ຄະນະບໍລິຫານງານພັກ ນວ ປຶກສາຫາລືຫຼາຍໜ້າວຽກສໍາຄັນ

    ກອງປະຊຸມຄົບຄະນະບໍລິຫານງານພັກ ນະຄອນຫຼວງວຽງຈັນ (ນວ) ຄັ້ງທີ 7 ສະໄໝທີ 7 ຈັດຂຶ້ນວັນທີ 27-28 ກັນຍາ 2022 ທີ່ຫ້ອງວ່າການ ນວ ເປັນປະທານຂອງສະຫາຍ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ ເລຂາຄະນະບໍລິຫານງານພັກ ປະທານສະພາປະຊາຊົນ ນວ ມີສະຫາຍ ອາດສະພັງທອງ ສີພັນດອນ ຮອງເລຂາຄະນະພັກ ເຈົ້າຄອງ ນວ ພ້ອມດ້ວຍຮອງເລຂາພັກ ຄະນະປະຈໍາພັກ ກໍາມະການພັກ ແລະ ຄະນະປະຈໍາສະພາປະຊາຊົນ ນວ ນອກນີ້ ຍັງມີເລຂາພັກເມືອງ ຄະນະພັກກອງບັນຊາການ ປກສ-ປກຊ ນວ ເລຂາ ຮອງເລຂາໜ່ວຍພັກພະແນກການ ອົງການ ກົມກອງອ້ອມຂ້າງ ນວ ເຂົ້າຮ່ວມ.

    ກອງປະຊຸມຄັ້ງນີ້ ໄດ້ພ້ອມກັນຄົ້ນຄວ້າປຶກສາຫາລື ແລະ ຕີລາຄາຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຄະນະພັກຂັ້ນຕ່າງໆ ໃນການນໍາພາຊີ້ນໍາຈັດຕັ້ງປະຕິບັດບັນດາມະຕິ ຄໍາສັ່ງ ລະບຽບກົດໝາຍຂັ້ນເທິງວາງອອກໄລຍະຜ່ານມາ ເຊິ່ງມີເນື້ອໃນຕົ້ນຕໍ ແລະ ໜ້າວຽກສໍາຄັນຄື:ບົດສະຫຼຸບຕີລາຄາການນໍາພາວຽກງານຮອບດ້ານຂອງອົງຄະນະພັກ ນວ ໃນໄລຍະ 9 ເດືອນຜ່ານມາ ແລະ ແຜນວຽກຈຸດສຸມ 3 ເດືອນທ້າຍປີ 2022 ການລາຍງານກ່ຽວກັບການກະກຽມກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາປະຊາຊົນ ນວ ຊຸດທີ 2 ສະຫຼຸບຕີລາຄາຜົນຂອງການນໍາພາວຽກງານພັດທະນາເສດຖະກິດ-ສັງຄົມ ແຜນງົບປະມານໃນໄລຍະ 9 ເດືອນຜ່ານມາ ແລະ ມາດຕະການຈັດຕັ້ງປະຕິບັດ 3 ເດືອນທ້າຍປີ 2022 ແຜນງານປ້ອງກັນໄພພິບັດທາງທໍາມະຊາດ ແລະ ແຜນຈັດຕັ້ງປະຕິບັດໂຄງການຈັດສັນການນໍາໃຊ້ທີ່ດິນ 8 ປະເພດ ການນໍາພາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃນໄລຍະຜ່ານມາ ແລະ ມາດຕະການຈັດຕັ້ງປະຕິບັດໃນໄລຍະສະເພາະໜ້າ ການສ້າງເຂື່ອນໄຟຟ້ານໍ້າງື່ມຕອນລຸ່ມ ບ້ານພ້າວ ເມືອງປາກງື່ມ ໃນຮູບແບບ BOT ການນໍາພາຈັດຕັ້ງແຜນງານ ໂຄງການແກ້ໄຂຄວາມດ້ອຍພັດທະນາພື້ນຖານໂຄງລ່າງໃນຕົວເມືອງ ແລະ ຊານເມືອງ ໂຄງການກໍ່ສ້າງທາງດ່ວນວຽງຈັນໝາຍເລກ 1 ແລະ ການຈັດຕັ້ງປະຕິບັດແຜນຜັງການພັດທະນາເຂດເສດຖະກິດບຶງທາດຫຼວງ ເມືອງໄຊເສດຖາ ນວ.

error: Content is protected !!