ທ່ານເຈົ້າຄອງ ລົງຕິດຕາມຊຸກຍູ້ວຽກງານຢູ່ເມືອງໄຊທານີ

     ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼງວຽງຈັນ (ນວ) ໄດ້ລົງພົບປະຢ້ຽມຢາມ ແລະ ຊຸກຍູ້ວຽກງານຢູ່ເມືອງໄຊທານີ  ນວ ໃນວັນທີ 26 ກັນຍາ 2022 ທີ່ສະໂມສອນເມືອງດັ່ງກ່າວ ຖືກຕ້ອນຮັບໂດຍທ່ານ ຄໍາພັນ ສຸລິຍະນັນ ຮັກສາການເຈົ້າເມືອງໄຊທານີ ມີຄະນະນໍາພັກ ອົງການປົກຄອງເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.​

    ທ່ານ ຄໍາພັນ ສຸລິຍະນັນ ໄດ້ລາຍງານສະພາບລວມການຈັດຕັ້ງປະຕິບັດວຽກງານຂອງເມືອງວ່າ :ໄລຍະຜ່ານມາ ຄະນະພັກ ອົງການປົກຄອງເມືອງໄຊທານີ ໄດ້ສຸມໃສ່ຈັດຕັ້ງປະຕິບັດວຽກງານແຕ່ລະດ້ານຢ່າງຕັ້ງໜ້າ ໂດຍສະເພາະ ການຈັດຕັ້ງ​ປະຕິບັດ​ 2 ວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງີນ ແລະ ການແກ້ໄຂບັນຫາຢາເສບຕິດຢູ່ເມືອງໄຊທານີ ກໍຄື ນວ  ຜ່ານການຈັດຕັ້ງປະຕິບັດຕົວຈິງຜ່ານມາ ເຫັນວ່າ ດ້ານການເກັບລາຍຮັບເຂົ້າງົບປະມານປີ 2022 ເມືອງໄຊທານີໄດ້ຮັບຕົວເລກເກັບລາຍຮັບເຂົ້າງົບປະມານທັງໝົດ 45,51 ຕື້ກີບ ຜ່ານການຈັດຕັ້ງປະຕິບັດມາຮອດວັນທີ 21 ກັນຍາ 2022 ປະຕິບັດໄດ້ 36,3 ຕື້ກີບ ເທົ່າກັບ 79,77 % ໄດ້ເອົາໃຈໃສ່ຊຸກຍູ້ສົ່ງເສີມການປູກພືດຜັກອິນຊີມີ 4 ກຸ່ມ ມີ 82 ຄອບຄົວ ມີເນື້ອທີ່ 55 ເຮັກຕາ ສົ່ງເສີມການປູກກະສິກຳທີ່ດີມີ 3 ກຸ່ມ 105 ຄອບຄົວ ເນື້ອທີ່ 44 ເຮັກຕາ ຊຸກຍູ້ການລ້ຽງສັດໃຫ້ເປັນກຸ່ມ ມີ 1 ກຸ່ມຟາມລ້ຽງງົວ ມີ 10 ຄອບຄົວ ມີງົວ 437 ໂຕ ວຽກງານແກ້ໄຂບັນຫາຢາເສບຕິດ ໄດ້ກວດກາບັນຊີເປົ້າໝາຍຢາເສບຕິດຄືນໃໝ່ທົ່ວເມືອງ ມີ 2.201 ຄົນ ໃນນີ້ ໄດ້ຈັບກຸ່ມເປົ້າໝາຍຊື້-ຂາຍລາຍໃຫຍ່ໄດ້ 18 ຄົນ ແກ້ໄຂ 4 ຄົນ ຂຶ້ນບັນຊີເປົ້າໝາຍຊື້-ຂາຍລາຍກາງໄດ້ 67 ຄົນ ຍິງ 10 ແກ້ໄຂ 17 ຄົນ ຍິງ 4 ຄົນ ເປົ້າໝາຍຊື້-ຂາຍລາຍຍ່ອຍ 613 ຄົນ ແກ້ໄຂ 263 ຄົນ ບັນຊີເປົ້າໝາຍເສບມີ 1.503 ຄົນ ຍິງ 46 ຄົນ ແກ້ໄຂ 858 ຄົນ ຍິງ 61 ຄົນ ນຳສົ່ງຜູ້ເຄາະຮ້າຍໄປປິ່ນປົວຢາເສບຕິດໄດ້ 10 ຄົນ ສາມາດຢຶດຢາເສບຕິດປະເພດຢາບ້າໄດ້ 1.605.687 ເມັດ ຢາໄອສ໌ 6 ກິໂລ ແລະ ກັກຕົວຜູ້ຕ້ອງຫາໄດ້ 205 ຄົນ.

    ການຈັດຕັ້ງຜັນຂະຫຍາຍມາດຖານພົ້ນທຸກ ແລະ ມາດຖານພັດທະນາປີ 2021 ໄດ້ປະເມີນຜົນການສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ຕາມ 5 ດ້ານ 47 ຕົວຊີ້ບອກ ສາມາດບັນລຸ 40 ຕົວຊີ້ບອກ ເທົ່າກັບ 85% ແລະ ປະເມີນການສ້າງບ້ານເປັນຫົວໜ່ວຍພັດທະນາຕາມ 4 ດ້ານ 30 ຕົວຊີ້ວັດ ມີ 100 ບ້ານ ເທົ່າກັບ 96,15% ບ້ານພັດທະນາທີ່ບັນລຸ 3 ດ້ານ 30 ຕົວຊີ້ວັດ ມີ 4 ບ້ານ ເທົ່າກັບ 3,84% ດ້ານການພັດທະນາພື້ນຖານໂຄງລ່າງ ໄດ້ເອົາໃຈໃສ່ໃນການຄຸ້ມຄອງເຄຫາຜັງເມືອງ ການຟື້ນຟູ ກໍ່ສ້າງເສັ້ນທາງ ແລະ ວຽກງານປິ່ນອ້ອມອື່ນໆ ອັນທີ່ພົ້ນເດັ່ນ ແມ່ນການປະກອບສ່ວນກໍ່ສ້າງ ແລະ ສ້ອມແປງທາງ ຮ່ອງລະບາຍນ້ຳ ດ້ວຍທຶນຂອງປະຊາຊົນ ແລະ ສັງຄົມມີ 12 ໂຄງການ ລວມເປັນມູນຄ່າ 5,6 ຕື້ກວ່າກີບ ຄຽງຄູ່ກັນນີ້ ກໍມີຫຼາຍໂຄງການທີ່ລັດຖະບານ ກໍຄື  ນວ ເປັນເຈົ້າຂອງໂຄງການ ກໍາລັງຢູ່ໃນໄລຍະຂອງການປະຕິບັດບໍ່ທັນສຳເລັດ ເຊິ່ງຢູ່ເມືອງໄຊທານີ ປະກອບມີໂຄງການແກ້ໄຂດິນເຂດສະຫງວນສອງຝາກທາງ 450 ປີ ທີ່ເຈົ້າຂອງດິນຈໍານວນໜຶ່ງບໍ່ມາຮັບເອົາຄ່າຊົດເຊີຍ ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ (ລວມທັງແລວທາງ ແລະ ເຂດສະຖານີ) ມີຕອນດິນຖືກຜົນກະທົບ 635 ຕອນ ຮັບເງີນໄປແລ້ວ 506 ຕອນ ຍັງບໍ່ປະກອບເອກະສານ 129 ຕອນ ໃນນີ້ ເຈົ້າຂອງທີ່ດິນບໍ່ຍອມຮັບເອົາລາຄາຄ່າຊົດເຊີຍ ພ້ອມສະເໜີຂໍຍົກລາຄາຂຶ້ນ  23 ຕອນ ຕິດຕໍ່ບໍ່ໄດ້ 104 ຕອນ ດິນລັດ 2 ຕອນ ພ້ອມນີ້  ຍັງມີໂຄງການກໍ່ສ້າງທາງດ່ວນໝາຍເລກ 1 ເຈົ້າຂອງດິນບໍ່ມາຮັບເອົາຄ່າຊົດເຊີຍ 171 ຕອນ ໂຄງການຂະຫຍາຍເນື້ອທີ່ 142 ເຮັກຕາ ຂອງນິຄົມອຸດສາຫະກຳວຽງຈັນ-ໂນນທອງ (ວີຕ້າປາກ) ຢູ່ໃນໄລຍະຂອງການຊົດເຊີຍ  ໂຄງການກໍ່ສ້າງເຂດພັດທະນານິຄົມອຸດສາຫະກຳ ແລະ ກະສິກຳທັນສະໄໝ ເນື້ອທີ່ 61 ເຮັກຕາ ຢູ່ນິຄົມອຸດສາຫະກຳ ນວ ຢູ່ໃນໄລຍະການປະຊາມະຕິຫົວໜ່ວຍທົດແທນລາຄາທີ່ດິນ ນຳເຈົ້າຂອງຕອນດິນຄືນອີກຄັ້ງໜຶ່ງ ໂຄງການກໍ່ສ້າງເຂດເຕັກໂນໂລຊີ ທັນສະໄໝສູງ ຢູ່ບ້ານດ່ານຊ້າງ ແລະ ບ້ານດອນຕິ້ວ ເນື້ອທີ່ 149 ເຮັກຕາ ໂຄງການກໍ່ສ້າງສວນສາທາລະນະມິດຕະພາບລາວ-ຫວຽດນາມ ຢູ່ສວນພືກສາສາດ ໄດ້ປະຕິບັດສໍາເລັດບາດກ້າວທີ 1 ໃນການຍົກຍ້າຍຊາວຄ້າຂາຍໜ້າຕະຫຼາດກະສິກຳດ່ານຊ້າງ 33 ຮ້ານ  ໂຄງການສຶກສາສຳຫຼວດຄວາມເປັນໄປໄດ້ທາງດ່ວນແຕ່ສົ້ນຂົວທ່າງ່ອນ (ຈຸດບ້ານໄຮ່) ຫາເມືອງທຸລະຄົມ ທາງດ່ວນ ນວ ຫາແຂວງບໍລິຄຳໄຊ ແລະ ທາງດ່ວນ ນວ ຫາຊຽງຂວາງ ຫາ ຫົວພັນ ທີ່ມີຈຸດເລີ່ມຕົ້ນຢູ່ບ້ານໂຄກສີວິໄລ ແລະ ອື່ນໆ.

    ໂອກາດນີ້ ທ່ານ ເຈົ້າຄອງ ນວ ກໍໄດ້ໃຫ້ກຽດໂອ້ລົມ ແລະ ມີຄໍາເຫັນເນັ້ນຫຼາຍບັນຫາ ໃຫ້ເມືອງໄຊທານີ ສືບຕໍ່ເອົາໃຈໃສ່ເຂົ້າໃນວຽກງານແຕ່ລະດ້ານໃຫ້ມີຜົນສຳເລັດເປັນກ້າວໆ ເປັນຕົ້ນ ໃຫ້ອົງການປົກຄອງເມືອງ ກໍຄືພາກສ່ວນກ່ຽວຂ້ອງ ສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ປະຊາຊົນເຂົ້າຮ່ວມຢ່າງຕັ້ງໜ້າ ໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເພື່ອນຳໄປສຶກສາອົບຮົມໃຫ້ລູກຫຼານຂອງຕົນຫ່າງໄກຈາກສິ່ງເສບຕິດ ຂີ້ລັກງັດແງະ ຕ້ານ ແລະ ສະກັດກັ້ນບັນດາປາກົົດການຫຍໍ້ທໍ້ໃນສັງຄົມໃຫ້ຫຼຸດລົງເທື່ອລະກ້າວ ເອົາໃຈໃສ່ຊຸກຍູ້ການຜະລິດເປັນສິນຄ້າພາຍໃນເມືອງໃຫ້ເຂັ້ມແຂງ ໂດຍສະເພາະ ການສົ່ງເສີມໃຫ້ປະຊາຊົນມີການປູກ-ການລ້ຽງ ເພື່ອຜະລິດຂາຍເປັນສິນຄ້າໃຫ້ຫຼາຍ ເພື່ອສ້າງລາຍຮັບ ແລະ ແກ້ໄຂຄວາມທຸກຍາກຂອງຄອບຄົວຂອງປະຊາຊົນ ພ້ອມນີ້ ກໍໃຫ້ເອົາໃຈໃສ່ໃນການນພັດທະນາພື້ນຖານໂຄງລ່າງຂະໜາດນ້ອຍ ແລະ ກາງຢູ່ຂັ້ນຮາກຖານໃຫ້ມີຄຸນນະພາບສູງຂຶ້ນ ດ້ານວັດທະນະທຳ ແລະ ການທ່ອງທ່ຽວ ເປັນວຽກໜຶ່ງທີ່ສຳຄັນ ໂດຍສະເພາະການສ້າງຄອບຄົວ ແລະ ບ້ານວັດທະນະທຳແບບຢ່າງ ຕ້ອງໄດ້ຍູ້ຢ່າງແຂງແຮງ ເປັນຕົ້ນ ການຊຸກຍູ້ບັນດາບ້ານ ຕ້ອງຮັບປະກັນໃຫ້ມີລະບົບໂທລະໂຄ່ງ ເພື່ອສົ່ງຂໍ້ມູນຂ່າວສານໃຫ້ປະຊາຊົນ ພັດທະນາແຫຼ່ງທອງທ່ຽວຢູ່ພາຍໃນເມືອງ ເພື່ອດຶງດູດນັກທ້ອງທ່ຽວພາຍໃນ ແລະ ຕ່າງປະເທດທີ່ມາທ່ຽວຊົມ ໃຫ້ມີຫຼາຍກິດຈະກຳ ສ່ວນບັນຫາທີ່ຍັງຄ້າງທີ່ຈະໄດ້ພ້ອມກັນສຸມໃສ່ທິດຕໍ່ໜ້ານີ້ ເປັນຕົ້ນ ການສືບຕໍ່ຫັນລົງກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານ ວຽກງານ 3 ສ້າງ ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ຕິດພັນກັບດຳລັດ 348 ຂອງລັດຖະບານວາງອອກ ໃຫ້ສາມາດສະຫຼຸບການຈັດຕັ້ງປະຕິບັດໃຫ້ໄດ້ທ້າຍປີ 2024 ເພາະປີ 2025 ຈະໄດ້ລາຍງານຕໍ່ກອງປະໃຫຍ່ຂອງລັດຖະບານ ນອກຈາກນີ້ ໃຫ້ສຸມໃສ່ສ້າງເມືອງໃຫ້ເປັນເມືອງເຂັ້ມແຂງຮອບດ້ານ ຫຼື ເປັນເມືອງທີ່ພັດທະນາ ສ້າງບ້ານ ພັດທະນາໃຫ້ໄດ້ 2/3 ຕາມທິດກຳນົດຂອງນະຄອນຫຼວງ ສ້າງບ້ານໃຫຍ່ຢູ່ຊົນນະບົດໃຫ້ມີສີສັນ ກາຍເປັນຕົວເມືອງນ້ອຍຢູ່ຊົນນະບົດ ແລະ ແກ້ໄຂຄອບຄົວທຸກຍາກໃຫ້ສຳເລັດໃນທ້າຍປີ 2024.

error: Content is protected !!