ລາວ-ຫວຽດນາມ ເພີ່ມທະວີການຮ່ວມມືວຽກງານປະກັນສັງຄົມ

    ໃນວັນທີ 22 ພະຈິກ 2022 ທີ່ແຂວງຫຼວງພະບາງ ມີພິທີເຊັນບົດບັນທຶກຄວາມເຂົ້າໃຈທາງດ້ານວຽກງານປະກັນສັງຄົມ ລະຫວ່າງອົງການປະກັນສັງຄົມແຫ່ງຊາດລາວ ແລະ ປະກັນສັງຄົມ ຫວຽດນາມ ໂດຍການຮ່ວມລົງນາມຂອງທ່ານ ປະເດີມພອນ ສົນທະນີ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດ ດີການສັງຄົມ (ຮສສ) ແລະ ທ່ານ ດາວ ຫວຽດ ແອງ ຮອງຜູ້ອຳນວຍການປະກັນສັງຄົມຫວຽດນາມ ພ້ອມດ້ວຍພະນັກງານທີ່ ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

    ທ່ານ ປະເດີມພອນ ສົນທະນີ ກ່າວວ່າ: ສາຍພົວພັນມິດຕະພາບອັນເປັນມູນເຊື້ອລະຫວ່າງສອງພັກ ສອງລັດຖະບານ ແລະ ປະຊາຊົນສອງຊາດ ລາວ ແລະ ຫວຽດນາມ ແມ່ນມີມາແຕ່ດຶກດຳບັນ ແລະ ເປັນສາຍພົວພັນພິເສດ ມີຄວາມຮັກແພງສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນຕະຫຼອດມາ ໃນປີ 2022 ນີ້ຖືວ່າເປັນປີໜຶ່ງທີ່ມີຄວາມໝາຍຄວາມສຳຄັນ ທົ່ວປວງຊົນລາວ ແລະ ຫວຽດນາມ ໄດ້ພ້ອມກັນສະເຫຼີມສະຫຼອງສອງວັນປະຫວັດສາດສຳຄັນຄື: ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຄົບຮອບ 45 ປີ ແລະ ວັນສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງລາວ ແລະ ຫວຽດນາມ ຄົບຮອບ 60 ປີ.

    ພິທີລົງນາມບົດບັນທຶກຄວາມເຂົ້າໃຈ ລະຫວ່າງກະຊວງ ຮສສ ລາວ ແລະ ປະກັນສັງຄົມຫວຽດນາມ ໃນຄັ້ງນີ້ ເຊິ່ງທັງສອງອົງກອນ ໄດ້ເຫັນດີເອກະພາບ ສືບຕໍ່ຮ່ວມມືແລກປ່ຽນ ແລະ ເພື່ອພັດທະນາວຽກງານປະກັນສັງຄົມໃນ 5 ປີຕໍ່ໜ້າ 2022-2025 ບາງດ້ານ ເປັນຕົ້ນ ການແລກປ່ຽນບົດຮຽນທາງດ້ານວິຊາການ ກ່ຽວກັບວຽກງານກວດກາປະກັນສັງຄົມ ແລກປ່ຽນບົດຮຽນທາງດ້ານວິຊາການກ່ຽວກັບວຽກຂໍ້ມູນຂ່າວສານເຕັກໂນໂລຊີ (IT) ແລກປ່ຽນບົດຮຽນກ່ຽວກັບວຽກປະຊາສໍາພັນ (ປະກັນສັງຄົມຫວຽດນາມສະເໜີລົງປະຊາສຳພັນຕົວຈິງກັບປະກັນສັງຄົມລາວ) ການແລກປ່ຽນບົດຮຽນກ່ຽວກັບການບໍລິການປະກັນສັງຄົມຜ່ານລະບົບອອນລາຍ (online) ການແລກປ່ຽນບົດຮຽນກ່ຽວກັບວິທີການ ຮູບການຂົນຂວາຍເອົາຜູ້ປະກັນຕົນແບບສະໝັກໃຈ ໃຫ້ເຂົ້າສູ່ລະບົບປະກັນສັງຄົມ ການແລກປ່ຽນບົດຮຽນກ່ຽວກັບການບໍລິການທີ່ທັນສະໄໝ ໂດຍຜ່ານແອັບພຣີເຄຊັນເທິງມືຖື ການແລກປ່ຽນບົດຮຽນຂອງຄະນະສະພາບໍລິຫານອົງການປະກັນສັງຄົມແຫ່ງຊາດລາວ ຈັດກອງປະຊຸມທົບທວນ ແລະ ປະເມີນການຈັດຕັ້ງປະຕິບັດກິດຈະກໍາໄລຍະ 2022-2025.

error: Content is protected !!