ຄະນະຜູ້ແທນສະພາແຫ່ງຊາດ ເຂົ້າຮ່ວມກອງປະຊຸມກຳມາທິການວຽກງານພາຍໃນ

   ວັນທີ 22 ພະຈິກ 2022 ທີ່ພະນົມເປັນ ລາຊະອານາຈັກກໍາປູເຈຍ ຄະນະຜູ້ແທນລາວ ນໍາໂດຍທ່ານ ນາງ ປິ່ງຄໍາ ລາຊະສິມມາ ເລຂາທິການສະພາແຫ່ງຊາດ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມກໍາມາທິການວຽກງານພາຍໃນ ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມ AIPA ຄັ້ງທີ 43 ທີ່ພະນົມເປັນ ພາຍໃຕ້ການເປັນປະທານຂອງທ່ານ  Chhit Kimyeat ຮອງປະທານກໍາມາທິການການຕ່າງປະເທດ ການຮ່ວມມືສາກົນ ຂໍ້ມູນຂ່າວສານ ແລະ ສື່ມວນຊົນ ສະພາສູງແຫ່ງລາຊະອານາຈັກກໍາປູເຈຍ ມີບັນດາທ່ານຄະນະຜູ້ແທນຈາກປະເທດສະມາຊິກອາຊຽນເຂົ້າຮ່ວມ.

     ໂອກາດດັ່ງກ່າວ ຄະນະຜູ້ແທນລາວໄດ້ປະກອບຄໍາເຫັນໃສ່ບັນດາຮ່າງມະຕິຂອງປະຊຸມກໍາມາທິການວຽກງານພາຍໃນ ເປັນຕົ້ນ ຮ່າງມະຕິວ່າດ້ວຍການຮັບຮອງເອົາບົດລາຍງານການເງິນ ສົກ 2022-2023 ຮ່າງມະຕິວ່າດ້ວຍການຮັບຮອງເອົາຄາດຄະເນງົບປະມານ ສົກປີ 2022-2023 ຮ່າງມະຕິວ່າດ້ວຍການຮັບຮອງເອົາບົດລາຍງານຂອງກອງເລຂາປະຈໍາປີ 2022 ຮ່າງມະຕິວ່າດ້ວຍການຮັບຮອງເອົາຮ່າງມະຕິວ່າດ້ວຍການຮັບຮອງເອົາລັດຖະສະພາສະຫະລັດອາເມຣິກາ ກັບເຂົ້າເປັນຜູ້ສັງເກດການ ຮ່າງມະຕິວ່າດ້ວຍການຮັບຮອງເອົາການຕໍ່ອາຍຸ ແລະ ປັບປຸງບົດບັນທຶກຄວາມເຂົ້າໃຈລະຫວ່າງ AIPA ແລະ ສະຖາບັນຄົ້ນຄວ້າເສດຖະກິດອາຊຽນ ແລະ ອາຊີຕາເວັນອອກ (ERIA) ເພື່ອພັດທະນາຂີດຄວາມສາມາດຂອງໄອປາ ຕໍ່ກັບປະຊາຄົມເສດຖະກິດອາຊຽນ ແລະ ການເຊື່ອມໂຍງເສດຖະກິດອາຊຽນໃນດ້ານຕ່າງໆ ຮ່າງມະຕິວ່າດ້ວຍການຮັບຮອງເອົາການຕໍ່ອາຍຸ ແລະ ປັບປຸງບົດບັນທຶກຄວາມເຂົ້າໃຈລະຫວ່າງກອງເລຂາໄອປາ ແລະ ມູນນິທິຟິນແລນ ຮ່າງມະຕິວ່າດ້ວຍການຮັບຮອງເອົາການຕໍ່ອາຍຸ ແລະ ປັບປຸງບົດບັນທຶກຄວາມເຂົ້າໃຈລະຫວ່າງ AIPA ແລະ ສູນກາງລັດຖະສະພາອາຊີ (PCAsia) ກ່ຽວກັບ”ໂຄງການພັດທະນາຂີດຄວາມສາມາດຂອງພະນັກງານລັດຖະສະພາສະມາຊິກ AIPA ຮ່າງມະຕິວ່າດ້ວຍການຮັບຮອງເອົາການສ້າງຄະນະປຶກສາຫາລືປະຈຳປີ ຮ່ວມກັນຂອງ AIPA ແລະ PCAsia ເພື່ອສົ່ງເສີມຂໍ້ມູນທີ່ໂປ່ງໃສ ແລະ ການແບ່ງປັນຄວາມຮູ້ໃນການຕຽມຄວາມພ້ອມ ແລະ ຮັບມືກັບເຫດສຸກເສີນທາງດ້ານສຸຂະພາບ ຮ່າງມະຕິວ່າດ້ວຍການຮັບຮອງເອົາການສ້າງຕັ້ງຫ້ອງສະໝຸດກົດໝາຍດີຈີຕອນ ຮ່າງມະຕິວ່າດ້ວຍການຮັບຮອງເອົາການມອບລາງວັນກຽດຕິຄຸນໄອປາ ໃຫ້ແກ່ຜູ້ທີ່ມີຜົນງານດີເດັ່ນໃນການເຄື່ອນໄຫວວຽກງານໄອປາ: ທ່ານ Pehin Orang Kaya Seri Lela Dato Seri Setia Awang Haji Abdul Rahman bin Dato Setia Haji Mohammad Taib ປະທານສະພານິຕິບັນຍັດແຫ່ງບຣູໄນ ຮ່າງມະຕິວ່າດ້ວຍການຮັບຮອງເອົາການມອບລາງວັນກຽດຕິຄຸນໄອປາໃຫ້ແກ່ຜູ້ທີ່ມີຜົນງານດີເດັ່ນໃນການເຄື່ອນໄຫວວຽກງານໄອປາ:

    ທ່ານນາງ Kittisangahakbindit Khuon Sudary ຮອງປະທານສະພາແຫ່ງຊາດຜູ້ທີສອງຂອງກຳປູເຈຍ ແລະ ປະທານ WAIPA ຮ່າງມະຕິວ່າດ້ວຍການຮັບຮອງເອົາການມອບລາງວັນກຽດຕິຄຸນໄອປາ ໃຫ້ແກ່ຜູ້ທີ່ມີຜົນງານດີເດັ່ນໃນການເຄື່ອນໄຫວວຽກງານໄອປາ: ທ່ານ ນາງ Rose Marie J, Arenas, ອະດີດປະທານສະພາແຫ່ງຊາດຟີລິບປິນ ຮ່າງມະຕິວ່າດ້ວຍການຮັບຮອງເອົາການຊົມເຊີຍຕໍ່ການສຳເລັດໜ້າທີ່ການເປັນປະທານໄອປາ ຂອງທ່ານ Samdech Akka Moha Ponhea Chakrei Heng Samrin ຮ່າງມະຕິວ່າດ້ວຍການຮັບຮອງເອົາການຕໍ່ອາຍຸສັນຍາການເຮັດວຽກຂອງເລຂາທິການໃຫຍ່ໄອປາ ຈຳນວນ 3 ເດືອນ ແຕ່ເດືອນຕຸລາ ຫາ ເດືອນທັນວາ 2022 ຮ່າງມະຕິວ່າດ້ວຍການຮັບຮອງເອົາການຊົມເຊີຍຕໍ່ການສໍາເລັດໜ້າທີ່ການເປັນເລຂາທິການໃຫຍ່ໄອປາຄົນທີ 5 ຂອງທ່ານນາງ Nguyen Tuong Van ຮ່າງມະຕິວ່າດ້ວຍການຮັບຮອງເອົາການແຕ່ງຕັ້ງເລຂາທິການໃຫຍ່ ໄອປາ ຄົນທີ 6 ແລະ ຮ່າງມະຕິວ່າດ້ວຍການຮັບຮອງເອົາວັນເວລາ ແລະ ສະຖານທີ່ຈັດກອງປະຊຸມສະມັດຊາໃຫຍ່ໄອປາ ຄັ້ງທີ 44.

# ຂ່າວ – ພາບ : ເພັດສະໝອນ

    

 

 

 

error: Content is protected !!