ຄະນະຊ່ຽວຊານປູກຖ່າຍໄຂ່ຫຼັງ ໂຮງໝໍ 103 ກອງທັບປະຊາຊົນຫວຽດນາມ ໄດ້ຢ້ຽມຢາມ ແລະ ເຮັດວຽກຢູ່ໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ ໃນວັນທີ 15-18 ພະຈິກ 2022 ນຳໂດຍສະຫາຍ ພັນເອກ ວູເຍິດດິງ ຮອງຫົວໜ້າອຳນວຍການໂຮງໝໍ 103 ກອງທັບປະຊາຊົນຫວຽດນາມ ໂດຍການຕ້ອນຮັບຂອງສະຫາຍ ພັນເອກ ສະແຫວງໄຊ ດາລາສາດ ຫົວໜ້າການທະຫານໂຮງໝໍສູນກາງ 103 ກອງທັບປະຊາຊົນລາວພ້ອມຄະນະ.

ສະຫາຍ ພັນເອກ ວູເຍິດດິງ ໄດ້ກ່າວໃຫ້ຮູ້ວ່າ: ການຢ້ຽມຢາມ ແລະ ເຮັດວຽກຢູ່ໂຮງໝໍສູນກາງ 103 ກອງທັບປະຊາຊົນລາວໃນຄັ້ງນີ້ ແມ່ນປະຕິບັດຕາມທິດຊີ້ນຳຂອງກະຊວງປ້ອງກັນປະເທດ ໃນການຮ່ວມມືຂອງ 2 ປະເທດ ເພື່ອພັດທະນາເຕັກນິກຜ່າຕັດປູກຖ່າຍໄຂ່ຫຼັງ ຄະນະຊ່ຽວຊານໄດ້ປຶກສາຫາລື ເອກະພາບ ແລະ ແລກປ່ຽນເຕັກນິກຕ່າງໆ ພ້ອມທັງກວດກາຕິດຕາມຄວາມພ້ອມທາງດ້ານການກະກຽມຄົນເຈັບ ອຸປະກອນເຄື່ອງມືການແພດ ແລະ ບຸກຄະລະກອນພະນັກງານແພດໝໍ ເພື່ອຮັບປະກັນໃຫ້ການຜ່າຕັດໄດ້ຮັບຜົນສຳເລັດສູງ ເຊິ່ງຄາດກະວ່າຈະເລີ່ມປະຕິບັດທ້າຍປີ 2022 ຫາຕົ້ນປີ 2023 ນີ້ ພ້ອມດຽວກັນນີ້ ຄະນະຊ່ຽວຊານຍັງໄດ້ສອນທິດສະດີໃຫ້ແກ່ພະນັກງານ ພະແນກການທີ່ກະກຽມຜ່າຕັດ 2 ບົດ ຄື: ຄວາມສຳນຶກພື້ນຖານກ່ຽວກັບການປ່ຽນຖ່າຍໄຂ່ຫຼັງ ແລະ ພັດທະນາການດ້ານການປູກຖ່າຍໄຂ່ຫຼັງ ຄະນະຊ່ຽວຊານປູກຖ່າຍໄຂ່ຫຼັງໂຮງໝໍ 103 ກອງທັບປະຊາຊົນຫວຽດນາມ ແລະ ຄະນະອຳນວຍການໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ ຍັງໄດ້ພ້ອມກັນລົງນາມເຊັນບົດບັນທຶກການຮ່ວມມືຜ່າຕັດປູກຖ່າຍໄຂ່ຫຼັງ ລະຫວ່າງ ໂຮງໝໍ 103 ກອງທັບປະຊາຊົນຫວຽດນາມ ແລະ ໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ.
ສະຫາຍ ພັນເອກ ສະແຫວງໄຊ ດາລາສາດ ໄດ້ກ່າວສະແດງຄວາມຂອບໃຈຕໍ່ຄະນະຊ່ຽວຊານປູກຖ່າຍໄຂ່ຫຼັງໂຮງໝໍ 103 ກອງທັບປະຊາຊົນຫວຽດນາມ ທີ່ມີນ້ຳໃຈຊ່ວຍເຫຼືອກໍ່ສ້າງເຊິ່ງກັນ ແລະ ກັນ ປະກອບສ່ວນເສີມສ້າງສາຍພົວພັນມິດຕະພາບທີ່ມີມູນເຊື້ອອັນດີງາມມາແຕ່ດົນນານຂອງສອງຊາດ ສອງພັກ ສອງກອງທັບ ເວົ້າລວມ ເວົ້າສະເພາະ ກໍຄືສອງໂຮງໝໍ 103 ກອງທັບປະຊາຊົນຫວຽດນາມ ແລະ ໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ ສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເຮັດໃຫ້ການປູກຖ່າຍໄຂ່ຫຼັງໄດ້ຮັບຜົນສຳເລັດສູງ.
# ຂ່າວ – ພາບ : ເພັດສະໝອນ