ໃນວັນທີ 22 ພະຈິກ 2022 ທີ່ໂຮງແຮມ ຄຣາວພລາຊາ ນະຄອນຫຼວງວຽງຈັນ ກະຊວງສຶກສາທິການ ແລະ ກີລາ (ສສກ) ຕາງໜ້າໂດຍສູນສົ່ງເສີມການສຶກສາຮຽນຮ່ວມ (ສສຮ) ໂດຍແມ່ນທ່ານນາງ ດາລາ ຄ່ຽມທຳມະຄຸນ ລົງນາມບົດບັນທຶກຄວາມເຂົ້າໃຈ (MOU) ກັບອົງການບັນເທົາທຸກກາໂຕລິກ ປະຈໍາ ສປປ ລາວ (CRS) ໂດຍທ່ານ ໂຈຊົວ ພູລ ຕາງໜ້າອົງການຮ່ວມລົງນາມ ກ່ຽວກັບໂຄງການສົ່ງເສີມໃຫ້ເດັກນ້ອຍທຸກຄົນໄດ້ເຂົ້າຮຽນໃນຊັ້ນປະຖົມສຶກສາ ໄລຍະທີ III (LEAPS III) ເຊິ່ງເປັນໂຄງການໄລຍະເວລາ 5 ປີ ທີ່ຈະຈັດຕັ້ງປະຕິບັດຢູ່ 302 ໂຮງຮຽນ ໃນ 6 ເມືອງຂອງແຂວງສະຫວັນນະເຂດ ຄື: ເມືອງອາດສະພອນ ພະລານໄຊ ພີນ ວິລະບູລີ ເຊໂປນ ແລະ ນອງ ໂດຍມີທ່ານນາງ ປອ ສີສຸກ ວົງວິຈິດ ຮອງລັດຖະມົນຕີກະຊວງ ສສກ ທ່ານຜູ້ຕາງໜ້າ ກົມຮ່ວມມືກັບຕ່າງປະເທດ ກະຊວງ ສສກ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.





ໂຄງການນີ້ ແມ່ນໂຄງການຕໍ່ເນື່ອງທີ່ໄດ້ຮັບທຶນຈາກກະຊວງກະສິກໍາສະຫະລັດອາເມຣິກາ (USDA) ໂດຍຜ່ານແຜນງານອາຫານເພື່ອການສຶກສາ ແລະ ໂພຊະນາການເດັກ ແມັກໂກເວິນໂດນ ພາຍໃຕ້ໂຄງການນີ້ ສສກ ແລະ CRS ຈະໄດ້ຮັບອາຫານ ແລະ ການສະໜັບສະໜູນໃນການຈັດຕັ້ງປະຕິບັດກິດຈະກໍາເປັນມູນຄ່າຫຼາຍກວ່າ 16 ລ້ານໂດລາສະຫະລັດ ປະມານ 275,8 ຕື້ກີບ ເຊິ່ງໃນນັ້ນ ຈະມີການຈັດຊື້ອາຫານທັງພາຍໃນ ແລະ ພາກພື້ນ ຈະນໍາຜົນປະໂຫຍດມາສູ່ເດັກກ່ອນໄວຮຽນ ແລະ ປະຖົມສຶກສາຫຼາຍກວ່າ 30.000 ຄົນ ໃນ 302 ໂຮງຮຽນຊອງ 6 ເມືອງເປົ້າໝາຍ.

ຈຸດປະສົງຫຼັກຂອງໂຄງການແມ່ນ ເພື່ອປັບປຸງການການເຂົ້າເຖິງໂຮງຮຽນ ຄວາມເອົາໃຈໃສ່ຕໍ່ການຮຽນ ແລະ ທັກສະການຮຽນຮູ້ໜັງສືຂອງເດັກນ້ອຍຂອງ 6 ເມືອງເປົ້າໝາຍທີ່ຍັງດ້ອຍໂອກາດທາງດ້ານການສຶກສາໃນແຂວງສະຫວັນນະເຂດ ເພື່ອເປັນການສະໜັບສະໜູນ ປັບປຸງການຮຽນຮູ້ໜັງສື ໂຄງການ LEAPS III ຈະຮັບປະກັນວ່າ ໂຮງຮຽນໄດ້ເຂົ້າເຖິງຊັບພະຍາກອນຕ່າງໆ ແລະ ການສະໜັບສະໜູນຈາກຊຸມຊົນ ເພື່ອວ່າປັບປຸງຄຸນນະພາບ ຂອງການສອນດ້ານການຮຽນຮູ້ໜັງສືໂດຍຜ່ານການຈັດຕັ້ງຝຶກອົບຮົມຄູສອນ ແລະ ການລົງຕິດຕາມ-ຊ່ວຍເຫຼືອ ປັບປຸງຄວາມເອົາໃຈໃສ່ຕໍ່ການຮຽນ ດ້ວຍການຫຼຸດຜ່ອນຄວາມອຶດຫິວ ໂດຍການສະໜອງອາຫານໃນໂຮງຮຽນ ແລະ ປັບປຸງການມາໂຮງຮຽນ ໂດຍຜ່ານການສະໜອງອາຫານໃນໂຮງຮຽນ ທີ່ມີຊຸມຊົນໃຫ້ການສະໜັບສະໜູນ ແລະ ການປັບປຸງການສຶກສາກ່ອນໄວຮຽນ.

ໂຄງການ LEAPS III ຄາດວ່າຈະສາມາດສະໜອງຄາບເຂົ້າທ່ຽງທີ່ມີໂພຊະການຫຼາຍກວ່າ 8 ລ້ານຄາບ ໂຄງການຈະສຸມໃສ່ແກ້ໄຂຄວາມຄ້ອງການດ້ານຕ່າງໆ ເຊັ່ນ:


- ການເພີ່ມຄວາມຮູ້ຂອງໂຮງຮຽນ ແລະ ຊຸມຊົນ ທາງດ້ານຫຼັການປະຕິບັດ ສຸຂະພາບ ແລະ ອະນາໄມ ໂດຍການປັບປຸງພື້ນຖານໂຄງລ່າງ ແລະ ການສົ່ງເສີມດ້ານໂພຊະນາການ
- ເພີ່ມຄວາມຮູ້ໃຫ້ແກ່ໂຮງຮຽນ ທາງດ້ານການປຸງແຕ່ງອາຫານທີ່ປອດໄພ ແລະ ເຕັກນິກການຮັກສາອາຫານ ແລະ ການເຂົ້າເຖິງເຄື່ອງມື ແລະ ອຸປະກອນທີ່ຈໍາເປັນ
- ເພີ່ມຄວາມຮູ້ໃຫ້ແກ່ຊຸມຊົນທາງດ້ານໂພຊະນາການ ໂດຍຜ່ານການຝຶກອົບຮົມໃຫ້ແມ່ຄົວ ຄູສອນ ແລະ ຜູ້ດູແລເດັກ
- ເພີ່ມໂອກາດການເຂົ້າເຖິງນໍ້າສະອາດ ແລະ ການບໍລິການສຸຂາພິບານ ໂດຍຜ່ານການປັບປຸງພື້ນຖານໂຄງລ່າງກ່ຽວກັບນໍ້າສະອາດ.
-
ໂຄງການ LEAPS III ໄດ້ອອກມາແບບສະເພາະ ເພື່ອຮັບປະກັນວ່າ ໂຮງຮຽນເປົ້າໝາຍຂອງໂຄງການໄດ້ຮັບການສະໜັບສະໜູນຢ່າງເຕັມສ່ວນ ໃນການກະກຽມການຄ່ຽນຖ່າຍຢ່າງມີຜົນສໍາເລັດ ເພື່ອມອບໂອນໄປຫາແຜນງານແຫ່ງຊາດ ສໍາລັບອາຫານທ່ຽງໃນໂຮງຮຽນ ເຊິ່ງແມ່ນທຶນຂອງລັດຖະບານ ຄຸ້ມຄອງໂດຍກະຊວງ ສສກ ການມອບໂອນໂຄງການອາຫານໃນໂຮງຮຽນນີ້ ແມ່ນຈະມອບໄປໃນແຕ່ລະປີ ແລະ ຈະສໍາເລັດໃນປີທີ 5 ຂອງການຈັດຕັ້ງປະຕິບັດໂຄງການ LEAPS III.