ການລະບາດພະຍາດໄຂ້ຍຸງລາຍຢູ່ເມືອງຫາດຊາຍຟອງ ມີທ່າອ່ຽງຫຼຸດລົງ

    ປັດຈຸບັນ ພະຍາດໄຂ້ຍຸງກຳລັງລະບາດຢ່າງໜັກໃນຂອບເຂດທົ່ວປະເທດ ໃນນີ້ ນະຄອນຫຼວງວຽງຈັນ (ນວ) ເປັນເຂດທີ່ມີຜູ້ຕິດເຊື້ອຈຳນວນຫຼາຍ ດັ່ງນັ້ນ ອົງການປົກຄອງທຸກຂັ້ນ ຈຶ່ງໄດ້ຖືເອົາວຽກງານການສະກັດກັ້ນ ແລະ ຕ້ານພະຍາດດັ່ງກ່າວເປັນສຳຄັນ ແລະ ເປັນບຸລິມະສິດ ຈັດສັນເວລາສ້າງຂະບວນການອະນາໄມ ທໍາລາຍແຫຼ່ງເພາະພັນຍຸງລາຍທຸກໆອາທິດ ໃນສະຖານທີ່ເຮັດວຽກ ພັກອາໄສ ເມື່ອມີຄົນເປັນໄຂ້ ແມ່ນໃຫ້ໄປກວດ ແລະ ປິ່ນປົວຢູ່ໂຮງໝໍຂອງລັດ ຫ້າມບໍ່ໃຫ້ໄປກວດຕາມຄລີນິກ ຫຼື ຊື້ຢາມາກິນເອງ ແລະ ປິ່ນປົວຕົນເອງຢູ່ເຮືອນ ເພາະອາດຈະພາໃຫ້ມີອາການສົນ ແລະ ເປັນສາເຫດໃຫ້ເສຍຊີວິດໄດ້ ໃນນີ້ເມືອງຫາດຊາຍຟອງ ນວ ກໍໄດ້ສຸມໃສ່ວຽກງານດັ່ງກ່າວເຊັ່ນດຽວກັນ.

    ທ່ານ ບຸນນະໄລ ສີຫາກຸນ ຫົວໜ້າຫ້ອງການສາທາລະນະສຸກເມືອງຫາດຟາຍຟອງ ໃຫ້ສຳພາດວັນທີ 22 ກັນຍາ 2022 ໃຫ້ຮູ້ວ່າ  ພະຍາດໄຂ້ຍຸງລາຍ ກໍຄືພະຍາດໄຂ້ເລືອດອອກ ເປັນພະຍາດຕິດຕໍ່ໂດຍຍຸງເປັນພາຫະນະນຳເຊື້ອສູ່ຄົນ ໂດຍມັກລະບາດຢູ່ບັນເຂດທີ່ມີຊຸມຊົນໜາແໜ້ນ ແລ້ວຂະຫຍາຍອອກສູ່ເຂດຕ່າງໆ ນັບແຕ່ຕົ້ນປີມາຮອດປັດຈຸບັນ ທົ່ວເມືອງມີຜູ້ຕິດເຊື້ອໄຂ້ຍຸງລາຍ 1.109 ກໍລະນີ ບໍ່ມີເສຍຊີວິດ ໃນ 57 ບ້ານ ຕໍ່ກັບສະພາບການດັ່ງກ່າວ ຫ້ອງການສາທາລະນສຸກ ຮ່ວມກັບອົງການປົກຄອງເມືອງ ອາສາສະໝັກຂັ້ນບ້ານ (ອສບ) ບັນດາພາກສ່ວນກ່ຽວຂ້ອງ ໄດ້ປຸກລະດົມຂະບວນການຕ້ານພະຍາດໄຂ້ຍຸງລາຍ ດ້ວຍການໂຄສະນາຜ່ານໂທລະໂຄ່ງ ບ້ານສ້າງຂະບວນການທໍາລາຍແຫຼ່ງເພາະພັນຍຸງລາຍ ປະຕິບັດຫຼັກການ 5 ປໍ ແຕ່ລະອາທິດ ເລັ່ງໃສ່ບ້ານທີ່ມີຄົນເຈັບເປັນໄຂ້ຍຸງ ນອກນັ້ນ ຍັງໄດ້ລົງໂຄສະນາໃຫ້ນັກຮຽນຢູ່ໂຮງຮຽນປະຖົມ ມັດທະຍົມຕື່ມອີກ.

    ດ້ວຍຄວາມເອົາໃຈໃສ່ ແລະ ເປັນເຈົ້າການຂອງທຸກພາກສ່ວນມາຮອດປັດຈຸບັນ ຈໍານວນຄົນເຈັບທີ່ເປັນໄຂ້ຍຸງແມ່ນຫຼຸດລົງຫຼາຍແລ້ວ ສະເລ່ຍ 3-4 ຄົນຕໍ່ວັນທົ່ວເມືອງ ເຖິງແມ່ນຈຳນວນຜູ້ຕິດເຊື້ອຈະຫຼຸດລົງແລ້ວກໍຕາມຮຽກຮ້ອງໃຫ້ທຸກພາກສ່ວນທົ່ວສັງຄົມ ເພີ່ມຄວາມເປັນເຈົ້າການປ້ອງກັນພະຍາດໄຂ້ຍຸງລາຍດ້ວຍການປະຕິບັດ 5 ປໍ ຢ່າງເຂັ້ມງວດ ເພື່ອບໍ່ໃຫ້ເກີດການລະບາດໜັກໃນຮອບໃໝ່ ເປັນເຈົ້າການໃນການຊີ້ນຳ-ນຳພາ ແລະ ໃຫ້ການຮ່ວມມືໃນການສະກັດກັ້ນ ແລະ ຕ້ານພະຍາດໄຂ້ຍຸງລາຍ ໂດຍການນໍາໃຊ້ມາດຕະການທີ່ສຳຄັນ ຫັນເອົາການມີສ່ວນຮ່ວມ ແລະ ເປັນເຈົ້າການຂອງບຸກຄົນ ຄອບຄົວ ໃນການປະຕິບັດຫຼັກການ 5 ປ ແລະ ອຳນວຍຄວາມສະດວກໃຫ້ແກ່ທີມງານຈັດຕັ້ງປະຕິບັດ ໂດຍສະເພາະ ອສບ ທີ່ເປັນຜູ້ຕິດຕາມຢ່າງໃກ້ຊິດ ໃນການທຳລາຍແຫຼ່ງເພາະພັນຍຸງລາຍຢູ່ໃນຂັ້ນບ້ານ.

# ຂ່າວ – ພາບ : ອົ່ນ ໄຟສົມທອງ                                                     

error: Content is protected !!