ອາເມຣິກາ ມອບລົດ ແລະ ອຸປະກອນຕ້ານຕໍ່ການລັກລອບນຳເຂົ້າສິນຄ້າໜີພາສີ ແລະ ສິ່ງຜິດກົດໝາຍ

    ພິທີມອບ-ຮັບ ລົດກະບະຟອດເຣນເຈີ ແລະ ອຸປະກອນຮັບໃຊ້ວຽກງານດ້ານການບັງຄັບໃຊ້ກົດໝາຍ ແລະ ຄຸ້ມຄອງດ່ານພາສີຊາຍແດນ ໃຫ້ກົມພາສີ ກະຊວງການເງິນ ສປປ ລາວ ໃນວັນທີ 15 ພະຈິກ 2022  ທີ່ພະແນກສືບສວນ-ສອບສວນ ແລະ ປາບປາມການລັກລອບໜີພາສີ (ພສປ) ຕາງໜ້າເຊັນມອບຂອງທ່ານ ວິນລ້ຽມ ໂຊເລ ຫົວໜ້າຫ້ອງການຕ້ານຢາເສບຕິດ ແລະ ບັງຄັບໃຊ້ກົດໝາຍ ສະຫະລັດອາເມຣິກາ ປະຈໍາ ສປປ ລາວ ແລະ ຕາງໜ້າຮັບໂດຍທ່ານ ພຸດທະນິກອນ ເຄນນະວົງ ຫົວໜ້າພະແນກຮ່ວມມືພາສີສາກົນ ກົມພາສີ ກະຊວງການເງິນ ໂດຍການເຂົ້າຮ່ວມຂອງທ່ານ ພູເຂົາຄໍາ ວັນນະວົງໄຊ ຫົວໜ້າກົມພາສີ ກະຊວງການເງິນ ແລະ ທ່ານ ປີເຕີ ເອັມ ເຮມອນ (Peter M.Haymond) ເອກອັກຄະລັດຖະທູດສະຫະລັດອາເມຣິກາ ປະຈໍາ ສປປ ລາວ ມີຫົວໜ້າ ຮອງພະແນກ ເຈົ້າໜ້າທີ່ພາສີ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

    ສຳລັບເຄື່ອງຊ່ວຍເຫຼືອທີ່ນຳມາມອບໃນຄັ້ງນີ້ ປະກອບມີ ລົດກະບະ ຟອດ ເຣນເຈີ (Ford Ranger) ຈໍານວນ 2 ຄັນ ອຸປະກອນກວດສານເສບຕິດແບບພົກພາ (Narcotic Detector) ຈໍານວນ 20 ຊຸດ ແວ່ນກວດກາໃຕ້ກ້ອງລົດ ຈໍານວນ 170 ຊຸດ ໂດຍໄດ້ຮັບການສະໜັບສະໜູນຈາກຫ້ອງການຕ້ານຢາເສບຕິດ ແລະ ບັງຄັບໃຊ້ກົດໝາຍຂອງລັດຖະບານສະຫະລັດອາເມຣິກາ ໃຫ້ກົມພາສີ ກະຊວງການເງິນ ສປປ ລາວ ພາຍໃຕ້ສັນຍາຮ່ວມມືຂອງລັດຖະບານ ສປປ ລາວ ແລະ ສະຫະລັດອາເມຣິກາ ດ້ານບັງຄັບໃຊ້ກົດໝາຍ (LOA) ທີ່ໄດ້ລົງນາມສັນຍາໃນວັນທີ 25 ກັນຍາ 2018 ທີ່ຜ່ານມາ.

    ສຳລັບລົດ ແລະ ອຸປະກອນດັ່ງກ່າວ ແມ່ນເພື່ອນໍາໃຊ້ເຂົ້າໃນການປະຕິບັດໜ້າວຽກງານຂອງເຈົ້າໜ້າທີ່ພາສີ ພສປ ເພື່ອຕ້ານການລັກສອບໜີພາສີ ແລະ ອາດຊະຍາກໍາອື່ນໆຕາມດ່ານພາສີຊາຍແດນ ສປປ ລາວ ແລະ ປາບປາມການລັກລອບສິນຄ້າ ແລະ ສິ່ງຜິດກົດໝາຍ. 

# ຂ່າວ – ພາບ : ເພັດສະໝອນ 

error: Content is protected !!