ເຈົ້າຄອງນະຄອນຫຼວງ ເນັ້ນທັບນັກກີລາສູ້ຊົນຍາດເອົາເຈົ້າຫຼຽນຄໍາ ຊຽງຂວາງ ເກມ

    ພິທີພົບປະໂອ້ລົມ ແລະ ໄຂຂະບວນການສະໜັບສະໜູນໃຫ້ກ້ອນກໍາລັງນັກກີລານະຄອນຫຼວງວຽງຈັນ (ນວ) ສູ່ງານມະຫະກໍາກີລາແຫ່ງຊາດ ຄັ້ງທີ 11 ຫຼື ຊຽງຂວາງ ເກມ ທີ່ແຂວງຊຽງຂວາງເປັນເຈົ້າພາບ ຈັດຂຶ້ນວັນທີ 24 ພະຈິກ 2022 ຢູ່ຫ້ອງວ່າການ ນວ ໂດຍມີທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງ ນວ ທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງ ນວ ບັນດາການນໍາພັກ-ລັດ ຕະຫຼອດຮອດຄະນະຮັບຜິດຊອບທັບນັກກີລາ ນວ ຄູເຝິກ ແລະ ນັກກີລາ ເຂົ້າຮ່ວມ.

    ທ່ານ ສົມພອນ ສອນດາລາ ຫົວໜ້າພະພແນກສຶກສາທິການ ແລະ ກີລາ ກ່າວວ່າ: ມາຮອດປັດຈຸບັນ ອະນຸກໍາມະການແຕ່ລະພາກສ່ວນກໍໄດ້ຮຽກປະຊຸມບັນດາອະນຸກໍາມະການທີ່ຖືກແຕ່ງຕັ້ງ ໃນຂໍ້ຕົກລົງສະບັບເລກທີ 835/ຈນວ ລົງວັນທີ 4 ຕຸລາ 2022 ເຊິ່ງການແບ່ງຄວາມຮັບຜິດຊອບຮອບດ້ານໃນການປະສານງານ ແລະ ລວງແຜນປິ່ນອ້ອມຮອບດ້ານ ໃນການນໍາພາທັບນັກກີລາເຂົ້າຮ່ວມການແຂ່ງຂັນຢ່າງມີຜົນສໍາເລັດ.

    ສໍາລັບອະນຸກໍາມະການເຕັກນິກ ແມ່ນໝາກຫົວໃຈຫຼັກຂອງທັບກີລາ ນວ ເພາະເປັນຂົວຕໍ່ລະຫວ່າງ ສະຫະພັນ ພະແນກການ ແລະ ໂຮງຮຽນ ໃຫ້ໄດ້ໄຂກອງປະຊຸມປຶກສາຫາລື ຄົ້ນຄວ້າຮອບດ້ານ ໃນການຊ່ວຍໜູນໃຫ້ແກ່ຄູເຝິກ ເເລະ ນັກກີລາ ເຂົ້າໃນການເຝິກແອບ ເຝິກຊ້ອມ ແລະ ໄປຮ່ວມແຂ່ງຂັນ ເຊິ່ງເຫັນໄດ້ວ່າ ຫຼາຍໆສະຫະພັນ ພະແນກການ ແລະ ໂຮງຮຽນ ແມ່ນໄດ້ຮ່ວມກັນຈັດຕັ້ງປະຕິບັດຢ່າງຕັ້ງໜ້າ ມີການປະສານສົມທົບກັນຢ່າງກົມກຽວ ທຸກປະເພດກີລາໄດ້ເຝິກຊ້ອມເປັນປົກກະຕິ ແລະ ເຂົ້ານອນສູນແລ້ວ ມີທັງໝົດ 13 ປະເພດກີລາ ຂຶ້ນແນວໜ້າແລ້ວ 2 ປະເພດກີລາ (ຍິງທະນູ ແລະ ເທຄວັນໂດ) ນອກນັ້ນແມ່ນເຝິກແອບ ເຝິກຊ້ອມຕາມຂົງເຂດທີ່ທາງສະຫະພັນກໍານົດໃຫ້ ການປະສານສົມທົບກັບບໍລິສັດຂົນສົ່ງ ນັກກີລາ ນວ ມີລົດ 45 ບ່ອນນັ່ງ ແລະ 15 ບ່ອນນັ່ງ ຈາກບໍລິສັດ ທັນຊະນະຂົນສົ່ງ ເຊິ່ງມີໜ້າທີ່ຮັບສົ່ງລວມທັງກັບ ແລະ ຮັບໃຊ້ຢູ່ແນວໜ້າໃຫ້ທັນກັບສະພາບການ.

   ສໍາລັບການນໍາ ນວ ມີ 14 ທ່ານ ຄະນະຮັບຜິດຊອບນໍາພາທັບນັກກີລາ 82 ທ່ານ ປະທານສະຫະພັນກີລາ 25 ທ່ານ ຄະນະຮັບຜິດຊອບລະດົມທຶນ 80 ທ່ານ ຄູເຝິກ 25 ປະເພດກີລາ 97 ທ່ານ ນັກກີລາເພດຊາຍ 212 ທ່ານ ແລະ ນັກກີລາເພດຍິງ 155 ທ່ານ ລວມທັງຫມົດ: 663 ທ່ານ.

    ປັດຈຸບັນ ໄດ້ມີການແຂ່ງຂັນໄປແລ້ວ 2 ປະເພດກີລາ ຄື: ກີລາຍິງປືນ ແຂ່ງຢູ່ສະໜາມກີລາ 5 ເມສາ ຍັງສືບຕໍ່ເເຂ່ງຂັນ ກີລາລອຍນໍ້າແຂ່ງຂັນຢູ່ສະໜາມກີລາ ຫຼັກ 16 ສໍາເລັດແລ້ວ ເຮົາວາງຄາດຫມາຍ 3 ຫຼຽນຄໍາ ແຕ່ຜົນການແຂ່ງຂັນ ໄດ້ 4 ຫຼຽນຄໍາ 8 ຫຼຽນເງິນ ແລະ 6 ຫຼຽນທອງ ສໍາລັບບ່ອນຮອງຮັບທັບກີລາ ນວ ແມ່ນໂຮງຮຽນປະຖົມ ແລະ ມັດທະຍົມສີບຸນເຮືອງ (ເຊິ່ງຈະໄດ້ອາໄສຮ່ວມກັບທັບກີລາຂອງກະຊວງປ້ອງກັນຄວາມສະຫງົບ) ມີໄລຍະທາງຫ່າງຈາກສະຫນາມກິລາທົ່ງໄຫຫີນ ປະມານ 10 ກິໂລແມັດ ສະຖານທີ່ຮັບໃຊ້ການແຂ່ງຂັນ ທາງເຈົ້າພາບໄດ້ກໍານົດເອົາ 5 ຈຸດໃຫຍ່ສະໜາມແຂ່ງຂັນ ຄື: ສະໜາມກີລາໄຫຫີນເປັນສະໜາມໄຂ-ປິດ ສະໜາມກີລາໄຊຊະນະ ວິທະຍາໄລຄູຄັງໄຂ ສະໂມສອນບ້ານໂງຍ  ສະໂມສອນອ້ອມຂ້າງເທສະບານເມືອງແປກ ປັດຈຸບັນ ໄດ້ສົ່ງກອງເຕັກນິກຂື້ນໄປປະຈໍາເພື່ອກະກຽມຄວາມພ້ອມຮອບດ້ານ ເປັນຕົ້ນແມ່ນບ່ອນພັກຂອງນັກກີລາ ຄູເຝິກ ການປະສານວຽກຮອບດ້ານກັບຄະນະຈັດການແຂ່ງຂັນລະດັບຊາດ ຈໍານວນ 5 ສະຫາຍ

    ສ່ວນໄລຍະການແຂ່ງຂັນໃນຄັ້ງນີ້ ໄດ້ແບ່ງອອກເປັນ 3 ໝວດຄື: ໝວດທີ 1 ແຂ່ງ 2 ປະເພດ ຢູ່ນະຄອນຫຼວງວຽງຈັນ (14-29 ພະຈິກ2022) ໝວດທີ 2: ແຂ່ງ 11 ປະເພດ ຢູ່ແຂວງຊຽງຂວາງ (1-12/12/2022) ໝວດທີ 3: ແຂ່ງ 14 ປະເພດ ຢູ່ແຂວງຊຽງຂວາງ ( 9-21/12/2022)

    ໂອກາດນີ້ ທ່ານ ອາດສະພັງທອງ ສີພັນດອນ ເນັ້ນໜັກບັນດາຄະນະຮັບຜິດຊອບທັບນັກກີລາ ສະຫະພັນ ແລະ ນັກກີລາ ຈົ່ງໄດ້ເພີ່ມທະວີຄວາມຮັບຜິດຊອບໃນໄລຍະການແຂ່ງຂັນ ບົນພື້ນຖານຄວາມຮັດແໜ້ນຄວາມສາມັກຄີ ເອົາໃຈໃສ່ໃນການແຂ່ງຂັນ ມີນໍ້າໃຈນັກກີລາ ຮູ້ເສຍ ຮູ້ຊະນະ ແລະ ປະຕິບັດຕາມຂໍ້ກໍານົດກົດລະບຽບ ທີ່ສະຫະພັນກີລາແຫ່ງຊາດໄດ້ກໍານົດໄວ້ຢ່າງແທ້ຈິງ ພ້ອມກັນເອົາໃຈໃສ່ເຝິກແອບ ເຝິກຊ້ອມກີລາທຸກປະເພດໃຫ້ມີຄວາມເຂັ້ມແຂງ ແລະ ບັນດາອະນຸກຳມະການຕ່າງໆ ຈົ່ງລົງໃກ້ຊິດຕິດແທດ ຊຸກຍູ້ໃຫ້ກຳລັງໃຈ ຕິດຕາມຈຸດພົກຜ່ອງເພື່ອແກ້ໄຂໃຫ້ທັນກັບເວລາ ເພື່ອໃຫ້ນັກກີລາມີຂວັນກຳລັງໃຈ ແລະ ຍາດໄດ້ເຈົ້າຫຼຽນຄຳມາສູ່ຊາວນະຄອນຫຼວງວຽງຈັນຢ່າງສົມກຽດ ສາມາດຄັດເລືອກນັກກີລາທີ່ມີພອນສະຫວັນໃນຊຸດນີ້ ກຽມເປັນເຈົ້າພາບງານກີລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນຈະເປັນເຈົ້າພາບ ໃນປີ 2023 ເພື່ອພ້ອມກັນສ້າງນັກກີລາກ້າວເຂົ້າສູ່ການແຂ່ງຂັນໃນພາກພື້ນ ແລະ ສາກົນ.     ແນວໃດກໍດີ ກ່ອນຈະບັນລຸຕາມຈຸດປະສົງ ແລະ ເປົ້າໝາຍນັ້ນ ແມ່ນຕ້ອງໄດ້ຮ່ວມແຮງຮ່ວມໃຈ ຈະເປັນດ້ານເຕັກນິກ ແລະ ການປະກອບສ່ວນທາງດ້ານວັດຖຸປັດໃຈໃຫ້ມີຄວາມພ້ອມຮອບດ້ານໃນການເຂົ້າຮ່ວມໃນຄັ້ງນີ້ ໃຫ້ມີຜົນສຳເລັດຢ່າງຈົບງາມ.

error: Content is protected !!