ວາງສະແດງເອກະສານປະຫວັດສາດ ແລະ ແນະນຳປຶ້ມສາຍພົວພັນຮ່ວມມືແບບພິເສດ ລາວ-ຫວຽດນາມ

    ພິທີວາງສະແດງເອກະສານປະຫວັດສາດ ແລະ ແນະນຳປຶ້ມ ” ສາຍພົວພັນຮ່ວມມືແບບພິເສດ ລາວ-ຫວຽດນາມ” ຈັດຂຶ້ນໃນວັນທີ 23 ພະຈິກ 2022 ທີ່ ກະຊວງພາຍໃນ ໃຫ້ກຽດເຂົ້າຂອງທ່ານ ປອ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ ທ່ານ ເລຍໍແທັງ ທີປຶກສາທູດ ສະຖານທູດຫວຽດນາມປະຈຳລາວ ມີຮອງລັດຖະມົນຕີ ຄະນະຜູ້ແທນກົມເອກະສານ ແລະ ສຳເນົາແຫ່ງລັດ ສສ ຫວຽດນາມ ຫົວໜ້າ ຮອງຫົວໜ້າຫ້ອງການ ບັນດາກະຊວງ-ອົງການ ກົມ ສູນ ສະຖາບັນ ແລະ ພະນັກງານ-ລັດຖະກອນທີ່ຂຶ້ນກັບກະຊວງພາຍໃນ.

    ທ່ານ ປອ ທອງຈັນ ມະນີໄຊ ກ່າວບາງຕອນວ່າ ຕະຫຼອດໄລຍະ 60 ປີແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງລາວ-ຫວຽດນາມ ແລະ 45 ປີ ແຫ່ງການປະຕິບັດສົນທິສັນຍາມິດຕະພາບ ແລະ ການຮ່ວມມືຮອບດ້ານລະຫວ່າງລາວ-ຫວຽດນາມ ສອງຊາດລາວ-ຫວຽດນາມໄດ້ພ້ອມກັນເພີ່ມພູນຄູນສ້າງມິດຕະພາບແບບພິເສດ ການຮ່ວມມືຮອບດ້ານນຳກັນຢ່າງບໍ່ຢຸດຢັ້ງ ທັງທາງກວ້າງ ແລະ ທາງເລິກ ທັງລະດັບສູນກາງ ແລະ ທ້ອງຖິ່ນ ເຊິ່ງໄດ້ເປັນປັດໄຈສຳຄັນຕັດສິນອັນໜຶ່ງ ຕໍ່ຜົນສຳເລັດ ແລະ ໄຊຊະນະຂອງພາລະກິດປ່ຽນແປງໃໝ່ຢູ່ໃນສອງປະເທດ ສາມາດຕອບສະໜອງຜົນປະໂຫຍດຂອງປະຊາຊົນສອງຊາດໄດ້ເປັນຢ່າງດີ.

    ໃນໂອກາດດັ່ງກ່າວ ເພື່ອເປັນການສະເຫຼີມສະຫຼອງປີສາມັກຄີມິດຕະພາບລາວ-ຫວຽດນາມປີ 2022 ກໍຄື 2 ວັນປະຫວັດສາດທີ່ສໍາຄັນກະຊວງພາຍໃນ ສປປ ລາວ ແລະ ກະຊວງພາຍໃນ ສສ ຫວຽດນາມ ໂດຍສະເພາະແມ່ນກົມເອກະສານແຫ່ງຊາດລາວ ແລະ ກົມເອກະສານ ແລະ ສຳເນົາແຫ່ງລັດຫວຽດນາມ ໄດ້ຮ່ວມກັນຈັດພິທີວາງສະແດງເອກະສານປະຫວັດສາດ ແລະ ແນະນຳປຶ້ມ ” ສາຍພົວພັນຮ່ວມມືແບບພິເສດ ລາວ-ຫວຽດນາມ ” ທີ່ສ່ອງແສງເຖິງການພົວພັນຮ່ວມມືແບບພິເສດຂອງສອງພັກ ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ແລະ ຫວຽດນາມ-ລາວ. ເອກະສານປະຫວັດສາດທີ່ນຳມາແນະນຳ ແລະ ວາງສະແດງໃນຄັ້ງນີ້ ມີທັງໝົດ 266 ສະບັບ ຮູບພາບ 60 ແຜ່ນ ປຶ້ມ 132 ຫົວ ໂດຍແບ່ງອອກເປັນ 2 ໄລຍະຄື ເອກະສານປະຫວັດສາດ ແລະ ຮູບພາບກ່ຽວກັບການຮ່ວມສຳພັນສູ້ຮົບ ແລະ ສາຍພົວພັນການທູດລາວ-ຫວຽດນາມ ຫວຽດນາມ-ລາວ ແຕ່ປີ 1950-1975 ເອກະສານປະຫວັດສາດ ແລະ ຮູບພາບກ່ຽວກັບການເພີ່ມທະວີຄວາມສາມັກຄີ ແລະ ການຮ່ວມມືໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ການຮ່ວມມືພິເສດ ແລະ ຮອບດ້ານ ລະຫວ່າງລາວ-ຫວຽດນາມ ຫວຽດນາມ-ລາວ ປີ 1976 ຫາປັດຈຸບັນ ນອກຈານີ້ ບັນດາທ່ານທີ່ເຂົ້າຮ່ວມພິທີກໍໄດ້ເຂົ້າຢ້ຽມຊົມບັນດາເອກະສານ ຮູບພາບ ແລະ ປຶ້ມທີ່ເປັນມູນເຊື້ອການພົວພັນຮ່ວມມືແບບພິເສດຂອງສອງພັກ ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ຫວຽດນາມລາວ ທີ່ສະແດງໃຫ້ເຫັນເຖິງຄວາມສາມັກຄີທີ່ແໜ້ນແຟ້ນ ແລະ ສາມັກຄີຮອບດ້ານ ນັບແຕ່ອະດີດຈົນເຖິງປັດຈຸບັນ.

.

# ຂ່າວ – ພາບ : ອົ່ນ ໄຟສົມທອງ

error: Content is protected !!