ທົບທວນຄືນການພັດທະນາອຸດສະຫaະກໍາການທ່ອງທ່ຽວລາວ ຄືນໃໝ່

    ກອງປະຊຸມປຶກສາຫາລື ເພື່ອທົບທວນການທ່ອງທ່ຽວຄືນໃໝ່ ເນື່ອງໃນໂອກາດວັນທ່ອງທ່ຽວໂລກ (27 ກັນຍາ) ຈັດຂຶ້ນວັນທີ 27 ກັນຍາ 2022 ຢູ່ໂຮງແຮມເມືອງແທັງ ນະຄອນຫຼວງວຽງຈັນ ໂດຍມີທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ມີບັນດາທ່ານຄະນະກົມ ຄະນະພະແນກ ຜູ້ຕາງໜ້າຈາກກະຊວງກ່ຽວຂ້ອງ ບັນດາຊ່ຽວຊານ ອົງການຈັດຕັ້ງສາກົນ ຜູ້ຕາງໜ້າຈາກພາກທຸລະກິດທ່ອງທ່ຽວ ຄູອາຈານທີ່ມາຈາກສະຖາບັນການສຶກສາ ແລະ ແຂກຖືກເຊີນເຂົ້າຮ່ວມ. 

    ໂອກາດນີ້ ທ່ານ ອຸ່ນທວງ ຂາວພັນ ກ່າວວ່າ:ດັ່ງທີ່ພວກເຮົາຮັບຮູ້ນໍາກັນແລ້ວວ່າ ການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ສົ່ງຜົນກະທົບຢ່າງໜັກໜ່ວງຕໍ່ອຸດສາຫະກໍາການທ່ອງທ່ຽວໃນພາກພື້ນ ແລະ ໃນໂລກເປັນເວລາ 2 ປີກ່ວາ ມາຮອດປັດຈຸບັນ ຫຼາຍປະເທດກໍໄດ້ຮີບກັບມາເປີດຄືນການທ່ອງທ່ຽວ ໂດຍສະເພາະປະເທດທີ່ຖືເອົາຂະແໜງການທ່ອງທ່ຽວເປັນຂະແໜງເສດຖະກິດປາຍແຫຼມ ເພື່ອກະຕຸ້ນໃຫ້ເສດຖະກິດພາຍໃນຊາດ ສາມາດຂັບເຄື່ອນໄປຂ້າງໜ້າໄດ້ຢ່າງໄວວາ.

    ສໍາລັບລັດຖະບານ ສປປ ລາວ ເຮົາ ແມ່ນພວມຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ແຕ່ສູນກາງ ຕະຫຼອດສູ່ທ້ອງຖິ່ນ ໃນນັ້ນ ຂະແໜງການທ່ອງທ່ຽວພວກເຮົາ ກໍແມ່ນວຽກໜຶ່ງທີ່ຕິດພັນກັບວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ກໍຄືລັດຖະບານ ໄດ້ເນັ້ນໃຫ້ການທ່ອງທ່ຽວເປັນຂະແໜງການຕົ້ນຕໍໃນການກະຕຸ້ນ ແລະ ຟື້ນຟູລະບົບເສດຖະກິດ ຜ່ານການຈັດຕັ້ງປະຕິບັດ ເຫັນໄດ້ວ່າ ທ່າແຮງດ້ານເສດຖະກິດປິ່ນອ້ອມການທ່ອງທ່ຽວໂດຍລວມແລ້ວ ມີການຂະຫຍາຍຕົວທີ່ດີຂຶ້ນ ສາມາດດຶງດູດສ້າງລາຍຮັບເປັນເງິນຕາຕ່າງປະເທດ ເຂົ້າສູ່ລະບົບຄັງເງິນແຫ່ງຊາດ ພ້ອມທັງສ້າງວຽກເຮັດງານທໍາ ແລະ ສ້າງລາຍຮັບໃຫ້ປະຊາຊົນບັນດາເຜົ່າ ຕັ້ງແຕ່ຕົວເມືອງໃຫຍ່ຮອດຊົນນະບົດ ເພື່ອຜັນຂະຫຍາຍວາລະແຫ່ງຊາດດັ່ງກ່າວໃຫ້ເປັນຮູບປະທໍາ ໃນໄລຍະການຟື້ນໂຕຂອງການທ່ອງທ່ຽວລາວນັ້ນ ກະຊວງ ຖວທ ຂອງພວກເຮົາ ກໍໄດ້ມີການຄົ້ນຄວ້າ ແລະ ຕົກລົງສ້າງບັນດາແຜນການຢ່າງມີຈຸດສູມ ໂດຍໄດ້ສຸມໃສ່ຟື້ນຟູ 5 ເປົ້າໝາຍຫຼັກຄື:ຟື້ນຟູເສດຖະກິດ ຟື້ນຟູຄວາມເຊື່ອໝັ້ນຂອງນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ຟື້ນຟູ-ປັບປຸງຄຸນນະພາບຂອງສະຖານທີ່ທ່ອງທ່ຽວ ຫຼືຈຸດໝາຍປາຍທາງການທ່ອງ ທ່ຽວ ໂຄສະນາການທ່ອງທ່ຽວ ໂດຍການກໍານົດຕະຫຼາດເປົ້າໝາຍຄືນໃໝ່ ແລະ ສຸມໃສ່ການໂຄສະນາດ້ວຍລະບົບເຕັກໂນໂລຊີ ການຮ່ວມມືລະຫວ່າງພາກລັດ-ທຸລະກິດ-ປະຊາຊົນທ້ອງຖິ່ນ ຫຼື PPP ເຊິ່ງກ່ອນໜ້ານັ້ນ ໃນໄລຍະທີ່ພະຍາດໂຄວິດ-19 ເລີ່ມມີທ່າທີເບົາບາງ ພວກເຮົາກໍໄດ້ມີການການກະກຽມລ່ວງໜ້າ ຫັນວິກິດເປັນໂອກາດ ໃນການພັດທະນາບຸຄະລາກອນທາງການທ່ອງທ່ຽວ ສ້າງບັນດາເອກະສານ ເປັນຕົ້ນແມ່ນຄູ່ມືແນວທາງຟື້ນຟູການທ່ອງທ່ຽວ ສປປ ລາວ ຈາກການແຜ່ລະບາດຂອງພະຍາດໂຄວິດ-19.

    ສໍາລັບປີ 2021-2025 ພາຍໃຕ້ການຮ່ວມມື ແລະ ສະໜັບສະໜູນຂອງອົງການ UNDP ປະຈໍາລາວ ນັບວ່າເປັນຄູ່ມືທີ່ເປັນປະໂຫຍດ ສາມາດໃຊ້ເປັນແນວທາງໃນການຟື້ນໂຕຄືນໃຫ້ແກ່ວຽກງານການທ່ອງທ່ຽວ ແລະ ຕໍ່ຜູ້ປະກອບການທາງດ້ານການທ່ອງທ່ຽວ ຄຽງຄູ່ກັນນັ້ນ ກໍໄດ້ມີການສ້າງບັນດາມາດຕະຖານທ່ອງທ່ຽວລາວປອດໄພ ຫຼື LAOSAFE ໂຄສະນາເພື່ອສ້າງຄວາມໝັ້ນໃຈໃຫ້ແກ່ນັກທ່ອງທ່ຽວ ຮັບຮອງໃຫ້ແກ່ການເປີດປະເທດຕ້ອນຮັບນັກທ່ອງທ່ຽວ ຫຼັງການລະບາດຂອງພະຍາດໂຄວິດ-19 ສິ້ນສຸດລົງ.

    ນັບແຕ່ເປີດປະເທດ ມາຮອດວັນທີ 30 ມິຖຸນາ 2022 ມີນັກທ່ອງທ່ຽວພາຍໃນທັງໝົດ ຈໍານວນ 756.338 ເທື່ອຄົນ ນັກທ່ອງທ່ຽວສາກົນ ຈໍານວນ 211.971 ເທື່ອຄົນ ສ້າງລາຍຮັບຈາກນັກທ່ອງທ່ຽວທັງພາຍໃນ ແລະ ສາກົນ ໄດ້ທັງໝົດປະມານ 113.126.755 ໂດລາສະຫະລັດ.

    ເຖິງຢ່າງໃດກໍຕາມ ວຽກງານການທ່ຽວທ່ຽວຂອງພວກເຮົາຍັງມີຫຼາຍຢ່າງທີ່ຍັງທ້າທາຍ ແລະ ຍັງຕ້ອງໄດ້ສືບຕໍ່ສູ້ຊົນ ຮ່ວມມືກັນຄົ້ນຄວ້າຢ່າງຮັດກຸມແບບກົງໄປກົງມາ ທົບທວນຄືນການພັດທະນາອຸດສະຫະກໍາການທ່ອງທ່ຽວລາວ ໂດຍສະເພາະພາຍຫຼັງວິກິດໂຄວິດ-19 ປຶກສາຫາລືຮ່ວມກັນ ເພື່ອທົບທວນຮູບແບບ ແລະ ວິທີການຮັບມືກັບວິກິດຕ່າງໆທີ່ອາດເກີດຂຶ້ນໃນອະນາຄົດ ເພື່ອໃຫ້ທຸກພາກສ່ວນສາມາດກ້າວຕໍ່ໄປດ້ວຍຄວາມເຂົ້າໃຈ ເຮັດແນວໃດໃຫ້ພວກເຮົາຈະບັນລຸວິໄສທັດ ແລະ ເປົ້າໝາຍຕ່າງໆ ເປັນຕົ້ນແມ່ນ ບັນດາແຜນພັດທະນາການທ່ອງທ່ຽວ ແຜນຟື້ນຟູການທ່ອງທ່ຽວ ແນວທາງນະໂຍບາຍຂອງລັດຖະບານ ການຮ່ວມມືຂອງບັນດາທຸລະກິດໃນຂະແໜງການທ່ອງທ່ຽວ ຄວາມເປັນເຈົ້າການຂອງອົງການປົກຄອງທ້ອງ ຖິ່ນ ແລະ ການສະໜັບສະໜູນຈາກອົງການຈັດຕັ້ງສາກົນ ເພື່ອຊ່ວຍໃຫ້ອຸດສະຫະກໍາການທ່ອງທ່ຽວສາ ມາດຂ້າມຜ່ານການຫັນປ່ຽນດ້ານຕ່າງໆໃຫ້ໄດ້ເປັນຢ່າງດີ ສຸມໃສ່ປັບປຸງແກ້ໄຂບັນຫາຕ່າງໆ ທີ່ເປັນອຸປະສັກກີດຂວາງ ຕໍ່ອຸດສະຫະກໍາການທ່ອງທ່ຽວ ແນ່ໃສ່ຍົກລະດັບຄຸນນະພາບການບໍລິການການທ່ອງທ່ຽວ ໃຫ້ໄດ້ມາດຕະຖານ ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ ແລະ ຮັບປະກັນວ່າການພັດທະນາການທ່ອງ ທ່ຽວໄດ້ເປັນໄປຕາມທິດສີຂຽວ ແລະ ຍືນຍົງ ຢ່າງແທ້ຈິງ.

# ຂ່າວ – ພາບ : ສີພອນ

error: Content is protected !!