ຜົນກອງປະຊຸມລັດຖະບານ ປະຈໍາເດືອນພະຈິກ 2022

ຖະແຫຼງໂດຍ: ທ່ານ ນາງ ທິບພະກອນ ຈັນທະວົງສາ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ຜູ້ປະຕິບັດໜ້າທີ່ໂຄສົກລັດຖະບານ

    ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນພະຈິກ 2022 ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 21 ແລະ ອັດລົງໃນຕອນທ່ຽງຂອງວັນທີ 22 ພະຈິກ 2022 ທີ່ສໍານັກງານນາຍົກ ລັດຖະມົນຕີ ພາຍໃຕ້ການເປັນປະທານຂອງທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ມີບັນດາທ່ານຮອງນາຍົກລັດຖະມົນຕີ ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າບັນດາກະຊວງ ເຂົ້າຮ່ວມຢ່າງພ້ອມພຽງ.

    ກອງປະຊຸມຄັ້ງນີ້ ໄດ້ປຶກສາຫາລື ຄົົ້ນຄວ້າ ຕົກລົງ ແລະ ມີທິດຊີ້ນຳຕໍ່ວາລະທີ່ສໍາຄັນຕ່າງໆ ດັ່ງນີ້:

•              ວາລະທີ 1: ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການ ຮັບຮອງບົດສະຫຼຸບການຈັດຕັ້ງປະຕິບັດວຽກງານພົ້ນເດັ່ນຂອງລັດຖະບານໃນເດືອນພະຈິກ ແລະ ທິດທາງແຜນການຈັດຕັ້ງປະຕິບັດວຽກງານຈຸດສຸມສຳລັບເດືອນທັນວາ 2022 ເຊັ່ນ: ວຽກງານໃນຂົງເຂດເສດຖະກິດ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ການຕ່າງປະເທດ ການສະຫຼຸບຕີລາຄາວຽກງານປ້ອງກັນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ໃນໄລຍະ 6 ເດືອນຜ່ານມາ. ກອງປະຊຸມໄດ້ຊີ້ນໍາໃຫ້ບັນດາກະຊວງ-ຂະແໜງການ ຖືມາດຕະການໃນການແກ້ໄຂຂໍ້ຄົງຄ້າງ ບັນຫາທີ່ສັງຄົມໃຫ້ຄວາມສົນໃຈ ເປັນວຽກບູລິມະສິດເຄັ່ງຮ້ອນ ພ້ອມກັນນີ້ ຕ້ອງເພີ່ມທະວີຄວາມຮັບຜິດຊອບ ຄວາມເປັນເຈົ້າການຂອງສະມາຊິກລັດຖະບານ  ໃນການປະຕິບັດໜ້າທີ່ຕາມຂອບເຂດສິດ  ພາລະບົດບາດຂອງຂະແໜງການຕົນໃຫ້ສູງຂຶ້ນກວ່າເກົ່າ ສືບຕໍ່ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍຜົນກອງປະຊຸມ ວຽກງານການເມືອງ-ແນວຄິດທົ່ວປະເທດ ຄັ້ງທີ 5 ໃຫ້ເຂົ້າສູ່ຂົງເຂດວຽກງານຂະແໜງການຕົນຢ່າງເປັນຮູບປະທໍາຕົວຈິງ ສືບຕໍ່ຮັບປະກັນໄດ້ຄວາມໝັ້ນຄົງ ແລະ ຄວາມສະຫງົບປອດໄພຮອບດ້ານໃນທົ່ວສັງຄົມມອບໃຫ້ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ປັບປຸງບົດສະຫຼຸບ ຕາມຄຳເຫັນຂອງສະມາຊິກລັດຖະບານໃຫ້ມີເນື້ອໃນກະທັດຮັດ ຈະແຈ້ງ ແລະ ຄົບຖ້ວນ ເພື່ອນຳໄປຈັດຕັ້ງປະຕິບັດຢ່າງມີປະສິດພາບ ປະສິດທິຜົນ ສຳເລັດຕາມຄາດໝາຍທີ່ໄດ້ກໍານົດໄວ້.

•              ວາລະທີ 2: ກອງປະຊຸມໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການ ຮັບຮອງຮ່າງດຳລັດວ່າດ້ວຍການກຳນົດຂະໜາດຈຸນລະວິສາຫະກິດ ວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ (ສະບັບປັບປຸງ) ແລະ ຮ່າງດຳລັດວ່າດ້ວຍກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ (ສະບັບປັບປຸງ). ກອງປະຊຸມໄດ້ຊີ້ນໍາໃຫ້ກະຊວງອຸດສາຫະກໍາ ແລະ ການຄ້າ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ປັບປຸງ ແລະ ຮຽບຮຽງຮ່າງດໍາລັດທັງສອງສະບັບດັ່ງກ່າວ ຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ ໂດຍສະເພາະ ທາງດ້ານຄຳສັບ ແລະ ເນື້ອໃນໃຫ້ຄົບຖ້ວນ ຊັດເຈນ ແລະ ສອດຄ່ອງກັບກົດໝາຍກ່ຽວຂ້ອງ ແນໃສ່ໃຫ້ການຈັດຕັ້ງປະຕິບັດຕົວຈິງມີຄວາມສະດວກ ແລະ ມີປະສິດທິຜົນ ພາຍຫຼັງສຳເລັດແລ້ວ ນຳສະເໜີທ່ານນາຍົກລັດຖະມົນຕີພິຈາລະນາລົງລາຍເຊັນ ປະກາດໃຊ້.

•              ວາລະທີ 3  ກອງປະຊຸມ ໄດ້ພິຈາລະນາຮ່າງດຳລັດວ່າດ້ວຍການແຕ່ງກາຍ ແລະ ໄດ້ຊີ້ນໍາໃຫ້ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ນຳໄປສືບຕໍ່ຄົ້ນຄວ້າ ປັບປຸງ ຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ ເຊິ່ງອາດເຮັດເປັນຄຳແນະນຳ ກ່ຽວກັບມາລະຍາດໃນການແຕ່ງກາຍ ເນື່ອງຈາກວ່າ ການແຕ່ງກາຍ ການນຸ່ງຖື ແມ່ນພົວພັນເຖິງວັດທະນະທຳ ຮີດຄອງປະເພນີ ແບບແຜນດຳລົງຊີວິດ ກໍຄືຕິດພັນກັບທຸກຊັ້ນຄົນໃນທົ່ວສັງຄົມ ລັດຖະບານຍາມໃດກໍຊຸກຍູ້ສົ່ງເສີມໃຫ້ພົນລະເມືອງລາວທຸກຄົນ ຮ່ວມກັນປົກປັກຮັກສາເອກະລັກ ຮີດຄອງປະເພນີອັນດີງາມຂອງຊາດ ຂອງບັນດາເຜົ່າ ເຮັດໃຫ້ການນຸ່ງຖືແຕ່ງກາຍເປັນຄ່ານິຍົມ ແລະ ກາຍເປັນສິ່ງເອກອ້າງທະນົງໃຈຂອງຊາດລາວເຮົາ.

•              ວາລະທີ 4 ກອງປະຊຸມໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການ ຮັບຮອງຮ່າງດຳລັດວ່າດ້ວຍເລກປະຈຳຕົວຂອງຜູ້ເສຍອາກອນ. ພ້ອມກັນນີ້ ໄດ້ຊີ້ນໍາກະຊວງການເງິນ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ນຳໄປປັບປຸງຄືນຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ ເພື່ອສາມາດຄຸ້ມຄອງ ແລະ ເກັບກໍາໄດ້ບັນດາບັນຊີ ຈໍານວນບຸກຄົນ ນິຕິບຸກຄົນ ທີ່ໄດ້ດໍາເນີນທຸລະກິດ ທັງສາມາດຕິດຕາມ ກວດກາການດຳເນີນທຸລະກິດ ການເສຍພັນທະ-ອາກອນເຂົ້າງົບປະມານລັດ ໃຫ້ມີຄວາມໂປ່ງໄສ ມີປະສິດທິພາບ ແລະ ປະສິດທິຜົນ. ສິ່ງສໍາຄັນ ແມ່ນໃຫ້ສາມາດເຊື່ອມໂຍງຂໍ້ມູນ ກັບລະບົບຕ່າງໆຂອງຂະແໜງການກ່ຽວຂ້ອງ ແລະ  ລະບົບ ID ໃໝ່ ທີ່ຈະພັດທະນາໃນຕໍ່ໜ້າ.

•              ວາລະທີ 5: ກອງປະຊຸມໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການ ຮັບຮອງຮ່າງຍຸດທະສາດວຽກງານຄຸ້ມຄອງລັດຖະກອນແຫ່ງ ສປປ ລາວ ຮອດປີ 2030 ແລະ ໄດ້ຊີ້ນໍາໃຫ້ກະຊວງພາຍໃນ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ນຳໄປປັບປຸງ ແລະ ຮຽບຮຽງຮ່າງຍຸດທະສາດດັ່ງກ່າວຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ ເປັນຕົ້ນ ຊື່ຂອງຍຸດທະສາດ ຈຸດປະສົງ ແລະ ໂຄງສ້າງ ການກຳນົດຄາດໝາຍສູ້ຊົນ ການກໍານົດຕໍາແໜ່ງງານ ແລະ ກົງຈັກການຈັດຕັ້ງ ວິທີການຄັດເລືອກ-ເລືອກເຟັ້ນລັດຖະກອນ ການສ້າງເງື່ອນໄຂ ແລະ ສົ່ງເສີມຄົນດີ-ຄົນເກັ່ງ ເຂົ້າເປັນລັດຖະກອນ ການກຳນົດນະໂຍບາຍຕໍ່ລັດຖະກອນ ໄລຍະເວລາຂອງຍຸດທະສາດ ໃຫ້ຕິດພັນກັບໄລຍະເວລາ ແລະ ເນື້ອໃນຂອງແຜນພັດທະນາ ແລະ ວິໄສທັດ ສິ່ງສໍາຄັນ ຍຸດທະສາດຕ້ອງກົມກຽວສອດຄ່ອງກັບແຜນພັດທະນາຊັບພະຍາກອນມະນຸດ ແລະ ວຽກງານຈັດຕັ້ງ ການຄຸ້ມຄອງ ແລະ ພັດທະນາລັດຖະກອນ ໃຫ້ມີລັກສະນະບຸກທະລຸ ເນັ້ນດ້ານຄຸນນະພາບເປັນສໍາຄັນ ທັງໃຫ້ສອດຄ່ອງກັບສະພາບຕົວຈິງ.

•              ວາລະທີ 6 ກອງປະຊຸມໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການ ຮັບຮອງບົດລາຍງານແຫ່ງຊາດ ປະຈຳໄລຍະທີ 10 ໃນການຈັດຕັ້ງປະຕິບັດສົນທິສັນຍາວ່າດ້ວຍການລຶບລ້າງທຸກຮູບແບບ ການຈຳແນກຕໍ່ແມ່ຍິງ (ຊີດໍ) ຢູ່ ສປປ ລາວ. ກອງປະຊຸມໄດ້ຊີ້ນໍາໃຫ້ຄະນະກຳມາທິິການ ເພື່ອຄວາມກ້າວໜ້າແມ່ຍິງ ແມ່ ແລະ ເດັກ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ນຳໄປປັບປຸງ ແລະ ຮຽບຮຽງຮ່າງບົດລາຍງານດັ່ງກ່າວໃຫ້ມີຄວາມລະອຽດ ຈະແຈ້ງ ແລະ ຄົບຖ້ວນສົມບູນຂຶ້ນຕື່ມ ໂດຍສົມທົບກັບຂໍ້ມູນການປະຕິບັດແຜນງານຕ່າງໆທີ່ກ່ຽວຂ້ອງຂອງຂະແໜງການ ແລະ ທ້ອງຖິ່ນ.

    ສຳລັບແຕ່ນີ້ຮອດໝົດເດືອນທັນວາ 2022 ເນື່ອງຈາກສະພາບການຂອງສາກົນ ແລະ ພາກພື້ນຍັງຈະສືບຕໍ່ຜັນແປຢ່າງສັບສົນ ຄາດເດົາໄດ້ຍາກ ເຊິ່ງຍັງຈະສືບຕໍ່ກະທົບຕໍ່ປະເທດເຮົາຢ່າງຫຼີກລ່ຽງບໍ່ໄດ້ ສະນັ້ນ ລັດຖະບານ ຍັງຈະໄດ້ສືບຕໍ່ສຸມໃສ່ແກ້ໄຂບັນຫາຫຍຸ້ງຍາກຕ່າງໆ ທີ່ຈະເກີດຂຶ້ນໃຫ້ທັນການ ແລະ ຈະສຸມໃສ່ປະຕິບັດບາງວຽກງານທີ່ສຳຄັນ ດັ່ງນີ້:

           ສືບຕໍ່ຜັນຂະຫຍາຍຜົນສຳເລັດຂອງກອງປະຊຸມຄົບຄະນະ ຄັ້ງທີ 5 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໃຫ້ເຂົ້າສູ່ລວງເລິກ ໂດຍສ້າງເປັນແຜນການລະອຽດໃນການຈັດຕັ້ງປະຕິບັດແຕ່ລະດ້ານໃຫ້ໄດ້ຮັບຜົນສຳເລັດ ແລະ ມີປະສິດທິຜົນຫຼາຍຂຶ້ນ ໂດຍສະເພາະ ການແບ່ງຄວາມຮັບຜິດຊອບ ໃນການປະຕິບັດມະຕິວ່າດ້ວຍວຽກງານທີ່ດິນໃນໄລຍະໃໝ່.

           ສຸມໃສ່ຈັດຕັ້ງຜັນຂະຫຍາຍຜົນສຳເລັດກອງປະຊຸມວຽກງານການເມືອງ-ແນວຄິດທົ່ວປະເທດຄັ້ງທີ 5 ໃຫ້ເລີກເຊິ່ງ ແລະ ກວ້າງຂວາງ ລວມທັງກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ວຽກງານກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດ ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ໃຫ້ໄດ້ຮັບຜົນດີ.

           ສຸມໃສ່ກະກຽມບົດລາຍງານ 7 ຫົວຂໍ້ ແລະ ການປັບປຸງກົດໝາຍ 10 ສະບັບ ທີ່ລັດຖະບານຈະລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ໃຫ້ມີເນື້ອໃນ ຊັດເຈນຖືກຕ້ອງ ຄົບຖ້ວນ ແລະ ສຳເລັດຕາມກຳນົດເວລາ.

           ສືບຕໍ່ຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ດ້ວຍຈິດໃຈບຸກບືນສູ້ຊົນ ແຂງແຮງ ແລະ ໄດ້ຮັບຜົນດີຂຶ້ນກວ່າເກົ່າ ພ້ອມທັງສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກດັ່ງກ່າວໃນປີ 2022 ແລະ ສະເໜີແຜນ ປີ 2023 ເພື່ອລາຍງານຕໍ່ກອງປະຊຸມສະພາແຫ່ງຊາດ.

           ສືບຕໍ່ເອົາໃຈໃສ່ນຳພາ ຊີ້ນຳວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ ຢ່າງຕັ້ງໜ້າ ໂດຍສະເພາະ ຮັບປະກັນຄວາມສະຫງົບ ແລະ ປອດໄພ ໃຫ້ແກ່ງານສຳຄັນຕ່າງໆ ເຊັ່ນ: ງານສະເຫຼີມສະຫຼອງທົ່ງໄຫຫີນເປັນມໍລະດົກໂລກ ການສະເຫຼີມສະຫຼອງວັນຊາດທີ 2 ທັນວາ ງານມະຫະກຳກິລາແຫ່ງຊາດທີ່ຈະຈັດຂຶ້ນທີ່ແຂວງຊຽງຂວາງ ແລະ ອື່ນໆ. ພ້ອມນີ້ ກໍເພີ່ມທະວີການແກ້ໄຂປາກົດການຫຍໍ້ທໍ້ໃນສັງຄົມ ໂດຍສະເພາະ ຂີ້ລັກງັດແງະ ລວມທັງບັນຫາສື່ສັງຄົມອອນລາຍ ທີ່ສະເໜີຂ່າວບິດເບືອນ, ຂ່າວປອມ ແລະ ຂ່າວລື ໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ.

           ກະກຽມຈັດກອງປະຊຸມແຜນການ-ການເງິນທົ່ວປະເທດ ໃຫ້ມີເນື້ອໃນເລິກເຊິ່ງ ຮັດກຸມ ແລະ ມີການຫັນປ່ຽນໃໝ່ທາງດ້ານການເກັບລາຍຮັບ ການປະຕິບັດໂຄງການລົງທຶນຂອງລັດ.

           ສືບຕໍ່ສ້າງສະພາບແວດລ້ອມທີ່ດີ ໃນການດຶງດູດ ແລະ ສົ່ງເສີມການລົງທຶນທັງພາຍໃນ ແລະ ຕ່າງປະເທດ ໃຫ້ມີຄວາມສະດວກ ແລະ ວ່ອງໄວ ກວ່າເກົ່າ.

           ສືບຕໍ່ປະຕິບັດຄຳສັ່ງຂອງນາຍົກລັດຖະມົນຕີ ວ່າດ້ວຍການເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼຂອງງົບປະມານ ດຳລັດວ່າດ້ວຍການປະຢັດ ແລະ ຕ້ານການຟູມເຟືອຍ ດຳລັດວ່າດ້ວຍລົດຂອງລັດ ແລະ ນິຕິກຳກ່ຽວຂ້ອງອື່ນໆໃຫ້ເຂັ້ມງວດ ແລະ ມີປະສິດທິຜົນກວ່າເກົ່າ.

           ສືບຕໍ່ປະຕິຮູບບັນດາລັດວິສາຫະກິດຢ່າງແຂງແຮງ ຕາມມະຕິຂອງລັດຖະບານ ເລກທີ 10 ປີ 2021 ໃຫ້ສໍາເລັດຕາມແຜນ.

           ສືບຕໍ່ສຸມໃສ່ແກ້ໄຂສະພາບການວ່າງງານ ຍົກສູງຄຸນນະພາບຂອງສີມືແຮງງານລາວ  ເພື່ອຕອບສະໜອງໃຫ້ແກ່ຕະຫຼາດພາຍໃນ ທັງກ້າວໄປສູ່ການສົ່ງອອກແຮງງານໄປຕ່າງປະເທດໃຫ້ຫຼາຍຂຶ້ນ ເພື່ອປະກອບສ່ວນນຳເງິນຕາຕ່າງປະເທດເຂົ້າສູ່ເສດຖະກິດລາວເພີ່ມຂຶ້ນ.

           ສຸມໃສ່ກະກຽມຄວາມພ້ອມໃຫ້ແກ່ພິທີເຫຼີມສະຫຼອງ ແລະ ງານສຳຄັນຕ່າງໆທີ່ຈະຈັດຂຶ້ນໃນທ້າຍເດືອນພະຈິກ ຫາເດືອນທັນວາ ບົນຈິດໃຈກະທັດຮັດ ແລະ ປະຢັດມັດທະຍັດ.  

           ສືບຕໍ່ຈັດຕັ້ງປະຕິບັດແນວທາງການຕ່າງປະເທດຂອງພັກໃຫ້ມີປະສິດທິຜົນ ໃນນີ້: ຈັດຕັ້ງຜັນຂະຫຍາຍຜົນສໍາເລັດຂອງກອງປະຊຸມສຸດຍອດອາຊຽນ ຄັ້ງທີ 40 ແລະ 41 ປະຕິບັດຜົນການຕົກລົງຂອງການພົບປະຂອງການນຳຂັ້ນສູງ ກັບບັນດາປະເທດເພື່ອນມິດໃຫ້ຖືກຕ້ອງ ທັນການ ແລະ ໄດ້ຮັບຜົນດີ. ພ້ອມກັນນີ້ ກໍກະກຽມຮອບດ້ານໃຫ້ແກ່ການໄປເຄື່ອນໄຫວຕ່າງປະເທດ ແລະ ການຕ້ອນຮັບແຂກຕ່າງປະເທດ ທີ່ຈະມາຢ້ຽມຢາມ ເຮັດວຽກ ຢູ່ ສປປ ລາວ.

           ກະກຽມຄວາມພ້ອມຮອບດ້ານໃຫ້ແກ່ການເດີນມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມທັງເຂົ້າຮ່ວມພິທີປິດປີສາມັກຄີມິດຕະພາບ ລາວ-ຫວຽດນາມ ປີ 2022 ແລະ ເຂົ້າຮ່ວມກອງປະຊຸມຄະນະກຳມະການຮ່ວມມືສອງຝ່າຍ ລາວ-ຫວຽດນາມ ຄັ້ງທີ 45.

           ສືບຕໍ່ສຸມໃສ່ກະກຽມສ້າງແຜນດຳເນີນງານຂອງລັດຖະບານ ປີ 2023 ໃຫ້ສຳເລັດ ເພື່ອພິຈາລະນາໃນກອງປະຊຸມລັດຖະບານ ໃນເດືອນທັນວາ.

     ໃນຕອນທ້າຍ ປະທານກອງປະຊຸມ ໄດ້ຮຽກຮ້ອງໃຫ້ບັນດາທ່ານສະມາຊິກລັດຖະບານ  ຈົ່ງນຳເອົາມະຕິກອງປະຊຸມລັດຖະບານຄັ້ງນີ້ ໄປຫັນເປັນແຜນຈັດຕັ້ງປະຕິບັດຂອງຂະແໜງການຕົນໃຫ້ລະອຽດ ມີການແບ່ງຄວາມຮັບຜິດຊອບໃຫ້ການຈັດຕັ້ງ ບຸຄະລາກອນຢູ່ໃນແຕ່ລະຂັ້ນ ແລະ ມີຄາດໝາຍໃນແຕ່ລະໄລຍະໃຫ້ຊັດເຈນ ສອດຄ່ອງກັບເງື່ອນໄຂສະພາບຄວາມເປັນຈິງຂອງແຕ່ຂະແໜງການ ແລະ ຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ. ທັງໝົດນີ້ ແມ່ນຜົນຂອງກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນພະຈິກ 2022.

error: Content is protected !!