ລາວ-ເກົາຫຼີ ຮັດແໜ້ນວຽກງານແຜນການ ແລະ ການລົງທຶນ

    ໃນໂອກາດທີ່ທ່ານ ຈອງ ວູເທັກ ຮອງປະທານສະພາແຫ່ງ ສ ເກົາຫຼີ ພ້ອມດ້ວຍຄະນະ ທີ່ເດີນມາທາງຢ້ຽມຢາມ ແລະ ເຮັດວຽກຢູ ສປປ ລາວ ລະຫວ່າງວັນທີ 26-29 ພະຈິກ 2022 ໃນວັນທີ 28 ພະຈິກ ຄະນະຜູ້ແທນດັ່ງກ່າວ ໄດ້ເຂົ້າພົບປະກັບທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ທີ່ກະຊວງດັ່ງກ່າວ.

    ໂອກາດນີ້ ທ່ານ ຄຳເຈນ ວົງໂພສີ ໄດ້ສະແດງຄວມຕ້ອນຮັບ ແລະ ຕີລາຄາສູງຕໍ່ການເຂົ້າພົບປະຄັ້ງນີ້ ເຊິ່ງທັງສອງຝ່າຍໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານຂອງຕົນໃຫ້ກັນຊາບ ໃນໄລຍະຜ່ານມາ ສ ເກົາຫຼີ ໄດ້ໃຫ້ການຊ່ວຍ ສປປ ລາວຫຼາຍດ້ານ ເປັນຕົ້ນ ການສຶກສາ ການພັດທະນາຊັນພະຍາກອນມະນຸດ ພັດທະນາພື້ນຖານໂຄງລ່າງ ກະສິກຳ ທຶນເງິນກູ້ໄລຍະສັ້ນ ໄລຍະຍາວ ແລະ ອື່ນໆ ເຊິ່ງບັນດາການຊ່ວຍເຫຼືອເຫຼົ່ານີ້ ໄດ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ຢ່າງໃຫຍ່ຫຼວງ ພ້ອມກັນນັ້ນ ກໍໄດ້ປຶກສາຫາລືຫຼາຍບັນຫາທີ່ກ່ຽວຂ້ອງກັບວຽກງານແຜນການ ແລະ ການລົງທຶນໃນຕໍ່ໜ້າ.

    ຈາກນັ້ນທ່ານ ຈອງ ວູເທັກ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບຂອງທ່ານລັດຖະມົນຕີ ການພົບປະຄັ້ງນີ້ ເປັນການຮັດແໜ້ນຄວາມສາມັກຄີ ການຮ່ວມມືໃນດ້ານຕ່າງໆລະຫວ່າງສອງປະເທດ ແລະ ຈະນຳເອົາການປຶກສາຫາລືຄັ້ງນີ້ໄປຄົ້ນຄວ້າ ພິຈາລະນາກັບໝູ່ຄະນະ ເພື່ອສືບຕໍ່ຮ່ວມມືໃນຕໍ່ໜ້າໃຫ້ແໜ້ນແຟ້ນຍິ່ງຂຶ້ນ.

error: Content is protected !!