາມສາມາດ ພຽງແຕ່ສາມາດດໍາເນີນການປຸງແຕ່ງຊັບພະຍາກອນບໍ່ແຮ່ໃນຂັ້ນທໍາອິດ ຫຼື ພັດທະນາພາກສ່ວນໜຶ່ງເທົ່ານັ້ນ ຜົນປະໂຫຍດໃນການພັດທະນາຊັບພະຍາກອນບໍ່ແຮ່ໄດ້ຫຼຸດລົງຫຼາຍ ບໍ່ວ່າຈະເປັນການສວຍໂອກາດກັກຕຸນ ຫຼື ຄອບຄອງສິດ ການປຸງແຕ່ງຂັ້ນທໍາອິດ ແລະ ການພັດທະນາພາກສ່ວນໜຶ່ງທີ່ໄດ້ຮັບການຈໍາກັດດ້ານຄວາມສາມາດ ທັງເປັນການລະເມີດສັນຍາທີ່ເຊັນກັບລັດຖະບານ ແລະ ສົ່ງຜົນກະທົບຕໍ່ການສະແດງທ່າແຮງດ້ານຊັບພະຍາກອນແຮ່ທາດຂອງປະເທດລາວ ສົ່ງຜົນກະທົບຕໍ່ການພັດທະນາເສດຖະກິດແບບຄຸນນະພາບ ແລະ ວ່ອງໄວຂອງປະເທດລາວ.
ຕໍ່ເຫດການເຫຼົ່ານີ້ ທາງພາກສ່ວນກ່ຽວຂ້ອງຂອງລັດຖະບານຈະຕ້ອງໃຫ້ຄວາມເອົາໃຈໃສ່ທີ່ສຸດ ສໍາລັບວິສາຫະກິດທີ່ມີສິດທິບໍ່ແຮ່ແຕ່ບໍ່ດໍາເນີນການພັດທະນາ ຈະຕ້ອງກໍານົດເວລາເກັບຄືນສິດທິບໍ່ແຮ່ ແລ້ວນໍາເອົາຊັບພະຍາກອນເຂົ້າໃນຕະຫຼາດຄືນໃໝ່ ເພື່ອເລືອກເອົາວິສາຫະກິດທີ່ມີຄວາມສາມາດ ແລະ ເຮັດແທ້ທໍາຈິງນັ້ນເຂົ້າໄປດໍາເນີນການພັດທະນາຊັບພະຍາກອນແບບລົງເລິກ ສ້າງຕ່ອງໂສ້ອຸດສາຫະກໍາປຸງແຕ່ງຊັບພະຍາກອນບໍ່ແຮ່ທັງໝົດ ໝູນໃຊ້ຕົ້ນທຶນພະລັງງານໄຟຟ້າຕໍ່າ ແລະ ຄ່າແຮງງານຕໍ່າຂອງປະເທດລາວ ດໍາເນີນການລວບລວມອຸດສາຫະກໍາ ສ້າງເປັນກຸ່ມອຸດສາຫະກໍາ ເພື່ອຊຸກຍູ້ການພັດທະນາອຸດສາຫະກໍາຂອງປະເທດລາວ ເພີ່ມລະດັບຄວາມສາມາດດ້ານການສະໜອງຜະລິດຕະພັນ ແລະ ຄວາມສາມາດດ້ານລາຍຮັບຈາກການສົ່ງອອກຂອງປະເທດລາວ ເຮັດໃຫ້ມູນຄ່າເງິນຕາຂອງປະເທດລາວມີຄວາມໝັ້ນຄົງ ຊຸກຍູ້ການພັດທະນາເສດຖະກິດແບບແຂງແຮງ ແລະ ວ່ອງໄວຂອງປະເທດລາວ.