ຮອງລັດຖະມົນຕີກະຊວງພາຍໃນ ຕ້ອນຮັບຄະນະຜູ້ແທນ ສ ມຽນມາ

ວັນທີ 28 ພະຈິກ 2022 ທີ່ກະຊວງພາຍໃນ ທ່ານນາງ ລີວົງ ລາວລີ ຮອງລັດຖະມົນຕີກະຊວງພາຍໃນ ຕ້ອນຮັບການເຂົ້າພົບປະຂອງທ່ານ ຊໍ ອາຍເມິງ ຮອງລັດຖະມົນຕີກະຊວງກິດຈະການວຽກງານຊົນເຜົ່າ ແລະ ວັດທະນະທຳຂອງສະຫະພາບມຽນມາ (ສ ມຽນມາ) ພ້ອມດ້ວຍຄະນະ ໃນໂອກາດທີ່ມາຢ້ຽມຢາມ ແລະ ເຮັດວຽກຮ່ວມກັບກະຊວງພາຍໃນລະຫວ່າງວັນທີ 27 ພະຈິກ ຫາ ວັນທີ 3 ທັນວາ 2022.

ໃນພິທີ ທ່ານນາງ ລີວົງ ລາວລີ ໄດ້ສະແດງຄວາມຕ້ອນຮັບຄະນະຜູ້ແທນ ສ ມຽນມາ ຈາກນັ້ນ ທັງສອງຝ່າຍກໍໄດ້ລາຍງານສະພາບການເຄື່ອນໄຫວວຽກງານຂອງຕົນໃຫ້ກັນຊາບ ໂດຍສະເພາະ ການແລກປ່ຽນດ້ານວຽກງານຊົນເຜົ່າ ແລະ ວັດທະນະທຳ ສິດທິມະນຸດຊົນເຜົ່າ ເພື່ອເປັນການສ້າງເຄືອຂ່າຍແລະ ຄວາມເຂົ້າໃຈກ່ຽວກັບວຽກງານຊົນເຜົ່າລະຫວ່າງສອງອົງການ ພ້ອມກັນນັ້ນ ກໍໄດ່ສະເໜີບັນຫາຕ່າງໆທີ່ສອງຝ່າຍໃຫ້ຄວາມສົນໃຈ ເພື່ອສືບຕໍ່ພິຈາລະນາຮ່ວມກັນໃນຕໍ່ໜ້າ ການຢ້ຽມຢາມ ສປປ ລາວ ຂອງ ສ ມຽນມາຄັ້ງນີ້ເປັນກິດຈະກຳໜຶ່ງທີ່ນອນໃນໂຄງການແລກປ່ຽນວັດທະນະທຳຊົນເຜົ່າ ກັບບັນດາປະເທດລຸ່ມແມ່ນໍ້າຂອງ ໂດຍໄດ້ຮັບການສະໜັບສະໜູນພາຍໃຕ້ການຮ່ວມມືຂອງແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຈາກລັດຖະບານ ສປ ຈີນ ໃນປີ 2020.

ໂອກາດນີ້ ທ່ານ ຊໍ ອາຍເມິງ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບຄັ້ງນີ້ ຈະສືບຕໍ່ໃຫ້ການສະໜັບສະໜູນ ແລະ ຮ່ວມມືລະຫວ່າງສອງອົງການໃນຕໍ່ໜ້າ ນອກຈາກນີ້ ຄະນະຜູ້ແທນດັ່ງກ່າວ ຈະໄດ້ເຂົ້າຮ່ວມກອງປະຊຸມຕ່າງໆຮ່ວມກັບກະຊວງພາຍໃນ ແລະ ໄປທັດສະນະສຶກສາ ຢ້ຽມຊົມສະຖານອະນຸຮັກວັດທະນະທຳຊົນເຜົ່າຢູ່ແຂວງຫຼວງພະບາງອີກດ້ວຍ.

# ຂ່າວ – ພາຍ : ອົ່ນ ໄຟສົມທອງ

error: Content is protected !!