ກອງປະຊຸມປຶກສາຫາລື ແລະ ປະເມີນຜົນຄືນ ໂຄງການພັດທະນາລະບົບຂໍ້ມູນຂ່າວສານຄຸ້ມຄອງຊັບສິນແຫ່ງລັດ ແບບເອເລັກໂຕຣນິກ (AMIS) ຈັດຂຶ້ນວັນທີ 17 ພະຈິກ 2022 ທີ່ກະຊວງການເງິນ ເປັນປະທານຂອງທ່ານ ສົມບູນ ອິນທະປັດຖາ ຫົວໜ້າຫ້ອງການກະຊວງການເງິນ ມີຮັກສາການຫົວໜ້າກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ ຮອງຫົວໜ້າກົມສ່ວຍສາອາກອນ ຮອງຫົວໜ້າກົມກວດກາ ກະຊວງການເງິນ ຮອງຫົວໜ້າກົມຄຸ້ມຄອງຊັບສິນແຫ່ງລັດ ຜູ້ຕາງໜ້າຄັງເງິນແຫ່ງຊາດ ພ້ອມດ້ວຍບັນດາຫົວໜ້າພະແນກ ຮອງຫົວໜ້າພະແນກ ວິຊາການຂອງບັນດາກົມທີ່ກ່ຽວຂ້ອງ ແລະ ບໍລິສັດຜູ້ພັດທະນາລະບົບເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຮັບຟັງການລາຍງານໂດຍສັງເຂບ ກ່ຽວກັບການພັດທະນາລະບົບຂໍ້ມູນຂ່າວສານຄຸ້ມຄອງຊັບສິນແຫ່ງລັດແບບເອເລັກໂຕຣນິກ (AMIS) ໂດຍກົມຄຸ້ມຄອງຊັບສິນແຫ່ງລັດ ແລະ ການນໍາສະເໜີລະບົບ AMIS ຂອງບໍລິສັດຜູ້ພັດທະນາລະບົບ ໂດຍໃນກອງປະຊຸມໄດ້ຕົກລົງເຫັນດີເປັນເອກະພາບຢັ້ງຢືນ ແລະ ຮັບຮອງລະບົບດັ່ງກ່າວພັດທະນາສໍາເລັດຮ້ອຍສ່ວນຮ້ອຍ ແລະ ຖືກຕ້ອງຄົບຖ້ວນຕາມມາດຕະຖານເອກະສານການອອກແບບ ສັນຍາ ແລະ ຂອບເຂດຂອງ (TOR) ທີ່ໄດ້ວາງອອກ.

ລະບົບນີ້ ປະກອບມີຂໍ້ມູນຊັບສິນແຫ່ງລັດປະເພດລັດຖະສົມບັດ ເປັນຕົ້ນແມ່ນ: ຟອມບັນທຶກຂໍ້ມູນການຂຶ້ນບັນຊີ-ຂຶ້ນທະບຽນພາຫະນະ ເຄື່ອງໃຊ້ໄຟຟ້າ ເຟີນີເຈີ ແລະ ອຸປະກອນຕ່າງໆ ຂໍ້ມູນຖານລາຍຮັບ ເປັນຕົ້ນແມ່ນ: ຟອມບັນທຶກຄ່າເຊົ່າ ຄ່າສໍາປະທານ ສັນຍາຊື້-ຂາຍ ຄ່າຊັບພະຍາກອນ (ໂຄງການເຂື່ອນໄຟຟ້າ ແລະ ແຮ່ທາດ) ເຊິ່ງບັນດາກົມສາມາດເຂົ້າເບິ່ງຂໍ້ມູນ ແລະ ຕິດຕາມຊັບສິນຂອງກົມກອງຕົນເອງໄດ້ໂດຍຜ່ານລະຫັດຜູ້ນໍາໃຊ້ (User) ຂອງກົມຕົນ ສ່ວນການປ້ອນຂໍ້ມູນຊັບສິນປະເພດຕ່າງ ແລະ ສັນຍາອື່ນໆ ຕ້ອງແມ່ນເຈົ້າຂອງໂຄງການ (ກະຊວງການເງິນ) ຜູ້ນຳໃຊ້ລະບົບເປັນຜູ້ປ້ອນ ແລະ ບັນທຶກຂໍ້ມູນເຂົ້າໃນລະບົບດັ່ງກ່າວ.

ສຳລັບການພັດທະນາການເຊື່ອມຕໍ່ລະບົບ AMIS ກັບ ລະບົບ TaxRIS ແມ່ນບໍ່ມີໃນສັນຍາ ແລະ TOR ກຳນົດໄວ້ເປັນການພັດທະນາເພີ່ມເຕີມ ທາງບໍລິສັດຜູ້ພັດທະນາລະບົບ AMIS ແມ່ນເຫັນດີຈະພັດທະນາລະບົບການເຊື່ອມຕໍ່ໃຫ້ສາມາດເຊື່ອມໂຍງກັນໄດ້ ໂດຍບໍ່ໄດ້ຄິດໄລ່ມູນຄ່າແຕ່ຢ່າງໃດ ໂດຍມອບໃຫ້ກົມຄຸ້ມຄອງຊັບສິນແຫ່ງລັດ ກົມສ່ວຍສາອາກອນ ແລະ ບໍລິສັດຜູ້ພັດທະນາລະບົບ AMIS ເຮັດວຽກຮ່ວມກັນໃຫ້ສຳເລັດພາຍໃນເດືອນພະຈິກ ປີ 2022 ແລ້ວຈັດກອງປະຊຸມນຳສະເໜີໃຫ້ເຫັນເປັນຮູບປະທຳຕົວຈິງເພື່ອຈະໄດ້ລາຍງານຄະນະນຳກະຊວງການເງິນ ແລະ ຄະນະຫັນເປັນດີຈີຕອນຂອງກະຊວງການເງິນຮັບຊາບ.
ສໍາລັບທິດທາງແຜນການ-ການນຳໃຊ້ ແລະ ພັດທະນາລະບົບ AMIS ໃຫ້ຄົບຖ້ວນສົມບູນ ຈະໄດ້ມີການພັດທະນາ Application (AMIS App) ສືບຕໍ່ສ້າງ Application ຂອງລະບົບ AMIS ເທິງໂທລະສັບມືຖືຮອງຮັບລະບົບ Android ແລະ iOS ເພື່ອໃຫ້ລະບົບສາມາດກວດສອບຂໍ້ມູນຂອງແຕ່ລະພາກສ່ວນທີ່ນຳໃຊ້ຍານພາຫະນະ ວັດຖຸປະກອນດ້ວຍການສະແກນຜ່ານ QR code ແລະ ລາຍງານຕ່າງໆໄດ້ສະດວກ ຜັນຂະຫຍາຍການນຳໃຊ້ລະບົບ AMIS ໃຫ້ໄດ້ທົ່ວເຖິງທຸກໆກະຊວງ ແລະ ອົງການທຽບເທົ່າ ບັນດາແຂວງໃນຂອບເຂດທົ່ວປະເທດ.
ເຝິກອົບຮົມແບບອອນໄລ ຫຼື ໃນຮູບແບບເຝິກອົບຮົມແບບສຳມະນາ ເຝິກອົບຮົມປະຈຳປີ ຜັນຂະຫຍາຍສືບຕໍ່ພັດທະນາລະບົບ AMISໃຫ້ເປັນມະຫາພາກຍິ່ງຂຶ້ນ ໂດຍການນຳໃຊ້ເຕັກໂນໂລຢີທີ່ທັນສະໄໝເຂົ້າຊ່ວຍ ສືບຕໍ່ການເຊື່ອມຕໍ່ລະຫວ່າງລະບົບ AMIS ແລະ ລະບົບຖານຂໍ້ມູນການຂຶ້ນບັນຊີໂຄງການເຊົ່າ ແລະ ສຳປະທານທີ່ດິນຂອງລັດຢູ່ ສປປ ລາວ (LCIS) ສືບຕໍ່ການເຊື່ອມຕໍ່ລະຫວ່າງລະບົບ AMIS ແລະ ລະບົບຖານຂໍ້ມູນການຂຶ້ນບັນຊີ-ການຂຶ້ນທະບຽນພາຫະນະຂອງລັດ ຢູ່ກົມຂົນສົ່ງ ກະຊວງໂຍທາທິການ ແລະ ຂົນສົ່ງ ທັງດຳເນີນການປັບປຸງໂຄງສ້າງຖານຂໍ້ມູນຂອງລະບົບ AMIS ເພື່ອໃຫ້ຮອງຮັບກັບຂໍ້ມູນການຈັດເກັບລາຍຮັບຕົວຈິງ ທີ່ບັນດາບໍລິສັດໄດ້ມອບລາຍຮັບທີ່ເກັບຈາກຊັບສິນຂອງລັດເຂົ້າໃນລະບົບ TaxRIS.
# ຂ່າວ – ພາບ : ເພັດສະໝອນ