ກອງປະຊຸມໃຫຍ່ ຄັ້ງທີ III ຂອງຄະນະພັກຮາກຖານ ພະແນກ ຖວທ ນວ ໄຂຂຶ້ນຢ່າງເປັນທາງການ

     ກອງປະຊຸມໃຫຍ່ຄັ້ງທີ III ຂອງຄະນະພັກຮາກຖານ ພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວນະຄອນຫຼວງວຽງຈັນ (ຖວທ ນວ) ໄດ້ຈັດຂຶ້ນໃນວັນທີ 10 ມິຖຸນາ 2020 ທີ່ໂຮງແຮມແລນມາກ ແມ່ຂອງຣີເວີໄຊ ເປັນປະທານຂອງສະຫາຍ ນາງ ວິໄລວອນ ຈັນທະລາຕີ ຮັກສາການເລຂາຄະນະພັກຮາກຖານ ຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວນະຄອນຫຼວງວຽງຈັນ ເປັນກຽດເຂົ້າຮ່່ວມຂອງສະຫາຍ ສີຫຸນ ສິດທິລືໄຊ ຮອງເລຂາຄະນະພັກ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ມີຄະນະພັກຮາກຖານ ຄະນະໜ່ວຍພັກ ສະມາຊິກພັກ ແລະ ແຂກທີ່ຖືກເຊີນ.

    ສະຫາຍ ນາງ ວິໄລວອນ ຈັນທະລາຕີ ໄດ້ຂຶ້ນຜ່ານບົດລາຍງານການເມືອງທັງ 2 ພາກ ເຊີ່ງໄດ້ຕີລາຄາຜົນການຈັດຕັ້ງມະຕິກອງປະຊຸມໃຫຍ່ຄັ້ງທີ II (2014-2019) ແລະ ທິດທາງແຜນການແຕ່ນີ້ຮອດປີ 2025 ວ່າ: ຄະນະພັກຮາກຖານພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວນະຄອນຫຼວງວຽງຈັນ ເປັນຄະນະພັກຮາກຖານໜຶ່ງທີ່ນອນຢູ່ໃນຂົງເຂດວັດທະນະທຳ-ສັງຄົມ ພາຍໃຕ້ການຊີ້ນນຳ-ນຳພາກ່ຽວກັບວຽກງານພັກ ພະນັກງານຈາກຄະນະພັກນະຄອນຫຼວງ ແລະ ຊີ້ນຳດ້ານວິຊາການຈາກກະຊວງຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ປັດຈຸບັນມີ 8 ໜ່ວຍພັກ ມີສະມາຊິກພັກ 115 ສະຫາຍ ຍິງ 49 ສະຫາຍ ເປັນສະມາຊິກພັກສົມບູນ 98 ສະຫາຍ ໃນ 5 ປີຜ່ານມາ ສາມາດຮັກສານາມມະຍົດໜ່ວຍພັກເຂັ້ມແຂງ ຮູ້ນໍາພາຮອບດ້ານໄດ້ 5 ໜ່ວຍພັກ 5 ປີຕິດຕໍ່ກັນ ຂະຫຍາຍມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກໄດ້ 26 ສະຫາຍ ຍິງ 13 ສະຫາຍ ທັງໄດ້ຕັ້ງສ້າງແຜນກຳນົດພະນັກງານນຳພາຄຸ້ມຄອງ ບຳລຸງສ້າງພະນັກງານຮັບປະກັນສາມຮຸ້ນສາມລະດັບ ເພື່ອສືບທອດປ່ຽນແທນໃຫ້ມີຄຸນນະພາບສົມຄູ່ກັບໜ້າທີ່ການເມືອງໃນໄລຍະໃໝ່ ນອກຈາກນີ້ ຍັງໄດ້ເອົາໃຈໃສ່ໃນການສ້າງຄອບຄົວຕົວແບບດ້ານຄອບຄົົວວັດທະນະທຳໄດ້ 115 ຄອບຄົວ ຄອບຄົວປອດຄະດີ 100 ຄອບຄົວ ແລະ ຄອບຄົວແບບຢ່າງດ້ານສາທາລະນະສຸກ 89 ຄອບຄົວ.

    ຄຽງຄູ່ກັນນີ້ ຍັງໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ໂດຍສະເພາະໜັງສືພິມວຽງຈັນໃໝ່-ວຽງຈັນທຸລະກິດສັງຄົມ ວິທະຍຸໂທລະພາບ ນວ  ໃຫ້ໄດ້ຮັບການປັບປຸງຍົກສູງຄຸນນະພາບດີຂຶ້ນເທື່ອລະກ້າວ  ຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການໃນການນຳເອົາແນວທາງນະໂຍບາຍຂອງພັກ-ລັດໄປສູ່ປະຊາຊົນຄື:  ຈັດພິມໜັງສືພິມວຽງຈັນໃໝ່ແຕ່ລະວັນ 4.300 ສະບັບ ວຽງຈັນທຸລະກິດສັງຄົມ 300 ສະບັບຕໍ່ອາທິດ ອອກຂ່າວເວັບໄຊ ແລະ ອອນລາຍມີຜູ້ເຂົ້າຊົມ 1 ລ້ານກວ່າເທື່ອຄົນ ມີແຟນເຟສ 10.357 ຄົນ ພ້ອມນີ້ ນະຄອນຫຼວງ ມີ 2 ຄື້ນຄື: FM 105,5 FM 98,8 ແຕ່ລະຄື້ນອອກອາກາດ 18 ຊົ່ວໂມງຕໍ່ມື້ ແລະ ມີສະຖານີໂທລະພາບ ນວ (VTE) ສາມາດກະຈາຍໄປທົ່ວປະເທດ ແລະ ປະເທດໃກ້ຄຽງຈຳນວນໜຶ່ງ ສຳລັບວຽກງານວັດທະນະທຳ ສາມາດສ້າງຄອບຄົວວັດທະນະທຳໄດ້ 142.159 ຄອບຄົວ ເທົ່າກັບ 89,73% ຂອງຄອບຄົວທັງໝົດ ບ້ານວັດທະນະທຳໄດ້ 468 ບ້ານ ເທົ່າກັບ 97,29% ຂອງບ້ານທັງໝົດ ສ່ວນວຽກງານທ່ອງທ່ຽວ ໄດ້ຮັບການຊຸກຍູ້ສົ່ງເສີມ ແລະ ຂະຫຍາຍຕົວຢ່າງແຂງແຮງ ປະກອບສ່ວນສ້າງລາຍຮັບໃຫ້ງົບປະມານ ສັງຄົມ ແລະ ແກ້ໄຂວຽກເຮັດງານທຳໄດ້ເປັນຢ່າງດີ ໃນ 5 ປີຜ່ານມາມີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາຫຼາຍກວ່າ 10 ລ້ານເທື່ອຄົນ .

    ສຳລັບທິດທາງແຜນການຈຸດສຸມໃນຕໍ່ໜ້າ ແມ່ນໄດ້ວາງວິໄສທັດ ແລະ ຍຸດທະສາດເນັ້ນສືບຕໍ່ພັດທະນາວຽກງານຖະແຫຼງຂ່າວໃຫ້ມີຄຸນນະພາບຢ່າງຮອບດ້ານ ປັບປຸງການບໍລິການດ້ານສື່ມວນຊົມໃຫ້ມີຄວາມຫຼາກຫຼາຍທັນສະໄໝ ສາມາດເຂົ້າເຖິງຂໍ້ມູນໄດ້ຢ່າງວ່ອງໄວ ອະນຸຮັກປົກປັກຮັກສາຟື້ນຟູ ແລະ ເສີມຂະຫຍາຍມູນເຊື້ອຄຸນຄ່າມໍລະດົກ ວັດທະນະທຳອັນດີງາມຂອງຊາດໃຫ້ຍືນຍົງ ພັດທະນາ ແລະ ສົ່ງເສີມການທ່ອງທ່ຽວໃຫ້ກາຍເປັນອຸດສາຫະກຳທັນສະໄໝ ຄົບວົງຈອນ ແລະ ເປັນຂະແໜງເສດຖະກິດທີ່ສຳຄັນຂອງ ນວ ແລະ ອື່ນໆ.

    ກອງປະຊຸມຄັ້ງນີ້ ໄດ້ປ່ອນບັດເລືອກເອົາຄະນະພັກຮາກຖານພະແນກຖວທ ນວ ຊຸດໃໝ່ ເຊິ່ງມີຜູ້ລົງສະໝັກ 9 ສະຫາຍ ເລືອກເອົາ 7 ສະຫາຍ ຜ່ານການປ່ອນບັດ ເຫັນດີເປັນເອກກະສັນເລືອກເອົາສະຫາຍ ນາງ ວິໄລວອນ ຈັນທະລາຕີ ເປັນເລຂາຄະນະພັກຮາກຖານ ສະຫາຍ ຄຳຄູນ ໃບລາຕຣີ ເປັນຮອງເລຂາ ສະຫາຍ ພອນຈັນ ແພງພູວັນ ສະຫາຍ ບົວລີ ແກ້ວມະນີວັນ ສະຫາຍ ວຽງຄຳ ສີສຸວົງ ສະຫາຍ ນາງ ແກ້ວຊ້ອນ ຈັນທະນາມ ສະຫາຍ ແກ້ວວິໄລສັກ ແສນສັກດາ ເປັນຄະນະພັກຮາກຖານ ໃນນັ້ນ ໄດ້ເລືອກເອົາສະຫາຍ ບົວລີ ແກ້ວມະນີວັນ ເປັນປະທານກວດກາພັກ ສະຫາຍ ວຽງຄຳ ສີສຸວົງ ແລະ ສະຫາຍ ແກ້ວວິໄລສັກ ແສນສັກດາ ເປັນຮອງປະທານກວດກາພັກ.

    ໂອກາດນີ້ ສະຫາຍ ສີຫຸນ ສິດທິລືໄຊ ໄດ້ໃຫ້ກຽດໂອ້ລົມ ໂດຍເນັ້ນໃຫ້ຄະນະພັກຮາກຖານຊຸດໃໝ່ເອົາໃຈໃສ່ສືບຕໍ່ຄົ້ນຄວ້າເຊື່ອມຊືມແນວທາງນະໂຍບາຍຂອງພັກ ເພື່ອຜັນຂະຫຍາຍເຂົ້າໃນວຽກງານຂອງຕົນໃຫ້ປາກົດຜົນເປັນຈິງ ສ້າງກົນໄກ ແລະ ລະບຽບການເຄື່ອນໄຫວວຽກງານໃຫ້ຮັດກຸມ ເພີ່ມທະວີຄວາມສາມັກຄີເປັນເອກະພາບໃຫ້ເປັນປຶກແຜ່ນແໜ້ນໜາ ເພື່ອສ້າງພັກປອດໃສເຂັ້ມແຂງ ແລະ ໜັກແໜ້ນ ສືບຕໍ່ປັບປຸງແຜນວິທີເຮັດວຽກໃຫ້ລວມສູນປະຊາທິປະໄຕ ແລະ ມີການປະສານກັນຢ່າງກົມກຽວ ສືບຕໍ່ນຳພາສະມາຊິກພັກພະນັກງານຕີຖອຍທຸກປາກົດການຫຍໍ້ທໍ້ ແລະ ການສວຍໃຊ້ໜ້າທີ່ຕໍາແໜ່ງໄປໃນທາງທີ່ບໍ່ຖືກຕ້ອງ ສົ່ງເສີມຜູ້ທີ່ມີຜົນງານ ມີຫົວຄິດປະດິດສ້າງ ເດັດດ່ຽວປະຕິບັດວິໄນຕໍ່ຜູ້ລະເມີດລະບຽບກົດໝາຍຢ່າງເຄັ່ງຄັດ.

# ຂ່າວ & ພາບ: ເພັດສະໝອນ

error: Content is protected !!