ກອງປະຊຸມລະດັບສູງ ເພື່ອທົບທວນການຈັດຕັ້ງປະຕິບັດວຽກງານສິດທິເດັກຢູ່ ສປປ ລາວ

    ໃນທຸກໆປີ ທົ່ວໂລກຈະຈັດໃຫ້ມີການສະເຫຼີມສະຫຼອງວັນເດັກໂລກ ເພື່ອເປັນຂີດໝາຍຕໍ່ການໃຫ້ສັດຕະຍາບັນໃນສົນທິສັນຍາວ່າດ້ວຍສິດທິເດັກ ແລະ ເພີ່ມຄວາມຮັບຮູ້ກ່ຽວກັບບັນຫາສຳຄັນ ທີ່ສົ່ງຜົນກະທົບຕໍ່ຊີວິດເດັກ ເນື່ອງໃນໂອກາດວັນເດັກໂລກ 2022 ຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ (ຄຊກມດ) ຈັດກອງປະຊຸມລະດັບສູງເພື່ອທົບທວນການຈັດຕັ້ງປະຕິບັດວຽກງານສິດທິເດັກຢູ່ ສປປ ລາວ ວັນທີ 18 ພະຈິກ 2022 ທີ່ຫໍປະຊຸມແຫ່ງຊາດ ເປັນປະທານຮ່ວມຂອງທ່ານນາງ ອິນລາວັນ ແກ້ວບຸນພັນ ປະທານສະຫະພັນແມ່ຍິງລາວ ຮອງປະທານຜູ້ປະຈໍາການ ຄຊກມດ ແລະ ທ່ານນາງ ເພຍ ແບັນໂລ ບຣິດໂຕ ຜູ້ຕາງໜ້າອົງການອຸຍນິເຊັບ ປະຈໍາ ລາວ ມີບັນດາຮອງລດຖະມົນຕີ ຮອງເຈົ້າແຂວງຈາກ 18 ແຂວງທົ່ວປະເທດ ຜູ້ຕາງໜ້າຈາກພາກເອກະຊົນ ອົງການບໍ່ສັງກັດລັດຖະບານ (NGO) ອົງການຈັດຕັ້ງທາງສັງຄົມ ອົງການອຸຍນິເຊັບ ແລະ ເດັກ ເຂົ້າຮ່ວມ. 

    ວັນເດັກໂລກ ໄດ້ຈັດຂຶ້ນໃນວັນທີ 20 ພະຈິກຂອງທຸກໆປີ ເພື່ອເປັນຂີດໝາຍຂອງການໃຫ້ສັດຕະຍາບັນໃນສົນທິສັນຍາວ່າດ້ວຍສິດທິເດັກ ແນໃສ່ສ້າງຄວາມຮັບຮູ້ກ່ຽວກັບບັນຫາສຳຄັນທີ່ສົ່ງຜົນກະທົບຕໍ່ຊີວິດຂອງເດັກ ພ້ອມນັ້ນ ຍັງເປັນການຟື້ນຟູຈາກຜົນກະທົບຂອງພະຍາດໂຄວິດ-19 ຫົວຂໍ້ຂອງການສະເຫຼີມສະຫຼອງວັນເດັກໂລກໃນປີນີ້ ຈະເນັ້ນໜັກເຖິງການມີສ່ວນຮ່ວມ ແລະ ການເປັນສວ່ນໜຶ່ງຂອງເດັກນ້ອຍ ໃນຂະບວນການຟື້ນຟູຈາກຜົນກະທົບຂອງການລະບາດຂອງພະຍາດ ເຊິ່ງກອງປະຊຸມລະດັບສູງຄັ້ງນີ້ ບັນດາພາກສ່ວນກ່ຽວຂ້ອງໄດ້ນໍາສະເໜີ ຄວາມຄືບໜ້າໃນການຈັດຕັ້ງປະຕິບັດຄຳໝັ້ນສັນຍາທີ່ຜ່ານມາ ໃນການຫຼຸດຜ່ອນຄວາມທຸກຍາກຂອງເດັກໃນລະຫວ່າງປີ 2021–2022 ພ້ອມທັງທົບທວນຄືນ ຄວາມເປັນຢູ່ຂອງເດັກນ້ອຍໃນສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ພ້ອມນັ້ນ ໄດ້ເຫັນດີເປັນເອກະພາບກັນໃນການຍົກສູງເດັກນ້ອຍ ແລະ ໄວໜຸ່ມໃຫ້ເປັນບູລິມະສິດແຫ່ງຊາດ ໃນຄວາມພະຍາຍາມແກ້ໄຂຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ແລະ ເຫັນດີໃຫ້ເລັ່ງລັດໃສ່ການຫຼຸດຜ່ອນຄວາມທຸກຍາກຂອງເດັກນ້ອຍໃນທົ່ວ 18 ແຂວງ ໃນ ສປປ ລາວ ໂດຍການເພີ່ມການລົງທຶນໃສ່ບັນດາຂົງເຂດສຳຄັນເຊັ່ນ: ການສຶກສາ ການປົກປ້ອງເດັກ ສຸຂະພາບ ໂພຊະນາການ ສຸຂາພິບານ ແລະ ການປົກປ້ອງທາງສັງຄົມ ແລະ ອື່ນໆ ນອກນີ້ ພາກສ່ວນກ່ຽວຂ້ອງຍັງໄດ້ປຶກສາຫາລືກັນຕື່ມ ກ່ຽວກັບຄໍາໝັ້ນສັນຍາສະເພາະ ແລະ ແຜນກິດຈະກໍາເພື່ອຊ່ວຍແກ້ໄຂບັນຫາທີ່ກ່ຽວຂ້ອງກັບເດັກໃນປີຕໍ່ໄປ ໃນຂະນະທີ່ເດັກນ້ອຍຍັງໄດ້ມີໂອກາດປະກອບຄໍາຄິດເຫັນ ແລະ ສະແດງຂໍ້ສະເໜີຂອງເຂົາເຈົ້າ ເພື່ອຮັບປະກັນວ່າແຜນງານເຫຼົ່ານີ້ ຈະສະທ້ອນເຖິງຄວາມຕ້ອງການຂອງເຂົາເຈົ້າຢ່າງແທ້ຈິງ. 

    ນອກຈາກກອງປະຊຸມລະດັບສູງນີ້ແລ້ວ ອົງການອຸຍນິເຊັບຍັງໄດ້ຈັດຕັ້ງຫຼາກຫຼາຍກິດຈະກຳເພື່ອສະເຫຼີມສະຫຼອງວັນເດັກໂລກ 2022 ຢູ່ ສປປ ລາວ ເຊັ່ນ: ການຍ່າງເພື່ອສຸຂະພາບ ແລະ ງານເທສະການວັນເດັກໂລກ ໃນວັນທີ 19 ພະຈິກ ເນື່ອງໃນໂອກາດວັນເດັກໂລກປີນີ້ ກົງກັບການແຂ່ງຂັນບານເຕະໂລກ ງານເທສະການວັນເດັກໂລກນີ້ ກໍຈະຈັດຂຶ້ນໃນຫົວຂໍ້ການແຂ່ງຂັນບານເຕະ ແລະ ກີລາ ໃນວັນທີ 20 ພະຈິກ ເຊິ່ງແມ່ນວັນເດັກໂລກ ເຮົາຈະມາປ່ຽນປະຕູໄຊເປັນສັນຍະລັກຂອງປະເທດໃຫ້ເປັນສີຟ້າ ເພື່ອສະເຫຼີມສະຫຼອງວັນເດັກໂລກ ແລະ ສົ່ງເສີມສິດທິເດັກໃນທົ່ວປະເທດ ນອກນີ້ ເດັກນ້ອຍກໍຍັງຈະໄດ້ມີໂອກາດສົ່ງຄໍາຄິດເຫັນ ແລະ ສະແດງຄວາມປາດຖະໜາຂອງຕົນເອງຜ່ານທາງໂທລະພາບແຫ່ງຊາດລາວ ແລະ ວິທະຍຸກະຈາຍສຽງແຫ່ງຊາດລາວ.

# ຂ່າວ – ພາບ : ຂັນທະວີ

error: Content is protected !!