ໄຊທານີ ສຶກສາອົບຮົມ-ປັບໃໝຕໍ່ຜູ້ລະເມີດຂາຍເຄື່ອງຊະຊາຍຕາມແຄມທາງ ໄດ້ 40 ຫົວໜ່ວຍ

    ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍຕາມສາຍທາງຫຼັກຂຶ້ນວັນທີ 21 ກັນຍາ 2022 ຢູ່ສະໂມສອນເມືອງດັ່ງກ່າວ ໂດຍເປັນປະທານຂອງທ່ານ ຄຳພັນ ສຸລິຍະນັນ ຮັກສາການເຈົ້າເມືອງໄຊທານີ ທ່ານ ນັນຕາ ສານຸວົງ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ມີຫົວໜ້າ-ຮອງຫົວໜ້າຫ້ອງການ ຄະນະກຳມະການຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍຂັ້ນເມືອງ  ເລຂາໜ່ວຍພັກ ນາຍບ້ານ ປກສ ແລະ ບັນດາບ້ານທີ່ຢູ່ລຽບຕາມສາຍທາງເຂດເມືອງໄຊທານີເຂົ້າຮ່ວມ,

    ໃນກອງປະຊຸມ ທ່ານ ສຸດາວົງ ນວນທາສິງ ຮອງຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າເມືອງໄຊທານີ ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານຈັດສັນຄວາມເປັນລະບຽບຮຽບຮ້ອຍໃນຕົວເມືອງໄຊທານີວ່າ: ໃນໄລຍະ 9 ເດືອນຜ່ານມາ ສາມາດລົງແກ້ໄຂ ແລະ ຈັດສັນການຂາຍເຄື່ອງຊະຊາຍຕາມແຄມທາງເຊັ່ນ: ລົດຂາຍໝາກໄມ້ ຈອດລົດຊະຊາຍ ວາງເຄື່ອງຂາຍຕາມທາງຍ່າງ ໃນນີ້ ມີເສັ້ນທາງໄກສອນ ພົມວິຫານ ເສັ້ນທາງ 450 ປີ ເສັ້ນທາງໄຟແດງດົງໂດກ-ໜອງພະຍາ ເສັ້ນທາງເລກ 10 ແລະ ເສັ້ນທາງ 13 ໃຕ້ ທີ່ກວມຢູ່ໃນຂອບເຂດເມືອງໄຊທານີ ຜ່ານການລົງຈັດຕັ້ງປະຕິບັດຕົວຈິງຂອງຄະນະກຳມະການຈັດສັນຄວາມເປັນລະບຽບຮຽບຮ້ອຍຂັ້ນເມືອງ ສາມາດເຮັດບົດບັນທຶກ ສຶກສາອົບຮົມ ກ່າວເຕືອນໄດ້ທັງໝົດ 36 ຄັ້ງ ມີ 114 ຫົວໜ່ວຍ ໄດ້ໃຊ້ມາດຕະການສຶກສາອົບຮົມ ແລະ ປັບໃໝຕໍ່ຜູ້ລະເມີດ 40 ຫົວໜ່ວຍ ຍຶດ ແລະ ປັບໃໝເຈົ້າຂອງລົດຂາຍໝາກໄມ້ຊະຊາຍຈຳນວນ 9 ຄັນ ຜ່ານການຈັດຕັ້ງປະຕິບັດເຫັນວ່າມີຫຼາຍຮ້ານໄດ້ມີການປ່ຽນແປງ ແລະ ປະຕິບັດລະບຽບຕາມຄະນະກຳມະການລົງແນະນຳ ຈຳນວນໜຶ່ງກໍໄດ້ຫຍັບຍ້າຍເຂົ້າໄປຂາຍຢູ່ສະຖານທີ່ທີ່ລັດກຳນົດໃຫ້ ໂດຍສະເພາະ ແມ່ນໄປຂາຍຢູ່ຕາມຕະຫຼາດຢ່າງເປັນລະບຽບຫຼາຍຂຶ້ນ.

(ລັດເວລາ)

error: Content is protected !!