ສໍາເລັດກອງປະຊຸມສາກົນ ເສີມສ້າງຊາຍແດນ ລາວ-ຫວຽດນາມ ສັນຕິພາບ ມິດຕະພາບ ຮ່ວມມືກັນພັດທະນາ

    ເພື່ອເປັນການປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ ຫວຽດນາມ-ລາວ ທັງເປັນການປະກອບສ່ວນເຂົ້າໃນບັນດາກິດຈະກຳສະເຫຼີມສະຫຼອງປີສາມັກຄີມິດຕະພາບລາວ-ຫວຽມນາມ ປີ 2022 ແລະ ປະຕິບັດຕາມຂໍ້ຕົກລົງການຮ່ວມມືລະຫວ່າງຄະນະກໍາມະການສູນກາງແນວລາວສ້າງຊາດ (ສນຊ) ແລະ ຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄລຍະປີ 2022-2027.

    ໃນວັນທີ 22 ພະຈິກ 2022 ຄະນະກໍາມະການສູນກາງແນວລາວສ້າງຊາດ ແລະ ຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ຈັດກອງປະຊຸມຂື້ນທີ່ແຂວງສະຫວັນນະເຂດ ໂດຍການເປັນປະທານຮ່ວມຂອງທ່ານ ຄໍາເຜີຍ ບຸດດາວຽງ ກໍາມະການສູນກາງພັກ ຮອງປະທານຜູ້ປະຈໍາການສູນກາງແນວລາວສ້າງຊາດ ທ່ານ ສັນຕິພາບ ພົມວິຫານ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆສະຫວັນນະເຂດ ທ່ານ ເລຕຽນເຈົ່າ ກໍາມະການສູນກາງພັກກອນມູນິດຫວຽດນາມ ຮອງປະທານຜູ້ປະຈໍາການສູນກາງແນວໂຮມປະເທດຊາດຫວຽດນາມ ມີບັນດາທ່ານຄະນະປະຈໍາ ສນຊ ຫ້ອງການກົມທີ່ກ່ຽວຂ້ອງ ບັນດາທ່ານປະທານ-ຮອງປະທານແນວລາວສ້າງຊາດ 10 ແຂວງ ທີ່ມີຊາຍແດນຕິດຈອດກັນ ມີຜູ້ຕາງໜ້າຈາກຄະນະພົວພັນຕ່າງປະເທດ ສູນກາງພັກ ກົມທະຫານຊາຍແດນ ກະຊວງປ້ອງກັນປະເທດ ຄະນະກໍາມະການຊາຍແດນຊາຍແດນແຫ່ງຊາດ ກະຊວງການຕ່າງປະເທດ ລາວ-ຫວຽດນາມ ເຂົ້າຮ່ວມ.

    ໃນກອງປະຊຸມ ໄດ້ຮັບຟັງບົດລາຍງານຜົນການຈັດຕັ້ງປະຕິບັດແຈ້ງການຮ່ວມກອງປະຊຸມເສີມສ້າງຊາຍແດນມິດຕະພາບ ລາວ-ຫວຽດນາມ ໄລຍະປີ 2017-2022 ແລະ ທິດທາງແຜນການປີ 2022-2024 ຈາກທັງສອງຝ່າຍ ເຊິ່ງໄດ້ຍົກໃຫ້ເຫັນວ່າ ໄລຍະຜ່ານມາ ຄະນະກຳມະການສູນກາງແນວລາວສ້າງຊາດ ແລະ ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ເອົາໃຈໃສ່ປຸກລະດົມຂົນຂວາຍປະຊາຊົນທີ່ອາໄສຢູ່ຕາມລຽບຕາມຊາຍແດນ ໃຫ້ເຂົ້າຮ່ວມວຽກງານປົກປັກຮັກສາຫຼັກໝາຍຊາຍແດນ ປະຕິບັດບົດບັນທຶກສັນຍາແຮກສ່ຽວລະຫວ່າງບ້ານຕໍ່ບ້ານ ເມືອງຕໍ່ເມືອງ ແລະ ແຂວງຕໍ່ແຂວງ ທີ່ມີຊາຍແດນຕິດຈອດກັນຂອງສອງປະເທດໄດ້ຢ່າງກວ້າງຂວາງ ເພື່ອເປັນການປະກອບສ່ວນເຂົ້າການເສີມສ້າງຊາຍແດນແຫ່ງສັນຕິພາບ ມິດຕະພາບທີ່ຍືນຍົງ ແລະ ຮ່ວມມືສ້າງສາພັດທະນາຊີວິດການເປັນຢູ່ຂອງປະຊາຊົນທີ່ລຽບຕາມຊາຍແດນໃຫ້ດີຂຶ້ນກວ່າເກົ່າ ທັງສອງຝ່າຍໄດ້ມີການສົ່ງຄະນະຜູ້ແທນຂັ້ນສູງ ແລະ ຄະນະວິຊາການໄປຢ້ຽມຢາມ ແລະ ພົບປະແລກປ່ຽນບົດຮຽນກ່ຽວກັບວຽກງານແນວໂຮມຂອງສອງປະເທດ ຊ່ວຍກັນຕ້ານສະກັດກັ້ນປະກົດຫຍໍ້ທໍ້ຕ່າງໆ ເພື່ອສືບຕໍ່ຊຸກຍູ້ສົ່ງເສີມການພັດທະນາເສດຖະກິດ-ສັງຄົມ ຢູ່ບໍລິເວນຊາຍແດນ ສົ່ງເສີມບັນດາວິສາຫະກິດຂອງສອງປະເທດ.

    ພ້ອມກັນນັ້ນ ຍັງໄດ້ຮັບຟັງການປະກອບຄໍາເຫັນຂອງປະທານແນວລາວສ້າງຊາດແຂວງ ແລະ ແນວໂຮມປະເທດຊາດຫວຽດນາມທີ່ມີສາຍແດນຕິດຈອດກັນ ເພື່ອແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ກອງປະຊຸມຄັ້ງນີ້ ໄດ້ປຶກສາຫາລື ເປັນເອກະພາບກັນຮັບຮອງຂໍ້ແຂ່ງຂັນຂອງກອງປະຊຸມສາກົນເສີມສ້າງຊາຍແດນ ລາວ-ຫວຽດນາມ ສັນຕິພາບ ມິດຕະພາບຮ່ວມມືກັນພັດທະນາ ແຕ່ປີ 2022-2025 ເພື່ອສືບຕໍ່ໂຄສະນາສຶກສາອົບຮົມປະຊາຊົນຂອງຕົນໃຫ້ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ ແລະ ເອກອ້າງທະນົງໃຈຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ເພິ່ມພູນຄູນສ້າງສາຍພົວພັນອັນລໍ້າຄ່າໃຫ້ຍືນຍົງຕະຫຼອດໄປ.

error: Content is protected !!