ປະຊາຊົນຜູ້ປະສົບໄພນ້ຳຖ້ວມຢູ່ເມືອງຊານໄຊ ໄດ້ຮັບການຊ່ວຍເຫຼືອ

    ໃນວັນທີ 28 ກັນຍາ 2022 ຜ່ານມາ ທ່ານນາງ ດາວວັງ ນາມສີມາ ຮອງຫົວໜ້າອົງການກາແດງແຂວງອັດຕະປື ພ້ອມຄະນະ ໄດ້ນຳເອົາເຄຶ່ອງໄປຊ່ວຍເຫຼືອບ້ານ ຈະເລີນໄຊ ເມືອງຊານໄຊ ແຂວງອັດຕະປື ຈຳນວນ 100 ຄອບຄົວ ມີ 497 ຄົນ ຍິງ 228 ຄົນ ທີ່ຖືກຜົນກະທົບຈາກໄພນ້ຳຖ້ວມຈາກພະຍຸໂນຣູ ເຄື່ອງທີ່ໄປຊ່ວຍເຫຼຶອປະກອບມີ ເຄື່ອງອຸປະໂພກ ແລະ ບໍລິໂພກ ລວມມູນຄ່າ 20.500.000 ກີບ.

    ຂ່າວໃຫ້ຮູ້ວ່າ  ວັນທີ 30 ກັນຍາ 2022 ຈະສືບຕໍ່ກະກຽມເຄື່ອງຊ່ວຍເຫຼືອໃຫ້ກອງເລຂາຄະນະກຳມະການຄຸ້ມຄອງໄພພິບັດແຂວງ ໄປຊ່ວຍເຫຼືອປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບ ໂດຍສະເພາະນ້ອງນັກຮຽນ ຢູ່ໂຮງຮຽນມັດທະຍົມສຶກສາຕອນ ຕົ້ນ ບ້ານຈະເລີນໄຊ ເມືອງຊານໄຊ ແຂວງອັດຕະປື ເຄື່ອງຊ່ວຍເຫຼືອປະກອບມີ ສາດປູ ຈຳນວນ 27 ຜືນ ເກີບນັກຮຽນຈຳນວນ 27 ຄູ່ ແປງຖູແຂ້ວຈຳນວນ 27 ກ້ານ ລວມມູນຄ່າ 6.885.000 ກີບ

error: Content is protected !!