ໄຂຈຸດບໍລິການຈັດຫາງານຢູ່ເມືອງຫົງສາ

    ເພື່ອເຮັດໃຫ້ປະຊາຊົນບັນດາເຜົ່າພາຍໃນເມືອງ ໄດ້ມີວຽກເຮັດງານທໍາ ແລະ ມີສີມືແຮງງານອັນແນ່ ນອນ  ທັງສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງຕະຫຼາດແຮງງານພາຍໃນ ແລະ ຕ່າງໆປະເທດ ວັນທີ 15 ພະຈິກ 2022 ຜ່ານມາ ພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງໄຊຍະບູລີ ກົມການຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຮ່ວມກັບຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງຫົງສາ ໄຂຈຸດບໍລິການຈັດຫາງານຢູ່ຂັ້ນເມືອງ ຢູ່ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງ ເຂົ້າຮ່ວມງານມີທ່ານ ພົມມາ ພົມມະຫານ ຮອງເຈົ້າເມືອງຫົງສາ ຜູ້ຊີ້ນຳວຽກງານຂົງເຂດວັດທະນະທຳ-ສັງຄົມ ທ່ານ ໜູພອນ ໄຊປັນຍາຈິດ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງໄຊຍະບູລີ ພ້ອມທິມງານກົມການຈັດຫາງານຂອງກະຊວງ ທິມງານຮັບຜິດຊອບຈຸດບໍລິການຈັດຫາງານແຂວງ ເມືອງ ບັນດາທ່ານຫົວໜ້າ-ຮອງຫົວໜ້າຫ້ອງການ ຜູ້ຕາງໜ້າບໍລິສັດລັດວິສາຫະກິດທັງພາກລັດ ແລະ ເອກະຊົນ ພ້ອມທັງອົງການປົກຄອງບ້ານເຂົ້າຮ່ວມ.

    ທ່ານ ໜູພອນ ໄຊປັນຍາຈິດ ຂຶ້ນກ່າວໄຂຈຸດບໍລິການຈັດຫາງານຢູ່ເມືອງຫົງສາ  ເຊິ່ງໄດ້ຍົກໃຫ້ເຫັນເຖິງພາລະບົດບາດ ແລະ ໜ້າທີ່ຄວາມຮັບຜິດຊອບຂອງຂະແໜງພັດທະນາສືມືແຮງງານ ແລະ ຈັດຫາງານ ​ເຊິ່ງມີພາລະບົດບາດເປັນເສນາທິການໃຫ້ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ  ແລະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ  ໃນການເຄື່ອນໄຫວວຽກງານພັດທະນາສີມືແຮງງານ ແລະ ຈັດຫາງານທັງພາຍໃນ ແລະ ຕ່າງປະເທດ  ໃຫ້ເຂົ້າສູ່ລະບົບກົດໝາຍແຮງງານ ເກັບກໍາສະຖິຕິແຮງງານຢູ່ຂົງເຂດລັດບໍລິການວິຊາການ ຫົວໜ່ວຍຜະລິດທຸລະກິດ ແລະ ຫົວໜ່ວຍບໍລິການຕ່າງໆ  ເປັນຕົ້ນ ຂໍ້ມູນຜູ້ທີ່ມີວຽກເຮັດງານທໍາ ຂໍ້ມູນຜູ້ຢາກມີວຽກເຮັດງານທໍາ ແລະ ຜູ້ຕ້ອງການພັດທະນາສີມືແຮງງານ  ເພື່ອວາງແຜນພັດທະນາສີມືແຮງງານ ແລະ ຈັດຫາງານ ພິຈາລະນາຂຶ້ນທະບຽນ ອອກບັດອະນຸຍາດເຮັດວຽກໃຫ້ແກ່ແຮງງານຕ່າງປະເທດ  ຕາມການອະນຸມັດໂກຕາຂອງກະຊວງ  ປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ ແລະ ອື່ນໆ ພ້ອມນີ້ ຄະນະປະທານ ແລະ ບັນດາຜູ້ເຂົ້າຮ່ວມທັງໝົດ ກໍໄດ້ຮ່ວມກັນໄຂປ້າຍຈຸດບໍລິການຈັດຫາງານຢູ່ເມືອງຫົງສາຢ່າງເປັນທາງການ.

    ທັງນີ້ ກໍເພື່ອເປັນການຂະຫຍາຍວຽກງານບໍລິການຈັດຫາງານໃຫ້ລົງສູ່ທ້ອງຖິ່ນ ຮັບປະກັນການເຂົ້າເຖິງການບໍລິການຂອງຜູ້ຊອກວຽກເຮັດງານທຳ ແລະ ຜູ້ໃຊ້ແຮງງານ ໂດຍສະເພາະ ການບໍລິການຂຶ້ນທະບຽນຜູ້ຫວ່າງງານທົ່ວໄປ ແລະ ຜູ້ຫວ່າງງານທີ່ເປັນສະມາຊິກປະກັນສັງຄົມ ພ້ອມທັງໃຫ້ຄຳປຶກສາ ແນະ ນຳອາຊີບການພົວພັນກັບຜູ້ໃຊ້ແຮງງານ ຂຶ້ນທະບຽນຄວາມຕ້ອງການແຮງງານ ແລະ ການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງໃຫ້ມີຄວາມຖືກຕ້ອງ ຍຸຕິທຳ ແລະ ສອດຄ່ອງຕາມກົດໝາຍແຮງງານ.

error: Content is protected !!