ສອງກະຊວງ ຮ່ວມກັນສະເຫຼີມສະຫຼອງວັນຕ້ານພະຍາດວໍ້ໂລກ

    ກະຊວງກະສິກຳ ແລະ ປ່າໄມ້ ຮ່ວມກັບກະຊວງສາທາລະນະສຸກ ຈັດພິທີສະເຫຼີມສະຫຼອງວັນຕ້ານພະຍາດວໍ້ໂລກ ຄັ້ງທີ 16 ພາຍໃຕ້ຄຳຂວັນ “ ຮ່ວມແຮງຮ່ວມໃຈກັນຕ້ານພະຍາດວໍ້ ເພື່ອບໍໃຫ້ມີຜູ້ເສຍຊີວິດ ” ໃນວັນທີ 28 ກັນຍາ 2022 ທີ່ສວນເຈົ້າຟ້າງຸ່ມ ມີທ່ານນາງ ວິໄລພອນ ວໍລະພິມ ຫົວໜ້າກົມລ້ຽງສັດ ແລະ ການປະມົງ ກະຊວງກະສິກຳ ແລະ ປ່າໄມ້ ທ່ານນາງ ຣັດສະໝີ ວົງຄໍາຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ພ້ອມດ້ວຍຜູ້ຕາງໜ້າຈາກອົງການອະນາໄມ ອົງການອາຫານ ແລະ ການກະເສດປະຈໍາລາວ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

    ເພື່ອຍົກສູງສະຕິ ຄວາມຮັບຮູ້ ແລະ ເຂົ້າໃຈໃຫ້ແກ່ປະຊາຊົນ ໃນການປ້ອງກັນພະຍາດວໍ້ ເນື່ອງຈາກວ່າພະຍາດດັ່ງກ່າວເປັນພະຍາດຕິດຕໍ່ຈາກສັດສູ່ຄົນ ທີ່ມີເອກະລັກສະເພາະຂອງມັນ ພະຍາດດັ່ງກ່າວ ເປັນພະຍາດທີ່ຮ້າຍແຮງ ທີ່ເກີດຈາກການກັດຂອງສັດ (99% ມາຈາກໝາກັດ) ເມື່ອຄົນ ຫຼື ສັດເປັນພະຍາດດັ່ງກ່າວແລ້ວ ຈະເສຍຊີວິດ 100% ແຕ່ສາມາດປ້ອງກັນໄດ້ 100% ດ້ວຍການສັກວັກຊີນປ້ອງກັນພະຍາດວໍ້ ໂດຍຫຼັກການແລ້ວ ພະຍາດວໍ້ບໍ່ສາມາດຕິດຈາກຄົນສູ່ສັດໄດ້ ສະນັ້ນ ການປ້ອງກັນ ແລະ ຄວບຄຸມຈຶ່ງຂຶ້ນຢູ່ກັບການປ້ອງກັນພະຍາດວໍ້ໃນໝາ ເຊື້ອພະດັ່ງກ່າວ ສາມາດຕິດແປດໃສ່ສັດເລືອດອຸ່ນທຸກຊະນິດ ເຊັ່ນ ໝາ ແມວ ງົວ ຄວາຍ ລິງ ຊະນີຕ່າງໆ ລວມທັງຄົນ ການຕິດເຊື້ອຜ່ານທາງນ້ຳລາຍຂອງສັດທີ່ເປັນພະຍາດວໍ້ ເຂົ້າສູ່ບາດແຜ ດ້ວຍການຖືກສັດກັດ ຫຼື ຄູດ ເລຍໂດຍນ້ຳລາຍ ກະເດັນເຂົ້າທາງຜິວໜັງທີ່ມີບາດແຜ ທາງຕາ ຫຼື ທາງປາກ.

    ໃນແຕ່ລະປີ ສປປ ລາວ ມີຂໍ້ມູນລາຍງານຈາກຄົນຖືກໝາກັດ ແລະ ພົບເຊື້ອໄວຣັດວໍ້ໃນຕົວຢ່າງ ແຕ່ປີ 2012 ຫາ ກັນຍາ 2022 ມີ 318 ຄົນ ແລະ ເສຍຊີວິດ 59 ຄົນ ຕໍ່ກັບບັນຫາດັ່ງກ່າວ ລັດຖະບານລາວໄດ້ຮັບຮອງຍຸດທະສາດໃນການລົບລ້າງພະຍາດວໍ້ໃນບັນດາປະເທດອາຊຽນ ປັດຈຸບັນ ສປປ ລາວໄດ້ມີແຜນຍຸດທະສາດໃນການປ້ອງກັນ ແລະ ຄວບຄຸມພະຍາດວໍ້ແຕ່ປີ 2020- 2024 ເຊິ່ງກວມເອົາອົງປະກອບທາງດ້ານສຸຂະພາບຄົນ ສຸຂະພາບສັດ ແລະ ການປະສານງານກັບຫຼາຍຝ່າຍ ເພື່ອໃຫ້ປະສົບຜົນສໍາເລັດໃນການລົບລ້າງພະຍາດວໍ້ພາຍໃນປີ 2030 ທີ່ອົງການອະນາໄມໂລກວາງອອກ ດັ່ງນັ້ນ ດ້ວຍຄວາມເປັນຫ່ວງເປັນໄຍນໍາສຸຂະພາບຂອງຄົນ ກໍຄືສັດລ້ຽງ ສະນັ້ນ ສອງກະຊວງຈຶ່ງໄດ້ຈັດວັນໂຮມຊຸມນຸມວັນຕ້ານພະຍາດວໍ້ໂລກຂຶ້ນໃນທຸກໆປີ ພາຍໃນງານ ມີບໍລິການສັກຢາວັກຊິນກັນວໍ້ໃຫ້ສັດລ້ຽງໂດຍບໍ່ໄດ້ເສຍຄ່າ 2.000 ເຂັມ ແລະ ກິດຈະກຳອື່ນໆ.

error: Content is protected !!