IOM ຈະສືບຕໍ່ຮ່ວມມືກັບ ສປປ ລາວກ່ຽວກັບນະໂຍບາຍການເຄື່ອນຍ້າຍຖິ່ນຖານ

    ໃນອາທິດຜ່ານມາ ອົງການສາກົນເພື່ອການເຄື່ອນຍ້າຍຖິ່ນຖານ (IOM) ປະຈຳ ສປປ ລາວ ໄດ້ຕ້ອນຮັບທ່ານ Stuart Simpson ຮອງຜູ້ອຳນວຍການອົງການ IOM ປະຈໍາພາກພື້ນອາຊີ ແລະ ປາຊີຟິກ ທີ່ມາຢ້ຽມຢາມ ສປປ ລາວເປັນຄັ້ງທຳອິດ ເພື່ອພົບປະກັບລັດຖະບານ ແລະ ຄູ່ຮ່ວມພັດທະນາທີ່ສຳຄັນຂອງ ສປປ ລາວ ແລະ ປຶກສາຫາລືກ່ຽວກັບບັນດາຂົງເຂດການຮ່ວມມືໃນປັດຈຸບັນ ແລະ ແຜນງານໃນອະນາຄົດ.

   ໃນໂອກາດທີ່ມາຢ້ຽມຢາມ ສປປ ລາວຂອງທ່ານ Stuart Simpson ຄັ້ງນີ້ ໄດ້ເຂົ້າຢ້ຽມຄຳນັບທ່ານ ບຸນເຫຼືອ ພັນດານຸວົງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຜູ້ປະສານງານອົງການສະຫະປະຊາຊາດ ປະຈໍາ ສປປ ລາວ ເຊິ່ງທ່ານຮອງລັດຖະມົນຕີໄດ້ສະແດງຄວາມຕ້ອນຮັບ ຊົມເຊີຍ ແລະ ຂອບໃຈອົງການຈັດຕັ້ງສາກົນທີ່ໄດ້ໃຫ້ການສະໜັບສະໜູນຕະຫຼອດໃນໄລຍະ 2 ທົດສະວັດທີ່ຜ່ານມາ ໂດຍສະເພາະ ການລົງນາມໃນສັນຍາການຮ່ວມມືລະຫວ່າງ ສປປ ລາວ ແລະ ອົງການ IOM ພ້ອມທັງການປະກອບສ່ວນເຂົ້າໃນການພັດທະນາແຜນຍຸດທະສາດອົງການ IOM ປີ 2022-2026 ພ້ອມກັນນັ້ນ ກໍໄດ້ໃຫ້ການສະໜັບສະໜູນໃນການປັບປຸງການຄຸ້ມຄອງການເຄື່ອນຍ້າຍໃນ ສປປ ລາວ ລວມທັງການສະໜັບສະໜູນດ້ານວິຊາການໃນການຄຸ້ມຄອງດ່ານຊາຍແດນ ຕ້ານການຄ້າມະນຸດ ແລະ ການລັກລອບເຂົ້າອອກເມືອງ ແຮງງານເຄື່ອນຍ້າຍ ແລະ ຍິນດີທີ່ຈະສະໜັບສະໜູນວຽກງານຂອງອົງການ IOM ເຊິ່ງຫຼາຍກົມພາຍໃນກະຊວງ ແມ່ນມີໜ້າທີ່ກ່ຽວຂ້ອງໃນການປະກອບສ່ວນເຂົ້າໃນວຽກງານການເຄື່ອນຍ້າຍເຊັ່ນ ກົມອົງການຈັດຕັ້ງສາກົນ ກົມກົງສຸນ ກົມສົນທິສັນຍາ ແລະ ກົດໝາຍ.

     ທ່ານ Stuart Simpson ໄດ້ສະແດງຄວາມຊົມເຊີຍການສະໜັບສະໜູນຕໍ່ກະຊວງການຕ່າງປະເທດ ໃນການສົ່ງເສີມການຄຸ້ມຄອງການເຄື່ອນຍ້າຍຖິ່ນຖານໃນປະເທດ ລວມທັງການປະກອບສ່ວນເຂົ້າໃນການປະຕິບັດຂໍ້ຕົກລົງວ່າດ້ວຍການເຄື່ອນຍ້າຍຖິ່ນຖານທີ່ປອດໄພ ເປັນລະບຽບ ແລະ ຖືກກົດໝາຍ (GCM) ພ້ອມກັນນັ້ນ ທັງສອງທ່ານໄດ້ປຶກສາຫາລືກ່ຽວກັບຄວາມທ້າທາຍທີ່ ສປປ ລາວປະເຊີນໜ້າຢູ່ ໃນນາມເປັນປະເທດທີ່ບໍ່ມີທາງອອກສູ່ທະເລ ແລະ ມີຊາຍແດນຕິດກັບ 5 ປະເທດ ນອກຈາກນັ້ນ ກໍໄດ້ປຶກສາຫາລືກ່ຽວກັບການພົວພັນຂອງສອງອົງກອນ ກ່ຽວກັບການຊ່ວຍເຫຼືອດ້ານກົງສູນຈາກກະຊວງການຕ່າງປະເທດໃຫ້ແກ່ຜູ້ເຄື່ອນຍ້າຍທີ່ມີຄວາມສ່ຽງທີ່ອາໄສຢູ່ຕ່າງປະເທດ ແລະ ມຸ່ງໝັ້ນໃນການສືບຕໍ່ຮ່ວມມືກັບລັດຖະບານແຫ່ງ ສປປ ລາວ ເພື່ອຊ່ວຍເຫຼືອທາງດ້ານເຕັກນິກວິຊາການກ່ຽວກັບນະໂຍບາຍການເຄື່ອນຍ້າຍ ພ້ອມທັງເສີມສ້າງຄວາມເຂັ້ມແຂງໃຫ້ແກ່ບັນດາພາກສ່ວນຕ່າງໆທີ່ກ່ຽວຂ້ອງຂອງລັດຖະບານ ແລະ ພາກສ່ວນທີ່ບໍ່ຂຶ້ນກັບລັດຖະບານ ຈັດຕັ້ງປະຕິບັດໂຄງການການເຄື່ອນຍ້າຍໃນ ສປປ ລາວ.

     ນອກຈາກນີ້ ທ່ານ Stuart Simpson ຍັງໄດ້ເຂົ້າພົບປະກັບເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳ ສປປ ລາວ ຫົວໜ້າຫ້ອງການພະແນກຕ້ານຢາເສບຕິດ ແລະ ປະຕິບັດກົດໝາຍກະຊວງການຕ່າງປະເທດຂອງສະຫະລັດອາເມຣິກາ ໂດຍໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການເຄື່ອນຍ້າຍຖິ່ນຖານຕໍ່ກັບການພັດທະນາປະເທດຊາດ ເຊັ່ນດຽວກັນກັບການປົກປ້ອງປະຊາກອນທີ່ມີຄວາມສ່ຽງ ໂດຍສະເພາະແມ່ນຜູ້ເຄື່ອນຍ້າຍ ການພິຈາລະນາກ່ຽວກັບຜູ້ເຄື່ອນຍ້າຍແມ່ນມີຄວາມສຳຄັນຫຼາຍ ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງ ແລະ ຄວາມມຸ່ງໝັ້ນທີ່ຈະບໍ່ປະຖິ້ມຜູ້ໃດຜູ້ໜຶ່ງຢູ່ເບື້ອງຫຼັງ.

# ຂ່າວ – ພາບ : ອົ່ນ ໄຟສົມທອງ

error: Content is protected !!