ກອງປະຊຸມປືກສາຫາລື ກະກຽມຄວາມພ້ອມໃນການຈັດເທສະການໝາກກ້ຽງນໍ້າບາກ ປະຈຳປີ 2022 ຈັດຂຶ້ນວັນທີ 21 ກັນຍາ ຜ່ານມາ ຢູ່ຫ້ອງວ່າການປົກຄອງເມືອງນໍ້າບາກ ໂດຍເປັນປະທານຂອງທ່ານ ບຸນທັນ ຈັນທະສັກ ຮອງເຈົ້າເມືອງນ້ຳບາກ ມີບັນດາຫ້ອງການ ພະນັກງານທີ່ຮັບຜິດຊອບ ອົງການປົກຄອງ 14 ບ້ານ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.


ໂອກາດນີ້ ທ່ານ ວັນແພງ ອຸດທະວີສັກ ຫົວໜ້າຫ້ອງວ່າການເມືອງນໍ້າບາກ ກໍໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງນ້ຳບາກ ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນຳ-ອະນຸກຳມະການຕ່າງໆ ແຜນດຳເນີນງານເທສະການໝາກກ້ຽງນ້ຳບາກ ປະຈຳປີ 2022 ໂດຍກຳນົດເປັນເວລາ 2 ວັນ ເຊິ່ງຈະມີກິດຈະກຳທີ່ຫຼວງຫຼາຍ ເປັນຕົ້ນງານວາງສະແດງຂາຍຜົນຜະລິດຂອງໝາກກ້ຽງ ການແຂ່ງຂັນຣົດຊາດໝາກກ້ຽງ ການແຂ່ງຂັນນາງສາວໝາກກ້ຽງ ງານວາງສະແດງສິນຄ້າຫັດຖະກຳແຜ່ນແພ ຍ້ອມສີທຳມະຊາດ ທີ່ເປັນເອກະລັກ ອາຫານພື້ນບ້ານ ຜະລິດຕະພັນໄຄແຜ່ນ ສະແດງສິລະປະ-ວັນນະຄະດີ ການເດີນຂະບວນກ້ອນກໍາລັງຂອງຊາວບ້ານ ຕິດພັນກັບການປູກໝາກກ້ຽງ ຂະບວນບ້ານທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມບ້ານນາຍາງໃຕ້ ແລະ ອື່ນໆ ເພື່ອເປັນການພື້ນຟູ ແລະ ສົ່ງເສີມການທ່ອງທ່ຽວ ຕິດພັນກັບການອະນຸຮັກ ແລະ ສົ່ງເສີມມູນເຊື້ອຄວາມດຸໝັ່ນຂອງຊາວກະສິກອນສວນໝາກກ້ຽງໃຫ້ມີຄວາມຍືນຍົງ.

ບັນດາຜູ້ເຂົ້າຮ່ວມ ໄດ້ປະກອບຄຳເຫັນກ່ຽວກັບຮູບແບບຂອງການຈັດງານການແຂ່ງຂັນ ແລະຂະບວນການຕ່າງໆ ເພື່ອເຮັດໃຫ້ມີຄວາມເປັນເອກະພາບ ເຮັດໃຫ້ການຈັດງານມີຄວາມເບີກບານມ່ວນຊື່ນ ຮັກສາໄດ້ເອກະລັກ ວັດທະນະທຳ ເປັນການດຶງດູດນັກທ່ອງທ່ຽວໃຫ້ມາທ່ຽວມາຊົມ ທັງເປັນການສ້າງລາຍຮັບໃຫ້ປະຊາຊົນ ຈາກນັ້ນ ຈະໄດ້ລາຍງານໜ້າວຽກແຕ່ລະໄລຍະ ມີການເຝິກຊ້ອມຂະບວນການຕ່າງໆ ໂດຍຄາດວ່າເທສະການໝາກກ້ຽງນ້ຳບາກ ຈະຈັດຂຶ້ນທ້າຍເດືອນຕຸລາ 2022.
