ເລຂາທິການໃຫຍ່ ຕ້ອນຮັບຄະນະຜູ້ແທນຫ້ອງວ່າການສູນກາງພັກກອມມູນິດ ຫວຽດນາມ

    ວັນທີ 22 ພະຈິກ 2022 ທີ່ຫ້ອງວ່າການສູນກາງພັກ ປະຊາຊົນປະຕິວັດລາວ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງສະຫາຍ ເລ ມິງ ຮຶງ ເລຂາທິການສູນກາງພັກ ຫົວໜ້າຫ້ອງວ່າການສູນກາງພັກກອມມູນິດຫວຽດນາມ ພ້ອມຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ພົບປະປຶກສາຫາລືວຽກງານ ລະຫວ່າງສອງຫ້ອງວ່າການສູນກາງພັກປະຊາຊົນ ປະຕິວັດລາວ ແລະ ຫ້ອງວ່າການສູນກາງພັກກອມມູນິດຫວຽດນາມຢ່າງເປັນທາງການ ລະຫ່ວາງວັນທີ 21-22 ພະຈິກ 2022 ຢູ່ນະຄອນຫຼວງວຽງຈັນ.

    ໂອກາດນີ້ ສະຫາຍເລຂາທິການໃຫຍ່ ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງຄະນະຜູ້ແທນຈາກຫ້ອງວ່າການສູນກາງພັກກອມມູນິດຫວຽດນາມ ອັນໄດ້ປະກອບສ່ວນເຮັດໃຫ້ການສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ປະຈຳປີ 2022 ມີບັນຍາກາດຟົດຟື້ນ ແລະ ເຕັມໄປດ້ວຍເນື້ອໃນທີ່ໜັກແໜ້ນ ທັງເປັນການສືບຕໍ່ເສີມຂະຫຍາຍ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນເປັນມູນເຊື້ອທີ່ຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ກໍຄືການພົວພັນຮ່ວມມືລະຫວ່າງ ສອງຫ້ອງວ່າການສູນກາງພັກ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ

    ໂອກາດດຽວກັນ ສະຫາຍ ເລ ມິງຮຶງ ໄດ້ນໍາເອົາຄວາມຢ້ຽມຢາມຖາມຂ່າວ ຄວາມເຄົາລົບ ຄວາມຮັກແພງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫ່ວາງຫວຽດນາມ ແລະ ລາວ ຂອງສະຫາຍ ຫງຽນ ຝູ໋ຈ້ອງ ເລຂາທິການໃຫຍ່ ພັກກອມມູນິດຫວຽດນາມ ແລະ ສະຫາຍ ຫງຽນ ຊວນຟຸກ ປະທານປະເທດແຫ່ງສັງຄົມນິຍົມຫວຽດນາມ ມາຍັງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດແຫ່ງ ສປປ ລາວ ພ້ອມນີ້ໄດ້ລາຍງານຜົນສຳເລັດການຳພົບປະປຶກສາຫາລື ແລະ ຕົກລົງ ລະຫວ່າງສອງຫ້ອງວ່າການສູນກກາງພັກໃນໄລຍະຜ່ານມາ ແລະ ທິດທາງການຮ່ວມມືໃນຕໍ່ໜ້າ ໃນການປະຕິບັດໜ້າທີ່ເປັນເສນາທິການໃຫ້ແກ່ກົມການເມືອງ ແລະ ສະຫາຍເລຂາທິການໃຫຍ່ ເປັນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງພັກ ກໍຄືການປະຕິບັດມະຕິຄຳສັ່ງຂອງກົມການເມືອງສູນກາງພັກ ໃຫ້ບັນລຸເປົ້າໝາຍທີ່ວາງໄວ້ຢ່າງມີປະສິດທິຜົນ.

    ພ້ອມນີ້ ສອງຫ້ອງວ່າການຍັງໄດ້ຈັດມີການເຄື່ອນໄຫວກິດຈະກໍາທີ່ສໍາຄັນຕ່າງໆຢູ່ເມືອງທ່າແຂກ ແຂວງຄໍາມ່ວນ ເພື່ອຫວນຄືນປະຫວັດສາດ ມູນເຊື້ອສາຍພົວພັນພິເສດ ຫວຽດນາມ-ລາວ ເພື່ອປະກອບສ່ວນເຂົ້າໃນການສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ຄື: ວັນສ້າງຕັ້ງສາຍພົວພັນການທູດ ຫວຽດນາມ-ລາວ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຫວຽດນາມ-ລາວ ຄົບຮອບ 45 ປີ.

    ໃນຕອນທ້າຍ ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນການພົບປະປຶກສາຫາລື ແລກປ່ຽນບົດຮຽນ ລະຫວ່າງສອງຫ້ອງວ່າການສູນກາງພັກ ລາວ-ຫວຽດນາມ ພ້ອມທັງໃຫ້ທິດຊີ້ນຳໃຫ້ສອງຫ້ອງວ່າການສູນກາງພັກ ຈົ່ງພ້ອມກັນສຶບຕໍ່ຍົກສູງຄວາມຮັບຜິດຊອບໃນການຄົ້ນຄວ້າບັນຫາຍຸດທະສາດ ກໍຄື ການເປັນເສນາທິການໃຫ້ແກ່ກົມການເມືອງ ແລະ ເລຂາທິການສູນກາງພັກ ໃຫ້ນັບມື້ນັບເຂັ້ມແຂງ ແລະ ມີປະສິດທິພາບປະສິດທິຜົນຍິ່ງຂຶ້ນ.

error: Content is protected !!