ລາວ-ເກົາຫຼີ ພົບປະສອງຝ່າຍເພື່ອຮັດແໜ້ນວຽກງານສະພາແຫ່ງຊາດ

ພິທີພົບປະສອງຝ່າຍ ລະຫວ່າງສະພາແຫ່ງຊາດລາວ ແລະ ສະພາແຫ່ງຊາດ ສ ເກົາຫຼີ ຈັດຂຶ້ນວັນທີ 28 ພະຈິກ 2022 ທີ່ສະພາແຫ່ງຊາດລາວ ນຳໂດຍທ່ານນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດແຫ່ງ ສປປ ລາວ ແລະ ທ່ານ ຈອງ ວູ ເທັກ ຮອງປະທານສະພາແຫ່ງຊາດ ແຫ່ງ ສ.ເກົາຫລີ ມີບັນດຂະແໜງການກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.

ທ່ານນາງ ສູນທອນ ໄຊຍະຈັກ ກ່າວວ່າ ຕະຫຼອດໄລຍະຜ່ານມາ ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີງາມລະຫວ່າງສອງປະເທດ ລາວ-ສ.ເກົາຫຼີ ກໍຄືການພົວພັນຮ່ວມມືລະຫວ່າງສອງອົງການນິຕິບັນຍັດ ເຊິ່ງການພົວພັນຮ່ວມມືດັ່ງກ່າວ ໄດ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຢ່າງໃຫຍ່ຫຼວງ ປັດຈຸບັນ ລັດຖະບານໄດ້ສຸມໃສ່ຈັດຕັ້ງປະຕິບັດນະໂຍບາຍເຊື່ອມໂຍງເຊື່ອມຈອດ ໂດຍຖືເອົາເສັ້ນທາງລົດໄຟລາວ-ຈີນເປັນເສັ້ນທາງຂົນສົ່ງສິນຄ້າຈາກບັນດາປະເທດອາຊຽນໄປສູ່ ສປ ຈີນ ແລະ ປະເທດອື່ນໆ ໃນພາກພື້ນ ແລະ ສາກົນ ພ້ອມດຽວກັນນີ້ ສ ເກົາຫຼີ ໄດ້ໃຫ້ການຊ່ວຍເຫຼືອລ້າແກ່ ສປປ ລາວ ເປັນຕົ້ນ ການເກັບກູ້ລະເບີດບໍ່ທັນແຕກ UXO ການຊ່ວຍເຫຼືອລ້າເພື່ອການພັດທະນາ ODA ການຊ່ວຍເຫຼືອດ້ານມະນຸດສະທຳ ການລົງທຶນຂອງ ສ.ເກົາຫຼີ ຢູ່ ສປປ ລາວ ມີມູນຄ່າປະມານ 758 ລ້ານໂດລາສະຫະລັດ ໃນຈໍານວນ 312 ໂຄງການ ແລະ ຈັດຢູ່ໃນອັນດັບ 4 ຂອງການລົງທຶນຂອງຕ່າງປະເທດ ໂດຍລົງທຶນໃນຂະແໜງພະລັງງານໄຟຟ້າ ການກໍ່ສ້າງ ການບໍລິການ ກະສິກຳ ອຸດສາຫະກໍາ ແລະ ຫັດຖະກໍາ ໂຮງແຮມ ແລະ ຮ້ານອາຫານ ທະນາຄານ ການສຶກສາ ສາທາລະນະສຸກ ແລະ ອື່ນໆ.

ສຳລັບການຮ່ວມມືລະຫວ່າງສອງສະພາແຫ່ງຊາດ ໄດ້ຮັບການຂະຫຍາຍຕົວເປັນຢ່າງດີ ແລະ ຕໍ່ເນື່ອງ ສະແດງອອກ ມີການແລກປ່ຽນຢ້ຽມຢາມເຊິ່ງກັນ ແລະ ກັນໃນລະດັບຕ່າງໆ ນອກຈາກນີ້ ໄດ້ມີການເຊັນບົດບັນທຶກຄວາມເຂົ້າໃຈລະຫວ່າງສະຖາບັນຄົ້ນຄວ້ານິຕິກຳຂອງສະພາແຫ່ງຊາດລາວ ກັບສູນບໍລິການຄົ້ນຄວ້າຂອງສະພາແຫ່ງຊາດ ສ.ເກົາຫຼີ ກົມສື່ມວນຊົນສະພາແຫ່ງຊາດລາວ ແລະ ສູນກາງໂທລະພາບການເມືອງ ສ.ເກົາຫຼີ ເພື່ອແລກປ່ຽນຂໍ້ມູນຂ່າວສານນໍາກັນ ສອງຝ່າຍຍັງມີການແລກປ່ຽນສານຊົມເຊີຍ ສານອວຍພອນໃນໂອກາດວັນສຳຄັນຂອງຊາດ ມີການຮ່ວມມື ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ຢູ່ໃນເວທີລັດຖະສະພາພາກພື້ນ ແລະ ສາກົນ ເປັນຕົ້ນ IPU ASEP APPF AIPA ແລະ ເວທີອື່ນໆ ເພື່ອປະກອບສ່ວນໃນການສົ່ງເສີມສັນຕິພາບ ສະຖຽນລະພາບ ມິດຕະພາບ ແລະ ການຮ່ວມມືເພື່ອການພັດທະນາ ນອກຈາກນີ້ ກໍໄດ້ປຶກສາຫາລືແຜນການໃນຕໍ່ໜ້າ ເພື່ອສືບຕໍ່ພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດລາວ ແລະ ສະພາແຫ່ງຊາດ ສ. ເກົາຫຼີ ສືບຕໍ່ແລກປ່ຽນຂໍ້ມູນຂ່າວສານທີ່ມີຄວມສົນໃຈນໍາກັນກ່ຽວກັບການປະຕິບັດພາລະບົດບາດດ້ານນິຕິບັນຍັດ ສອງຝ່າຍສືບຕໍ່ຊຸກຍູ້ ແລະ ສົ່ງເສີມໃຫ້ລັດຖະບານຂອງສອງປະເທດຈັດຕັ້ງປະຕິບັດບັນດາສັນຍາ ສົນທິສັນຍາ ແລະ ຂໍ້ຕົກລົງທີ່ສອງລັດຖະບານໄດ້ລົງນາມຮ່ວມກັນໃຫ້ເປັນຮູບປະທໍາ ແລະ ມີປະສິດທິຜົນຍິ່ງໆຂຶ້ນ ເປັນຕົ້ນແມ່ນ ສັນຍາການຮ່ວມມືດ້ານເສດຖະກິດ ການຄ້າ ການລົງທຶນ ການສຶກສາ ສາທາລະນະສຸກ ການທ່ອງທ່ຽວ ດ້ານພະລັງງານ ການເຝິກສີມືແຮງງານ ຍແລະອື່ນໆ.

ຂ່າວຍັງແຈ້ງໃຫ້ຮູວ່າ ໃນວັນດຽວກັນນີ້ຄະນະຜູ້ແທນດັງກ່າວ ໄດ້ເຂົ້າພົບປະທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ້ງຊາດແຫ່ງ ສປປ ລາວອີກດ້ວຍ. # ຂ່າວ – ພາບ : ອົ່ນ ໄຟສົມທອງ

error: Content is protected !!