ໄຟຟ້າ ຫົງສາ ສະໜັບສະໜູນງົບປະມານຈັດງານປະເພນີບຸນຊ່ວງເຮືອ ເມືອງເງິນ

    ວັນທີ 20 ພະຈິກ 2022 ທ່ານ ຄະທາຍຸດ ຊູພູນ ຜູ້ອໍານວຍການໃຫຍ່ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ພ້ອມດ້ວຍຄະນະ ເຂົ້າຮ່ວມງານພິທີໄຂງານປະເພນີບຸນຊ່ວງເຮືອ ເມືອງເງິນ ປະຈໍາປີ 2022 ໂດຍການເປັນປະທານຂອງທ່ານ ທະວີສັກ ໄຊຍະວົງ ເຈົ້າເມືອງໆເງິນ ມີຄະນະການນໍາເມືອງ ເຈົ້າໜ້າທີ່ຈາກຫ້ອງການພາກລັດ ເອກະຊົນ ແລະ ປະຊາຊົນພາຍໃນເມືອງເງິນເຂົ້າຮ່ວມ.

    ສໍາລັບງານປະເພນີບຸນຊ່ວງເຮືອ ເມືອງເງິນ ຈັດຂຶ້ນເປັນປະຈໍາທຸກປີ ເພື່ອເປັນການສືບສານອະນຸຮັກງານບຸນປະເພນີຂອງຊາດທີ່ມີມາ ໃຫ້ຄົງຢູ່ສືບຕໍ່ໄປ ແລະ ໃນປີ 2022 ນີ້ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ໄດ້ໃຫ້ການສະໜັບສະໜູນງົບປະມານໃນການຈັດງານປະເພນີບຸນຊ່ວງເຮືອ ເມືອງເງິນ ແຂວງໄຊຍະບູລີ ປະຈໍາປີ 2022 ມູນຄ່າ 42.055.000 ກີບ ແບ່ງອອກເປັນຄື: ເງິນສົດ 12.500.000 ກີບ ເສື້ອສີພາຍ 10 ບ້ານ ພາຍໃນເມືອງເງິນ 25.000.000 ກີບ ແລະ ປ້າຍຄໍາຂວັນງານບຸນຊ່ວງເຮືອ 4.555.000 ກີບ.

# ພາບ-ຂ່າວ: ໄຟຟ້າ ຫົງສາ

error: Content is protected !!