ແຂ່ງຂັນບານເຕະມິດຕະພາບ ສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ

    ພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ (ນວ) ຮ່ວມກັບ ວິທະຍາໄລມິດຕະພາບ ວຽງຈັນ-ຮ່າໂນ້ຍ ໂຮງຮຽນ ມສ ລາວ-ຫວຽດນາມ ມປາຍ ໂຮ່ຈີມິງ ມສ ວຽງຈັນ ມສ ຫວງຽນຢູ ຈັດການແຂ່ງຂັນບານເຕະມິດຕະພາບ ຂຶ້ນວັນທີ 22 ກັນຍາ 2022 ຢູ່ເດີ່ນກີລາບານເຕະຮ່ອງຄ້າ ໂດຍມີທ່ານ ຖະໜອມ ທໍາທອງ ປະທານແນວລາວສ້າງຊາດ ນວ ທ່ານ ສົມພອນ ສອນດາລາ ຫົວໜ້າພະແນກສຶກສາທິການ ແລະ ກີລາ ນວ ມີຜູ້ຕາງໜ້າຈາກສະຖານເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈໍາ ສປປ ລາວ ສະມາຄົມການສຶກສາພາກເອກະຊົນ ຕະຫຼອດເຖິງຄູເຝິກ ນັກກີລາທຸກພາກສ່ວນເຂົ້າຮ່ວມ.

    ທ່ານ ສົມພອນ ສອນດາລາ ກ່າວວ່າ:ການແຂ່ງຂັນຄັ້ງນີ້ ເພື່ອເປັນສ້າງຂະບວນການສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ປະຈໍາປີ 2022 ແລະ ເພື່ອສະຫຼອງວັນປະຫວັດສາດການຮ່ວມມືແບບພິເສດ ລາວ-ຫວຽດນາມ ຄືວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 60 ປີ (5 ກັນຍາ 1962-5 ກັນຍາ 2022) ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວວມມື ຄົບຮອບ 45 ປີ (18 ກໍລະກົດ 1977-18 ກໍລະກົດ 2022) ໃຫ້ມີເນື້ອໃນ ແລະ ບັນຍາກາດຟົດຟື້ນມ່ວນຊື່ນໃນຂະແໜງການສຶກສາ ແລະ ກີລາ.

    ໃນນາມຄະນະຈັດການແຂ່ງຂັນບານເຕະມິດຕະພາບຄັ້ງນີ້ ໂດຍປະຕິບັດການເຄື່ອນໄຫວ ເພື່ອສະເຫຼີມສະຫຼອງສອງວັນປະຫວັດສາດ ລາວ-ຫວຽດນາມ ທີ່ຮັກຫອມແພງກັນຢ່າງກົມກຽວ ຄຽງບ່າຄຽງໄຫຼ່ຕໍ່ສູ້ກູ້ຊາດ ຕະຫຼອດຮອດການຮ່ວມມືແບບອ້າຍນ້ອງຄອບຄົວ ເພື່ອສົ່ງເສີມເຊິ່ງກັນ ແລະ ກັນ ໃນການສ້າງສາພັດທະນາປະເທດຊາດ ໄດ້ມີຄວາມຈະເລີນຮຸ່ງເຮື່ອງຈົນຮອດປັດຈຸບັນ ເພື່ອເສີມຂະຫຍາຍມູນເຊື້ອສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ລະຫວ່າງສອງປະເທດໃຫ້ງອກງາມ ມີປະສິດທິຜົນຕົວຈິງ ແລະ ຕາມແຜນຍຸດທະສາດການພັດທະນາວຽກງານການສຶກສາ-ກີລາ ແຕ່ນີ້ຮອດປີ 2025 ໃນທົ່ວ ນວ ໃຫ້ປະກົດຜົນເປັນຈິງຕາມ 3 ລັກສະນະ 5 ຫຼັກມູນ ແລະ 4 ບຸກທະລຸ ຂອງກາຍນສຶກສາ ທີ່ກະຊວງສຶກສາທິການ ແລະ ກີລາ ວາງອອກ ແນວໃດກໍຕາມ ຂໍຮຽກຮ້ອງມາບັນດາທ່ານຄະນະຮັບຜິດຊອບຈັດການແຂ່ງຂັນ ນັກກີລາທຸກຄົນ ທີ່ເຂົ້າຮ່ວມການແຂ່ງຂັນຄັ້ງນີ້ ຈົ່ງໄດ້ມີຄວາມຮັບຜິດຊອບສູງ ຕໍ່ໜ້າທີ່ຮັບຜິດຊອບຂອງຕົນ ຢຶດໝັ້ນຄວາມສາມັກຄີ ມີລະບຽບວິໄນ ບົນຫຼັກການລະບຽບກະຕິກາຂອງການແຂ່ງຂັນ ຮູ້ເສຍ-ຮູ້ຊະນະ ຮູ້ໃຫ້ອະໄພເຊິ່ງກັນ ແລະ ກັນ. ສໍາລັບການແຂ່ງຂັນບານເຕະມິດຕະພາບ ຄັ້ງນີ້ ປະກອບມີ 4 ຄະນະ ຄື:ທີມຄະນະນໍາຈາກກົມພົວພັນຕ່າງປະເທດສູນກາງພັກ ທີມຄະນະນໍາຈາກສະຖານທູດ ສສ ຫວຽດນາມ ປະຈໍາ ສປປ ລາວ ທີມຄະນະນໍາຈາກກະຊວງສຶກສາທິການ ແລະ ກີລາ ແລະ ທີມຄະນະນໍາຈາກອົງການປົກຄອງນະຄອນຫຼວງວຽງຈັນ ເຊິ່ງບັນຍາກາດການແຂ່ງຂັນ ເຕັມໄປດ້ວຍຄວາມສາມັກຄີມິດຕະພາບ..

error: Content is protected !!