ຍົກສູງການຮ່ວມມື ວຽກງານໄອຍະການໃນຂົງເຂດສາມຫຼ່ຽມຄຳ

    ກອງປະຊຸມຮ່ວມມືວຽກງານໄອຍະການໃນຂົງເຂດສາມຫຼ່ຽມຄຳ ລາວ-ໄທ-ມຽນມາ ຄັ້ງທີ II ໃນການຕ້ານ ແລະ ສະກັດກັ້ນອາຊະຍາກໍາຢາເສບຕິດ ໄດ້ຈັດຂຶ້ນໃນວັນທີ 16 -18 ພະຈິກ 2022 ທີ່ນະຄອນຫຼວງພະບາງ ແຂວງຫຼວງພະບາງ ສປປ ລາວ ເປັນປະທານຮ່ວມຂອງທ່ານ ຄຳເພັດ ສົມວໍລະຈິດ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດແຫ່ງ ສປປ ລາວ ທ່ານ ຈຸມພົນ ພັນສໍາລິດ ຮອງໄອຍະການສູງສຸດແຫ່ງລາຊະອານາຈັກໄທ ທ່ານ ນາງ ສະເວ ສະເວ ອອງຫົວໜ້າກົມກົດໝາຍສາກົນ ສໍານັກງານໄອຍະການສູງສຸດແຫ່ງສະຫະພາບ ມຽນມາ ມີ ທ່ານ ບຸນເລື່ອນ ມະນີວົງ ຮອງເຈົ້າແຂວງຫຼວງພະບາງ ພ້ອມດ້ວຍອົງການໄອຍະການບັນດາແຂວງທີ່ມີຊາຍແດນຕິດຈອດກັນຂອງສາມປະເທດເຂົ້າຮ່ວມ.

    ໃນກອງປະຊຸມຄັ້ງນີ້ ໄດ້ພ້ອມກັນທົບທວນຄືນ ການຈັດຕັ້ງປະຕິບັດຜົນຂອງກອງປະຊຸມຮ່ວມມືວຽກງານໄອຍະການໃນຂົງເຂດສາມຫຼ່ຽມຄຳ ລາວ – ໄທ – ມຽນມາ ຄັ້ງທີ I ທີ່ຈັດຂຶ້ນຢູ່ແຂວງຊຽງລາຍ ລາຊະອານາຈັກໄທ ໃນປີ 2018 ກອງປະຊຸມ ໄດ້ຮັບຟັງການນໍາສະເໜີກ່ຽວກັບພື້ນຖານທາງດ້ານກົດໝາຍທີ່ກ່ຽວຂ້ອງໃນການຕ້ານ ແລະ ສະກັດກັ້ນອາຊະຍາກໍາຢາເສບຕິດ ການສະເໜີກ່ຽວກັບກົດໝາຍ ແລະ ວິທີການຈັດຕັ້ງປະຕິບັດການຮ່ວມມືລະຫວ່າງປະເທດໃນບັນຫາອາຍາຂອງ ສປປ ລາວ ລາຊະອານາຈັກໄທ ແລະ ສະຫະພາບມຽນມາ ພ້ອມນີ້ ກອງປະຊຸມຍັງໄດ້ປຶກສາຫາຫລື ແລະ ຮ່ວມກັນຊອກຫາວິທີຮັບມື ແລະ ປາບປາມອາຊະຍາກໍາຂ້າມຊາດ ໂດຍສະເພາະ ການຄ້າ-ຂາຍຢາເສບຕິດໃນບໍລິເວນຊາຍແດນສາມຫຼ່ຽມຄໍາຢ່າງມີປະສິດທິຜົນ ແລະ ທັນການ ກອງປະຊຸມເຫັນວ່າ ບັນຫາອາຊະຍາກຳຂ້າມຊາດ ໂດຍສະເພາະ ອາຊະຍາກໍາຢາເສບຕິດ ໄດ້ກາຍເປັນບັນຫາລວມຂອງໂລກ ອັນເປັນໄພຂົ່ມຂູ່ຕໍ່ຄວາມໝັ້ນຄົງຂອງບັນດາປະເທດໃນພາກພື້ນ ແລະ ໃນໂລກ ໃນແຕ່ລະປີ ບັນຫາອາຊະຍາກໍາຢາເສບຕິດ ບໍ່ພຽງແຕ່ສ້າງຄວາມເສຍຫາຍແກ່ຊີວິດ ແລະ ຊັບສິນຂອງປະຊາຊົນຢ່າງມະຫາສານເທົ່ານັ້ນ ແຕ່ຍັງເປັນອຸປະສັກຕໍ່ການພັດທະນາເສດຖະກິດ-ສັງຄົມຂອງບັນດາປະຊາຊາດ ແລະ ການຮ່ວມມືໃນພາກພື້ນອີກດ້ວຍ ສະນັ້ນ ເພື່ອຕ້ານກັບບັນຫາອາຊະຍາກຳດັ່ງກ່າວໄດ້ຢ່າງມີປະສິດທິຜົນ ແລະ ທັນການ ຮຽກຮ້ອງໃຫ້ບັນດາປະຊາຊາດ ກໍຄືບັນດາປະເທດສະມາຊິກອາຊຽນ ຕ້ອງໄດ້ເພີ່ມທະວີການຮ່ວມມືກັນຢ່າງຮອບດ້ານ ຊຶ່ງລວມທັງການປະສານງານ ການແລກປ່ຽນຂໍ້ມູນຂ່າວສານ ແລະ ການສົ່ງເສີມຄວາມສາມາດຂອງພະນັກງານ ໂດຍຜ່ານການຈັດຕັ້ງປະຕິບັດບັນດານິຕິກໍາຕ່າງໆຂອງສາກົນ ແລະ ພາກພື້ນ ເຊັ່ນ ຖະແຫຼງການອາຊຽນວ່າດ້ວຍການສະກັດກັ້ນ ແລະ ການກວດກາອາຊະຍາກໍາຂ້າມຊາດປີ 1997 ສົນທິສັນຍາວ່າດ້ວຍການຕ້ານການກໍ່ການຮ້າຍໃນປີ 2007 ສົນທິສັນຍາອາຊຽນ ວ່າດ້ວຍການຊ່ວຍເຫຼືອຊຶ່ງກັນ ແລະ ກັນໃນບັນຫາອາຍາ ປີ 2004 ແລະ ແຜນແມ່ບົດສຳລັບເສົາຄໍ້າປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນໃຫ້ໄດ້ຮັບຜົນສຳເລັດ.

    ກອງປະຊຸມຄັ້ງນີ້ ເປັນການຍົກສູງການຮ່ວມມືວຽກງານໄອຍະການໃນຂົງເຂດສາມຫຼ່ຽມຄໍາ ໃນການຕ້ານອາຊະຍາກຳຂ້າມຊາດ ເປັນການຈັດຕັ້ງຜັນຂະຫຍາຍວິໄສທັດປະຊາຄົມອາຊຽນ ກໍຄືການຈັດຕັ້ງປະຕິບັດແຜນແມ່ບົດສໍາລັບສາມເສົາຄໍ້າປະຊາຄົມອາຊຽນ ແຜນວຽກຂໍ້ລິເລີ່ມເພື່ອການເຊື່ອມໂຍງອາຊຽນສະບັບທີ 3  ແລະ ແຜນແມ່ບົດເພື່ອການເຊື່ອມຈອດອາຊຽນ 2025 ຢ່າງມີປະສິດທິຜົນ. 

# ຂ່າວ – ພາບ : ເພັດສະໝອນ 

error: Content is protected !!