ຄະນະຜູ້ແທນ ສປປ ລາວ ສຳເລັດການເຂົ້າຮ່ວມກອງປະຊຸມ COP27

    ຄະນະຜູ້ແທນ ສປປ ລາວ ສຳເລັດການເຂົ້າຮ່ວມກອງປະຊຸມລັດພາຄີ ສົນທິສັນຍາສະຫະປະຊາຊາດ ວ່າດ້ວຍ ການປ່ຽນແປງດິນຟ້າອາກາດ ຄັ້ງທີ 27 (27th Session of the Conference of the Parties of the United Nations Framework Convention on Climate Change COP27)

    ກອງປະຊຸມຄັ້ງນີ້ ຈັດຂຶ້ນລະຫວ່າງວັນທີ 6-18 ພະຈິກ 2022 ທີ່ເມືອງຊາມແອວເຊັກ ປະເທດອີຢິບ ມີຜູ້ເຂົ້າຮ່ວມຈາກບັນດາປະເທດທີ່ເປັນລັດພາຄີຂອງສົນທິສັນຍາດັ່ງກ່າວຈຳນວນ 195 ປະເທດ ແລະ ຄູ່ຮ່ວມພັດທະນາ ອົງການຈັດຕັ້ງສາກົນ ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ພາກສ່ວນທຸລະກິດ ແລະ ບັນດາສຳນັກຂ່າວຕ່າງໆຈາກທົ່ວໂລກ ຈຳນວນທັງໝົດ 33.449 ຄົນ.

    ສປປ ລາວ ໃນນາມລັດພາຄີຂອງສົນທິສັນຍາ ກໍໄດ້ເຂົ້າຮ່ວມ ນໍາພາໂດຍທ່ານນາງ ບຸນຄໍາ ວໍລະຈິດ ລັດຖະມົນຕີກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແລະ ຄະນະຈາກກະຊວງການຕ່າງປະເທດ ກະຊວງແຜນການ ແລະ ການລົງທຶນ ກະຊວງກະສິກໍາ ແລະ ປ່າໄມ້ ກະຊວງສາທາລະນະສຸກ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ສູນກາງສະຫະພັນແມ່ຍິງລາວ ແລະ ກອງທຶນປົກປັກຮັກສາສິ່ງແວດລ້ອມ. 

    ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອເລັ່ງໃຫ້ສຳເລັດການເຈລະຈາ ເພື່ອໃຫ້ບັນດາປະເທດກໍາລັງພັດທະນາ ແລະ ດ້ອຍພັດທະນາ ໄດ້ຮັບການຊ່ວຍເຫຼືອທຶນໃນການຈັດຕັ້ງປະຕິບັດຕົວຈິງ ພ້ອມທັງສືບຕໍ່ປຶກສາຫາລື ແລະ ເຈລະຈາເພື່ອຮັບຮອງເອົາວຽກງານສໍາຄັນຕ່າງໆ ພາຍໃຕ້ສົນທິສັນຍາສະຫະປະຊາຊາດ ວ່າດ້ວຍການປ່ຽນແປງດິນຟ້າອາກາດ (UNFCCC) ແລະ ສັນຍາປາຣີ ວ່າດ້ວຍການປ່ຽນແປງດິນຟ້າອາກາດ (Paris Agreement) ເປັນຕົ້ນ: ການຈັດຕັ້ງປະຕິບັດແຜນງານແຫ່ງຊາດ ການປະກອບສ່ວນແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ (Nationally Determined Contributions, NDC) ເພື່ອຮັກສາເປົ້າໝາຍ 1,5 ໍC ສົ່ງເສີມການຈັດຕັ້ງປະຕິບັດວຽກງານການປັບຕົວ ແລະ ສ້າງຄວາມທົນທານຕໍ່ການປ່ຽນແປງດິນຟ້າອາກາດ ການລະດົມທຶນໃຫ້ໄດ້ຕາມຄໍາໝັ້ນສັນຍາ 100 ຕື້ໂດລາສະຫະລັດ ລວມທັງເລັ່ງການປະກອບທຶນຈັດຕັ້ງປະຕິບັດແຜນງານການສູນເສຍ ແລະ ຄວາມເສຍຫາຍຈາກການປ່ຽນແປງດິນຟ້າອາກາດ (Loss and Damage).

    ກອງປະຊຸມໄດ້ຮຽກຮ້ອງໃຫ້ທຸກປະເທດທີ່ສໍາເລັດການປັບປຸງແຜນງານແຫ່ງຊາດ ການປະກອບສ່ວນແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ (NDC) ແລ້ວ ເລັ່ງການຈັດຕັ້ງປະຕິບັດຕາມເປົ້າໝາຍທີ່ກໍານົດໄວ້ ເພື່ອໃຫ້ສາມາດຄວບຄຸມການເພີ່ມຂຶ້ນຂອງອຸນຫະພູມສະເລ່ຍຂອງໂລກ ບໍ່ໃຫ້ສູງຂຶ້ນເກີນ 1,5 ໍC ຕາມເປົ້າໝາຍຂອງສັນຍາປາຣີ ເຈລະຈາດ້ານການເງິນເພື່ອເພີ່ມທຶນຂຶ້ນເປັນສອງເທົ່າ ເພື່ອຈັດຕັ້ງປະຕິບັດແຜນງານແຫ່ງຊາດ ການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ (National Adaptation Plan, NAP) ປຶກສາຫາລືກ່ຽວກັບ ການໂອນສິນເຊື່ອກາກບອນ (Certified Emission Reduction CER) ຈາກກົນໄກການພັດທະນາສະອາດ (Clean Development Mechanism CDM) ພາຍໃຕ້ອະນຸສັນຍາ ກຽວໂຕ ໄປຢູ່ພາຍໃຕ້ກົນໄກໃໝ່ຂອງມາດຕາ 6.4 ຂອງສັນຍາປາຣີ ການຮ່າງບົ ລາຍງານການລະດົມທຶນຈໍານວນ 100 ຕື້ໂດລາສະຫະລັດ ຈັດຕັ້ງປະຕິບັດວຽກງານການປ່ຽນແປງດິນຟ້າອາກາດ ແລະ ຮຽກຮ້ອງໃຫ້ມີການຕົກລົງເພື່ອສ້າງຕັ້ງກອງທຶນສະເພາະສໍາລັບຈັດຕັ້ງປະຕິບັດວຽກງານການສູນເສຍ ແລະ ຄວາມເສຍຫາຍຈາກການປ່ຽນແປງດິນຟ້າອາກາດ (Loss and Damage) ແນໃສ່ການຊ່ວຍເຫຼືອຕໍ່ຜົນເສຍຫາຍທີ່ເກີດຈາກການປ່ຽນແປງດິນຟ້າອາກາດ ໃຫ້ທັນກັບສະພາບການ ແລະ ຫົວຂໍ້ອື່ນໆ. 

    ໃນວາລະກອງປະຊຸມລະດັບລັດຖະມົນຕີ ທ່ານ ນາງ ບຸນຄໍາ ວໍລະຈິດ ໄດ້ຕາງໜ້າໃຫ້ ສປປ ລາວ ຂຶ້ນມີຄໍາເຫັນ ໂດຍໄດ້ຍົກໃຫ້ເຫັນວ່າ ລັດຖະບານແຫ່ງ ສປປ ລາວ ໄດ້ໃຫ້ຄວາມສຳຄັນ ແລະ ແກ້ໄຂຕໍ່ບັນຫາການປ່ຽນແປງດິນຟ້າອາກາດ ເຊິ່ງເປັນໄພຂົ່ມຂູ່ຕໍ່ການພັດທະນາເສດຖະກິດ-ສັງຄົມຂອງຊາດ ແລະ ໄດ້ເຊື່ອມສານເອົາວຽກງານດັ່ງກ່າວເຂົ້າໃນຍຸດທະສາດ ແລະ ແຜນງານແຫ່ງຊາດ ເພື່ອປະກອບສ່ວນບັນລຸເປົ້າໝາຍການຫຼຸດຜ່ອນການປ່ອຍ ແລະ ເພີ່ມການດູດຊັບທາດອາຍເຮືອນແກ້ວໃຫ້ເປັນສູນ ໃນປີ 2050 (Net Zero Emission by 2050) ເປັນຕົ້ນ: ການປັບປຸງຍຸດທະສາດການຄຸ້ມຄອງການປ່ຽນແປງດິນຟ້າອາກາດແຫ່ງຊາດ ຮອດປີ 2030 ການປັບປຸງແຜນງານແຫ່ງຊາດ ການປະກອບສ່ວນແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ (NDC) ການສ້າງຍຸດທະສາດການເງິນ ເພື່ອສະໜັບສະໜູນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2022) ເຊິ່ງປັດຈຸບັນ ສປປ ລາວ ແມ່ນກຳລັງດຳເນີນການສຶກສາກົນໄກການຂາຍສິນເຊື່ອກາກບອນ ການພັດທະນາພະລັງງານສະອາດ ອຸດສາຫະກຳສີຂຽວ ພາຫະນະ ພະລັງງານໄຟຟ້າ ແລະ ເສດຖະກິດໝູນວຽນ.

    ໃນໄລຍະເຂົ້າຮ່ວມກອງປະຊຸມຄັ້ງນີ້ ຄະນະຜູ້ແທນ ສປປ ລາວ ຍັງໄດ້ມີການພົບປະກັບບັນດາຄູ່ຮ່ວມພັດທະນາ ເພື່ອສືບຕໍ່ການປຶກສາຫາລື ແລະ ການຮ່ວມມືທັງແບບສອງຝ່າຍ ແລະ ຫຼາຍຝ່າຍ ພ້ອມທັງເຂົ້າຮ່ວມກອງປະຊຸມປິ່ນອ້ອມຕ່າງໆ ເພື່ອແລກປ່ຽນ ແລະ ຖອດຖອນບົດຮຽນການຈັດຕັ້ງປະຕິບັດຕົວຈິງ ພາຍໃຕ້ຫົວຂໍ້ສໍາຄັນຕ່າງໆ ເປັນຕົ້ນ: ການເງິນ ສໍາລັບການພັດທະນາ ການລົບລ້າງໜີ້ສິນ ເພື່ອປະກອບສ່ວນຮັກສາສະພາບອາກາດ ແລະ ທຳມະຊາດ ການຫຼຸດຜ່ອນການປ່ອຍທາດອາຍເຮືອນແກ້ວຈາກການທໍາລາຍປ່າໄມ້ ການປັບຕົວດ້ານສາທາລະນະສຸກ ແລະ ບົດບາດຍິງ-ຊາຍ ທີ່ຕິດພັນກັບວຽກງານການປ່ຽນແປງດິນຟ້າອາກາດ. 

error: Content is protected !!