ລາວ-ຫວຽດນາມ ສືບຕໍ່ຮ່ວມມືຂົງເຂດວຽກງານເອກະສານແຫ່ງຊາດ

    ກົມເອກະສານແຫ່ງຊາດ ກະຊວງພາຍໃນ ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈລະຫວ່າງກົມເອກະສານແຫ່ງຊາດ ກະຊວງພາຍໃນ ສປປ ລາວ ແລະ ກົມເອກະສານ ແລະ ສຳເນົາແຫ່ງລັດ ກະຊວງພາຍໃນ ສສ. ຫວຽດນາມ ວ່າດ້ວຍແຜນການຮ່ວມມືຂົງເຂດຂະແໜງວຽກງານເອກະສານ ໃນປີ 2023 ຈັດຂຶ້ນວັນທີ 22 ພະຈິກ 2022 ທີ່ກົມເອກະສານແຫ່ງຊາດ ລົງນາມໂດຍທ່ານນາງ ສຸພົນ ລິດທິສັກ ຮອງຫົວໜ້າກົມເອກະສານແຫ່ງຊາດລາວ ແລະ ທ່ານ ເຈີນ ຈຸງ ກຽນ ຮອງຫົວໜ້າກົມເອກະສານ ແລະ ສຳເນົາແຫ່ງລັດ ສສ ຫວຽດນາມ ມີທ່ານນາງ ລີວົງ ລາວລີ ຮອງລັດຖະມົນຕີກະຊວງພາຍໃນ ມີຕາງໜ້າຈາກສະຖານທູດຫວຽດນາມປະຈຳລາວ ຕາງໜ້າຄະນະກຳມາທິການຮ່ວມມືລາວ-ຫວຽດນາມ ແລະ ພາກສ່ວນທີ່ກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.

    ໃນໄລຍະຜ່ານມາ ກົມເອກະສານແຫ່ງຊາດ ກະຊວງພາຍໃນ ແລະ ກົມເອກະສານ ແລະ ສຳເນົາແຫ່ງລັດກະຊວງພາຍໃນ ສສ ຫວຽດນາມ ໄດ້ມີການຮ່ວມມືຂົງເຂດຂະແໜງວຽກງານເອກະສານໄດ້ມີຜົນສຳເລັດສູງຫຼາຍດ້ານ ໂດຍສະເພາະປີ 2022 ໄດ້ສືບຕໍ່ລົງນາມເຊັນບົດບັນທຶກຄວາມເຂົ້າໃຈວ່າດ້ວຍແຜນການຮ່ວມມືໃນຂົງເຂດຂະແໜງວຽກງານເອກະສານໃນປີ 2023  ເຊິ່ງໄດ້ລົງເລິກດ້ານການຮ່ວມມືບໍາລຸງກໍ່ສ້າງພະນັກງານຂະແໜງເອກະສານວິທະຍາ ກົມເອກະສານ ແລະ ສໍາເນົາແຫ່ງລັດຫວຽດນາມ ໃຫ້ການຊ່ວຍເຫຼືອໃນການບໍາລຸງ ຍົກລະດັບວິຊາສະເພາະໃຫ້ແກ່ພະນັກງານກົມເອກະສານແຫ່ງຊາດລາວ ສອງຝ່າຍ ລາຍງານການຈັດຕັ້ງທີ່ກ່ຽວຂ້ອງຂອງສອງປະເທດເພື່ອສະເໜີກະຊວງສຶກສາທິການ ແລະ ກໍ່ສ້າງຫວຽດນາມ ສືບຕໍ່ຮັບ ແລະ ກໍ່ສ້າງພະນັກງານໃຫ້ຝ່າຍລາວໃນລະດັບປະລິນຍາຕີ 3 ທຶນ ແລະ ປະລິນຍາໂທ 1 ທຶນ ຂະແໜງສໍາເນົາເອກະສານຈາກແຫຼ່ງທຶນຊ່ວຍເຫຼືອແຕ່ລະປີຂອງລັດຖະບານຫວຽດນາມ ມອບໃຫ້ແກ່ລັດຖະບານລາວ ດ້ານການຮ່ວມມືດ້ານການແລກປ່ຽນຂໍ້ມູນຂ່າວສານ ເອກະສານວິຊາສະເພາະ ສອງຝ່າຍເພີ່ມທະວີການແລກປ່ຽນເອກະສານສະບັບຖ່າຍສໍາເນົາ ບົນພື້ນຖານກົດໝາຍ ແລະ ລະບຽບການຂອງແຕ່ລະປະເທດ ສືບຕໍ່ແລກປ່ຽນຂໍ້ມູນເອກະສານວິຊາການ ກ່ຽວກັບວຽກງານເອກະສານ ສໍາເນົາເອກະສານ ແລະ ຂ່າວສານຕ່າງໆດ້ວຍຫຼາຍຮູບການເຊັ່ນ ກອງປະຊຸມ ສໍາມະນາແລກປ່ຽນ ແລະ ເຝິກອົບຮົມຕາມຫົວຂໍ້ວິຊາສະເພາະຢູ່ແຕ່ລະປະເທດ ເພື່ອສ້າງເງື່ອນໄຂໃຫ້ພະນັກງານ ນັກຊ່ຽວຊານຂອງສອງຝ່າຍສາມາດເຂົ້າຮ່ວມໄດ້ ດ້ານການພົວພັນຮ່ວມມື ແລະ ແລກປ່ຽນຄະນະຜູ້ແທນສອງຝ່າຍ ຄະນະນໍາຂອງສອງຝ່າຍຈະພົບປະແລກປ່ຽນບົດຮຽນການປະຕິບັດແຜນການຮ່ວມມືທີ່ໄດ້ເຊັນກັນ ແລະ ປຶກສາຫາລືເນື້ອໃນແຜນການຮ່ວມມືໃນປີຕໍ່ໄປ ສະຖານທີ່ພົບກັນໃນປີ 2023 ແມ່ນຢູ່ ສສ ຫວຽດນາມ.

.

.

# ຂ່າວ – ພາບ : ອົ່ນ ໄຟສົມທອງ

error: Content is protected !!