ພະນັກງານຫຼັກແຫຼ່ງວຽກການເງິນ ໄດ້ຮັບເຊື່ອມຊືມດໍາລັດວ່າດ້ວຍການປົກປ້ອງເງິນຝາກ

    ກອງປະຊຸມເຜີຍແຜ່ດໍາລັດວ່າດ້ວຍການປົກປ້ອງເງິນຝາກ ຈັດຂຶ້ນໃນທ້າຍອາທິດຜ່ານມາ ທີ່ສະໂມສອນຂອງເມືອງສັງທອງ ເປັນກຽດເຂົ້າຮ່ວມເປັນປະທານ ແລະ ກ່າວເປີດພິທີມີທ່ານ ພົງສະຫວັນ ສີລິພັນ ເຈົ້າເມືອງສັງທອງ ທ່ານ ນ ແສງດາວວີ ວົງຄໍາຊາວ ກໍາມະການພັກທະນາຄານແຫ່ງ ສປປ ລາວ ຫົວໜ້າສໍານັກງານປົກປ້ອງເງິນຝາກ ມີບັນດາຮອງເລຂາພັກເມືອງ ຮອງເຈົ້າເມືອງ ຄະນະປະຈໍາພັກ ຄະນະພັກ ຫົວຫນ້າຫ້ອງການ ພ້ອມດ້ວຍຜູ້ຮັບຜິດຊອບວຽກງານການເງິນເຂົ້າຮ່ວມ.

    ທ່ານ ນັນທະວັນ ສັນຕິວົງ ຮອງຫົວໜ້າພະແນກວິເຄາະ ແລະ ການຄຸ້ມຄອງການຈ່າຍເງິນປົກປ້ອງ ໄດ້ຂື້ນເຜີຍແຜ່ດໍາລັດວ່າດ້ວຍການປົກປ້ອງເງິນຝາກ ໂດຍສະເພາະແມ່ນຄວາມເປັນມາຂອງສໍານັກງານປົກປ້ອງເງິນຝາກ ຄວາມຈໍາເປັນຂອງການສ້າງດໍາລັດວ່າດ້ວຍການປົກປ້ອງເງິນຝາກ ທີ່ຕັ້ງ ແລະ ພາລະບົດບາດຂອງສໍານັກງານປົກປ້ອງເງິນຝາກ ເຊີ່ງດໍາລັດສະບັບນີ້ ມີທັງໝົດ 10 ໝວດ ມີ 55 ມາດຕາ ຈຸດປະສົງ ກໍ່ເພື່ອກໍານົດຫຼັກການ ລະບຽບການ ແລະ ມາດຕະການກ່ຽວກັບການຄຸ້ມຄອງ ແລະ ຕິດຕາມກວດກາການເຄື່ອນໄຫວວຽກງານປົກປ້ອງເງິນຝາກ ເພື່ອຮັບປະກັນການປົກປ້ອງສິດ ແລະ ຜົນປະໂຫຍດຂອງຜູ້ຝາກເງິນ ແລະ ເພື່ອແນໃສ່ຄວາມເຊື່ອໝັ້ນໃຫ້ແກ່ສັງຄົມຕໍ່ລະບົບສະຖາບັນການເງິນປະກອບສ່ວນເຂົ້າໃນການຮັກສາສະຖຽນລະພາບ ແລະ ພັດທະນາລະບົບສະຖາບັນການເງິນຂອງ ສປປ ລາວ.

error: Content is protected !!