ເພື່ອກະກຽມຄວາມພ້ອມ ງານເທສະການແຫ່ພະໄຕປີດົກ ສືບສານວັດທະນະທຳ ລໍາວົງສາລະວັນ ເນື່ອງໃນໂອກາດປະກາດຫໍໄຕປີດົກ ເປັນມໍລະດົກແຫ່ງຊາດລະດັບທ້ອງຖິ່ນຂອງແຂວງສາລະວັນ ກ້ອນກໍາລັງຕ່າງໆຈາກ 15 ກ້ອນກຳລັງ ໄດ້ຊ້ອມແຫ່ກະກຽມໃສ່ງານແຫ່ແທ້ ເຊິ່ງຈະໄດ້ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 25 ພະຈິກ 2022 ນີ້.



ສະນັ້ນ ເພື່ອໃຫ້ມີຄວາມເປັນລະບຽບຮຽບຮ້ອຍຈົບງາມ ແລະ ພ້ອມພຽງກັນ ຄະນະຮັບຜິດຊອບຂະ ບວນການແຫ່ຂອງບັນດາກ້ອນກໍາລັງຕ່າງໆ ເຊິ່ງລວມມີກ້ອນກຳລັງແຫ່ຟ້ອນບູຊາພະໄຕປີດົກ ນາງສາວຖືປ້າຍຍິນດີຕ້ອນຮັບສູ່ງານເທສະການແຫ່ພະໄຕປີດົກ ສືບສານວັດທະນະທຳ ລຳວົງສາລະວັນ ລົດແຫ່ຮູບຈຳລອງໃບຢັ້ງຢືນຮັບຮອງ ລົດແຫ່ໜັງສືຜູກໃບລານ ແລະ ຂະບວນພະສົງ-ສຳມະເນນ ກ້ອນກໍາລັງສືບສານວັດທະນະທໍາ-ລໍາວົງສາລະວັນ ກ້ອນກໍາລັງເຊີນທ່ຽວສາລະວັນ ກ້ອນກຳລັງສາລະວັນອາດຫານ ກ້ອນກຳລັງວິຖີຊີວິດສາລະວັນ ກ້ອນກຳລັງສາລະວັນວັນໃໝ່ ກ້ອນກຳລັງມ່ວນຊື່ນສາລະວັນ ມີຈຳນວນພົນທັງໝົດທັງຂັ້ນແຂວງ ແລະ 8 ຕົວເມືອງເຂົ້າຮ່ວມ 3 ພັນກວ່າຄົນ.


ການເຝິກຊ້ອມທົດລອງຄັ້ງນີ້ ແມ່ນໄດ້ຈັດຂຶ້ນໃນວັນທີ 21 ພະຈິກ 2022 ຈຸດເລີ່ມຕົ້ນຈາກ 4 ແຍກຫົວຂົວ ຂ້າມນໍ້າເຊໂດນ ເມືອງ ແລະ ແຂວງສາລະວັນ ໂດຍການເຂົ້າຮ່ວມຕິດຕາມຂອງທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງສາລະວັນ ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ ທັງເປັນປະທານຈັດງານ ມີທ່ານ ສີລິສັກ ຖະໜອມຮັກ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ຫົວໜ້າອະນຸກຳມະການກ້ອນກຳລັງແຫ່ ພ້ອມຄະນະອະນຸກຳມະການ ແລະ ກ້ອນກຳລັງແຫ່ 15 ກ້ອນເຂົ້າຮ່ວມ.


ໂອກາດດຽວກັນນີ້ ທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງສາລະວັນ ປະທານຈັດງານ ກໍໄດ້ຮຽກເຊີນເອົາບັນດາຄູເຝິກເຂົ້າຮ່ວມປຶກສາຫາລື ໃນການກະກຽມຄວາມພ້ອມດ້ານຕ່າງໆຂອງບັນດາກ້ອນກໍາລັງເປັນຕົ້ນ ຈັ່ງຫວະຂອງການຟ້ອນ ເຄື່ອງນຸ່ງ ການແຕ່ງກາຍ ເພື່ອໃຫ້ເຂົ້າກັບເອກະລັກຂອງຊົນເຜົ່າແຕ່ລະທ້ອງຖິ່ນຢູ່ພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວແຂວງສາລະວັນ ເພື່ອເປັນການປັບປຸງໃນດ້ານຕ່າງໆໃຫ້ແທດເໝາະຈົບງາມໃນມື້ແຫ່ແທ້.
# ພາບ – ຂ່າວ ທິດລານີ ໂຄດໂຍທາ