ເຈົ້າຄອງ ເນັ້ນສຸມໃສ່ 5 ໜ່ວຍງານ ປັດໄຈພື້ນຖານໃນການພັດທະນາເສດຖະກິດ-ສັງຄົມ

    ວັນທີ 22 ພະຈິກ 2022 ທີ່ຫ້ອງການບ້ານທົ່ງກາງ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ (ນວ) ທ່ານ ອາດສະພັງທອງ ສິພັນດອນ ເຈົ້າຄອງ ນວ ລົງຊຸກຍູ້ວຽກງານຜ່ານປະຕູດຽວ ແລະ ວຽກ 5 ໜ່ວຍງານ ຢຸ່ເມືອງສິສັດຕະນາກ ໂດຍມີທ່ານ ເດດສົງຄາມ ທຳມະວົງ ເຈົ້າເມືອງສີສັດຕະນາກ ພ້ອມດ້ວຍທ່ານຮອງເຈົ້າເມືອງ ຄະນະປະຈຳພັກ ຫົວໜ້າຫ້ອງການ ນາຍບ້ານທົ່ງກາງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ໂອກາດນີ້ ທ່ານ ສິງຫາ ວົງພັກດີ ຫົວໜ້າຫ້ອງວ່າການປົກຄອງເມືອງສີສັດຕະນາກ ໄດ້ຂຶ້ນຜ່ານບົດລາຍງານສະ ພາບລວມໜ່ວຍງານຜ່ານປະຕູດຽວຂອງເມືອງ ເຊິ່ງປະກອບມີ 8 ຄົນ 4 ຫ້ອງການ ຄື: ຫ້ອງການພາຍໃນ ຫ້ອງການຊັບ ພະຍາກອນ ແລະ ສິ່ງແວດລ້ອມ ຫ້ອງການຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ແລະ ຫ້ອງການໂຍທາທິການ ແລະ ຂົນສົ່ງ ປະຕິບັດໜ້າທີ່ຕາມກົດລະບຽບ ວ່າດ້ວຍການຈັດຕັ້ງປະຕິບັດກົນໄກບໍລິການຜ່ານປະຕູດຽວ ເພື່ອກຳນົດ ຂັ້ນຕອນການແກ້ໄຂ ແລະ ຈໍລະຈອນເອກະສານໃຫ້ກະທັດຮັດ ຈະແຈ້ງ ງ່າຍດາຍ ແລະ ສອດຄ່ອງກັບພາລະບົດບາດ ຂອບເຂດ ສິດ ແລະ ໜ້າທີ່ ຂອງ ອົງການປົກຄອງເມືອງ.

    ຜ່ານການຈັດຕັ້ງປະຕິບັດ ດ້ານດີ ເຮັດໃຫ້ການບໍລິການມີຄວາມສະດວກ ວ່ອງໄວ ມີຄວາມໂປ່ງໃສ ຫຼີກລ່ຽງບັນຫາ ການກົດໜ່ວງຖ່ວງດຶງເອກະສານ ຫຼືການຮຽກຮ້ອງຜົນປະໂຫຍດ ການຄົ້ນຄວ້າເອກະສານມີຄວາມສະດວກ ບໍ່ເສຍເວລາ ປະຊາຊົນມີຄວາມເພິ່ງພໍໃຈ ການຈັດເກັບລາຍຮັບເຂົ້າງົບປະມານລວມສູນ ໂດຍສະເພາະ ລາຍຮັບວິຊາການ ເຫັນວ່າ ໄດ້ຕາມແຜນການ.

    ໂອກາດດຽວກັນ ທ່ານນາງ ອຳມາລາ ໄຊຍະສິດ ນາຍບ້ານທົ່ງກາງ ໄດ້ຂຶ້ນລາຍງານກ່ຽວກັບສະພາບການຈັດຕັ້ງ ປະຕິບັດວຽກງານຜ່ານມາຂອງວຽກງານ 5 ໜ່ວຍງານ ຄື: ໜ່ວຍງານບໍລິຫານ-ປົກຄອງ ໜ່ວຍງານພັກ ແລະ ອົງການຈັດຕັ້ງມະຫາຊົນ ເສດຖະກິດ-ການເງິນ ວັດທະນະທຳ-ສັງຄົມ ແລະ ໜ່ວຍງານປ້ອງກັນຊາດ ແລະ ປ້ອງກັນ ຄວາມສະຫງົບ ເຊິ່ງທັງ 5 ໜ່ວຍງານ ແມ່ນມີການຈັດຕັ້ງປະຕິບັດຢ່າງມີໝາກຜົນສຳເລັດ ສອດຄ່ອງກັບທິດຊີ້ນໍາຂອງ ຂັ້ນເຖິງບັນລຸໄດ້ຕາມແຜນການ.

    ໂອກາດດຽວກັນ ທ່ານເຈົ້າຄອງ ນວ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊິຍຕໍ່ອົງການປົກຄອງເມືອງສິສັດຕະນາກ ໃນການຈັດຕັ້ງປະຕິບັດວຽກງານຜ່ານປະຕູດຽວ ລວມທັງການຈັດຕັ້ງປະຕິບັດໜ້າວຽກຂອງ 5 ໜ່ວຍງານ ອັນເປັນພື້ນ ຖານໃນການພັດທະນາເສດຖະກິດສັງຄົມຂອງເມືອງ ທີ່ມີຜົນສຳເລັດ.

    ໄປຄຽງຄູ່ກັບຜົນງານ ແລະ ການຈັດຕັ້ງປະຕິບັດວຽກງານໄລຍະຜ່ານມາ ເພື່ອຮັບປະກັນໃຫ້ແກ່ການສືບຕໍ່ປະຕິບັດ ໜ້າວຽກດັ່ງກ່າວໃຫ້ມີຜົນສຳເລັດນັ້ນ ໃນ 5 ໜ້າວຽກຳຄັນທີ່ທາງອົງການປົກຄອງເມືອງ ກໍຄືອົງການປົກຄອງທຸກຂັ້ນຈະ ຕ້ອງເອົາໃຈໃສ່ສຸມໃສ່ເບິ່ງຄືນ ໂດຍສະເພາະ ໜ່ວຍງານບໍລິຫານ ແລະ ການປົກຄອງ ໜ່ວຍງານພັກ ແລະ ອົງການຈັດຕັ້ງມະຫາຊົນ ໜ່ວຍງານເສດຖະກິດ-ການເງິນ ໜ່ວຍງານວັດທະນະທໍາ-ສັງຄົມ ແລະ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ລວມທັງການປັບປຸງວຽກງານຈັດລະບຽບສັງຄົມ ປາກົດການຫຍໍ້ທໍ້ຕ່າງໆ ຕ້ອງພ້ອມກັນເອົາໃຈ ໃສ່ສຸມໃສ່ຈັດຕັ້ງປະຕິບັດໃຫ້ເປັນຮູບປະທຳ ພ້ອມກັບການປະເມີນຜົນລາຍງານໃຫ້ຂັ້ນເທິງຢ່າງຕໍ່ເນື່ອງ ເພື່ອພ້ອມ ກັນປັບປຸງແກ້ໄຂໃຫ້ທັນກັບສະພາບການ.

error: Content is protected !!