ຍີ່ປຸ່ນ ຊ່ວຍເຫຼືອໂຄງການຕິດຕັ້ງເຕົາເຜົາຂີ້ເຫຍື້ອຕິດເຊື້ອ ໃຫ້ແຂວງຫຼວງພະບາງ

    ພິທີເຊັນສັນຍາມອບ-ຮັບທຶນຊ່ວຍເຫຼືອລ້າຈາກສະຖານທູດຍີ່ປຸ່ນປະຈໍາ ສປປ ລາວ ໃນໂຄງການຕິດຕັ້ງເຕົາເຜົາຂີ້ເຫຍື້ອຕິດເຊື້ອ ຢູ່ສະໜາມກໍາຈັດຂີ້ເຫຍື້ອ ບ້ານຫຼັກ 8 ນະຄອນຫຼວງພະບາງ ຈັດຂຶ້ນວັນທີ 16 ພະຈິກ 2022 ທີ່ສະຖານເອກອັກຄະລາຊະທູດຍີ່ປຸ່ນປະຈຳ ສປປ ລາວ ຮ່ວມລົງນາມໂດຍທ່ານ ໂຄບະຢະຊິ ເຄັນອິຈິ ເອກອັກຄະລາຊະທູດຍີ່ປຸ່ນປະຈຳ ສປປ ລາວ ແລະ ທ່ານ ນາງ ໄກສອນ ແກ້ວປະເສີດ ຫົວໜ້າຫ້ອງການບໍລິການຕົວເມືອງນະຄອນຫຼວງພະບາງ ມີທ່ານ ຄຳຂັນ ຈັນທະວີສຸກ ເຈົ້າແຂວງໆຫຼວງພະບາງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. 

    ໃນພິທີທ່ານ ຄຳຂັນ ຈັນທະວີສຸກ ກ່າວວ່າ ພາຍຫຼັງທີ່ເມືອງຫຼວງພະບາງ ກໍຄືນະຄອນຫຼວງພະບາງໃນປັດຈຸບັນ ໄດ້ຖືກຮັບຮອງຈາກອົງການອຸຍແນັດສະໂກໃຫ້ເປັນເມືອງມໍລະດົກໂລກໃນປີ 1995 ເປັນຕົ້ນມາ ໄດ້ເຮັດໃຫ້ນະຄອນຫຼວງພະບາງມີຊື່ສຽງຢູ່ໃນພາກພື້ນ ແລະ ສາກົນ ເຊິ່ງແຕ່ລະປີ ໄດ້ມີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາຢ້ຽມຢາມ ທ່ຽວຊົມນະຄອນຫຼວງພະບາງນັບມື້ຫຼາຍຂຶ້ນ ແລະ ແຂວງຫຼວງພະບາງ ໄດ້ກໍານົດເອົາວຽກງານການທ່ອງທ່ຽວເປັນຂະແໜງບູລິມະສິດ ຂະແໜງການປາຍແຫຼມ ເພື່ອຂັບເຄື່ອນການພັດທະນາເສດຖະກິດ-ສັງຄົມໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ ຄຽງຄູ່ກັບການຂະຫຍາຍຕົວທາງດ້ານການທ່ອງທ່ຽວ ແລະ ເພີ່ມຂຶ້ນຂອງພົນລະເມືອງ ໄດ້ເຮັດໃຫ້ມີການຊົມໃຊ້ຊັບພະຍາກອນເພີ່ມຂຶ້ນ ມີສິ່ງເສດເຫຼືອເພີ່ມຂຶ້ນ ໃນນັ້ນ ມີທັງສິ່ງເສດເຫຼືອທີ່ເປັນອັນຕະລາຍກໍມີທ່າອ່ຽງເພີ່ມຂຶ້ນ ເປັນຕົ້ນແມ່ນຂີ້ເຫຍື້ອຕິດເຊື້ອຈາກໂຮງໝໍ ຄລີນິກຕ່າງໆ ສະນັ້ນ ຖ້າຫາກບໍ່ມີການກໍາຈັດຢ່າງຖືກຕ້ອງ ກໍຈະເກີດຜົນກະທົບຕໍ່ຜູ້ທີ່ເຮັດວຽກງານອະນາໄມຮັກສາຄວາມສະອາດໂດຍກົງ ກະທົບຕໍ່ສັດ ແລະ ຊີວິດການເປັນຢູ່ຂອງປະຊາຊົນທີ່ຢູ່ໃກ້ຄຽງກັບສະໜາມຂີ້ເຫຍື້ອ. ຜົນກະທົບດັ່ງກ່າວນີ້ ຍັງເປັນບັນຫາຄົງຄ້າງ ແລະ ເປັນສິ່ງທ້າທາຍທີ່ພວກເຮົາກໍາລັງສຸມໃສ່ຊອກຫາວິທີທາງແກ້ໄຂໃຫ້ສອດຄ່ອງ ແລະ ເໝາະສົມ ເພື່ອໃຫ້ສອດຄ່ອງກັບວິໄສທັດຂອງນະຄອນຫຼວງພະບາງທີ່ວ່າ “ສ້າງຫຼວງພະບາງໃຫ້ເປັນນະຄອນສະອາດ ສີຂຽວ ແລະ ໜ້າຢູ່ ຄຽງຄູ່ກັບການປົກປັກຮັກສາມໍລະດົກໂລກໃຫ້ຍືນຍົງ” ສະນັ້ນ ເພື່ອເຫັນໄດ້ຄວາມສຳຄັນຕໍ່ວຽກງານດັ່ງກ່າວ ລັດຖບານປະເທດຍີ່ປຸ່ນ ຈຶ່ງໃຫ້ການຊ່ວຍເຫຼືອລ້າໃນໂຄງການຕິດຕັ້ງເຕົາເຜົາຂີ້ເຫຍື້ອຕິດເຊື້ອຢູ່ສະໜາມກໍາຈັດຂີ້ເຫຍື້ອ ມູນຄ່າ 91 ກວ່າພັນໂດລາສະຫະລັດ.

.# ຂ່າວ – ພາບ : ອົ່ນ ໄຟສົມທອງ 

error: Content is protected !!