ດ່ານພາສີສາກົນນໍ້າກັ່ນ ເນັ້ນອຳນວຍຄວາມສະດວກແກ່ຜູ້ປະກອບການ ແລະ ຫັນເປັນທັນສະໄໝ

    ດ່ານພາສີສາກົນນໍ້າກັ່ນ ແຂວງຊຽງຂວາງ ມີຊາຍແດນຕິດກັບ ສສ ຫວຽດນາມ ດ້ານວິຊາສະເພາະ ຂຶ້ນກັບພາສີປະຈຳແຂວງຊຽງຂວາງ ເປັນເສນາທິການໃຫ້ກົມພາສີ ກະຊວງການເງິນ ໃນການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດ ຖືກຕ້ອງ ຄົບຖ້ວນ ທັນກັບເວລາ ແລະ ສອດຄ່ອງຕາມລະບຽບກົດໝາຍ.

    ທ່ານ ນາງ ໝອນຄໍາ ຢົງລໍຢ່າງ ຮອງຫົວໜ້າດ່ານພາສີສາກົນນໍ້າກັ່ນ ໃຫ້ສຳພາດເມື່ອບໍ່ດົນມານີ້ວ່າ: ດ່ານພາສີສາກົນນໍ້າກັ່ນ ເຮັດໜ້າເປັນເສນາທິການກົມພາສີ ກະຊວງການເງິນ ໃນການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດໃຫ້ມີປະສິດທິຜົນ ຖືກຕ້ອງ ຄົບຖ້ວນ ທັນກັບເວລາ ສອດຄ່ອງຕາມກົດໝາຍ ແລະ ລະບຽບການ ປະກອບມີ 2 ກຸ່ມວຽກ (ກຸ່ມວຽກຄຸ້ມຄອງພາຫະນະ ຜູ້ໂດຍສານ ແລະ ກວດກາສິນຄ້າ ກຸ່ມວຽກບໍລິຫານ ແລະ ຄຸ້ມຄອງການແຈ້ງພາສີ)  ມີພະນັກງານ-ລັດຖະກອນທັງໝົດ 5 ຄົນ ຍິງ 2 ຄົນ ຄະນະດ່ານ 3 ຄົນ ຍິງ 1 ຄົນ.

    ໃນການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດ ຄະນະດ່ານພາສີສາກົນນໍ້າກັ່ນ ໄດ້ມີແບບແຜນວິທີເຮັດວຽກ ມອບຄວາມຮັບຜິດຊອບໃຫ້ບຸກຄົນຢ່າງລະອຽດ ພ້ອມກັນກັ້ນ ໄດ້ປະສານສົບທົບກັບບັນດາຂະແໜງ ການກ່ຽວຂ້ອງພາຍໃນດ່ານ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານວຽກງານຢ່າງຖືກຕ້ອງ ແລະ ສອດຄ່ອງຕາມລະບຽບກົດໝາຍ.

    ພ້ອມດຽວກັນນັ້ນ ຄະນະດ່ານຍັງໄດ້ເນັ້ນການອໍານວຍຄວາມສະດວກແກ່ຜູ້ປະການ ຜູ້ໂດຍສານເຂົ້າ-ອອກຜ່ານດ່ານ ຫັນວຽກງານພາສີເປັນທັນສະໄໝ ໂດຍນໍາໃຊ້ເຄື່ອງມືທັນສະໄໝເຂົ້າມາຊ່ວຍໃນການປະຕິບັດໜ້າທີ່ວິຊາສະເພາະວຽກງານຢ່າງກວ້າງຂວາງ ເປັນຕົ້ນ: ການແຈ້ງພາສີ ເປັນລາຍລະອຽດເຂົ້າ-ອອກຜ່ານລະບົບ ASYCUDA ການຊໍາລະສະສາງຄ່າພາສີ-ອາກອນ ແລະ ພັນທະອື່ນໆຜ່ານລະບົບ Smart Tax ການຄຸ້ມຄອງພາຫະນະເຂົ້າ-ອອກຜ່ານລະບົບ ບ53 ການຄຸ້ມຄອງການນໍາເຂົ້າສິນຄ້າ ເຄື່ອງຂອງຍົກເວັ້ນ ຫຼຸດຜ່ອນຜ່ານລະບົບຫັກລົບແຜ່ນ Master List ແລະ ນຳໃຊ້ລະບົບຊິງຊັ່ງທັນສະໄໝໃນການຕິດຊັ່ງນໍ້າໜັກສິນຄ້າເຂົ້າ-ອອກປະເພດສິນຄ້າທີ່ລັດຖະບານກຳນົດເຊັ່ນ: ນໍ້າມັນເຊື້ອໄຟ ແຮ່ທາດ ແລະ ໄມ້ສົ່ງອອກ.

    ພ້ອມກັນນີ້ ການຫັນເປັນທັນສະໄໝຂອງຂະແໜງພາສີ ກໍຄືປະຕິບັດຕາມທິດທາງຂອງກະຊວງການເງິນໂດຍສະເພາະແມ່ນກົມພາສີ ໃນການນໍາໃຊ້ເຄື່ອງມືທັນສະໄໝເຂົ້າມາຊ່ວຍໃນການປະຕິບັດໜ້າທີ່ວຽກງານກວ້າງຂວາງ ເພື່ອຕ້ານທຸກການຮົ່ວໄຫຼຂອງລາຍຮັບຕາມຄຳສັ່ງເລກທີ 18/ນຍ ວ່າດ້ວຍການເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼຂອງລາຍຮັບງົບປະມານແຫ່ງລັດ ແລະ ຕິດພັນກັບວາລະແຫ່ງຊາດ ເພື່ອແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນໃຫ້ປາກົດຜົນເປັນຈິງ.

# ຂ່າວ – ພາບ : ເພັດສະໝອນ

error: Content is protected !!