ກອງປະຊຸມລັດຖະບານ ສະໄໝສາມັນປະຈໍາເດືອນກັນຍາ 2022

    ກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນກັນຍາ 2022 ໄດ້ດໍາເນີນວັນທີ 22-23 ກັນຍາ 2022 ທີ່ສຳນັກງານນາຍົກລັດຖະມົນຕີ ພາຍໃຕ້ການເປັນປະທານຂອງທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ມີບັນດາທ່ານຮອງນາຍົກລັດຖະມົນຕີ ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າຈາກບັນດາກະຊວງເຂົ້າຮ່ວມ.

    ສໍາລັບເນື້ອໃນຂອງກອງປະຊຸມຄັ້ງນີ້ ຈະໄດ້ພ້ອມກັນສຸມໃສ່ປຶກສາຫາລື ຄົ້ນຄວ້າ ແລະເປັນເອກະພາບຕໍ່ບັນຫາທີ່ສໍາຄັນຄື: ສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານຈຸດສຸມປະຈຳເດືອນກັນຍາ ແລະ ທິດທາງແຜນວຽກຈຸດສຸມປະຈຳເດືອນຕຸລາ 2022 ຂອງລັດຖະບານ ລາຍງານການກະກຽມຄວາມພ້ອມຮອບດ້ານໃຫ້ທ່ານນາຍົກລັດຖະມົນຕີ ຈະເດີນທາງໄປເຄື່ອນໄຫວຢ້ຽມຢາມປະເທດສິງກະໂປຢ່າງເປັນທາງການ ວັນທີ 27-28 ກັນຍາ 2022 ແລະ ກະກຽມຕ້ອນຮັບການມາຢ້ຽມຢາມຂອງການນໍາຂັ້ນສູງຂອງຕ່າງປະເທດ ລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ໄລຍະ 9 ເດືອນ ທິດທາງ 3 ເດືອນທ້າຍປີ 2022 ແລະ ທິດທາງແຜນການປີ 2023 ຮ່າງຍຸດທະສາດ ການຄຸ້ມຄອງ ການປ່ຽນແປງດິນຟ້າອາກາດແຫ່ງຊາດ ຮອດປີ 2030 ຮ່າງຍຸດທະສາດການຄຸ້ມຄອງນໍ້າ ແລະ ຊັບພະຍາກອນນໍ້າແຫ່ງຊາດ ຮອດປີ 2030 ຮ່າງຍຸດທະສາດ ການຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ຮອດປີ 2030 ແລະ ວິໄສທັດຮອດປີ 2040 ລາຍງານການຫັນເອົາຫົວໜ່ວຍວິຊາການ ທີ່ມີລາຍຮັບຈາກການຄຸ້ມຄອງບໍລິຫານ ໄປສູ່ການຄຸ້ມຄອງເປັນເຈົ້າການຕົນເອງທາງດ້ານການເງິນເທື່ອລະກ້າວ ລາຍງານກ່ຽວກັບຜົນການຈັດຕັ້ງປະຕິບັດວຽກງານຈໍານວນໜຶ່ງ ຕາມທິດຊີ້ນໍາຂອງທ່ານນາຍົກລັດຖະມົນຕີ ໃນກອງປະຊຸມລັດຖະບານສະໄໝວິສາມັນ ປະຈໍາເດືອນກັນຍາ 2022 ທີ່ຜ່ານມາ.

    ໃນກອງປະຊຸມ ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງມາຍັງບັນດາຜູ້ເຂົ້າຮ່ວມ ຈົ່ງໄດ້ພ້ອມກັນເອົາໃຈໃສ່ຄົ້ນຄວ້າ ແລະ ປະກອບຄໍາເຫັນຢ່າງເລິກເຊິ່ງ ດ້ວຍການສະເໜີທັດສະນະຢ່າງກົງໄປກົງມາ ກະທັດຮັດ ມີຈຸດສຸມ ແລະ ມີວິທີແກ້ໄຂບັນຫາທີ່ຈະແຈ້ງ ເພື່ອຮັບປະກັນໃຫ້ກອງປະຊຸມໃນຄັ້ງນີ້ມີປະສິດທິຜົນສູງ ແລະ ບັນລຸຕາມຄາດໝາຍທີ່ໄດ້ກໍານົດໄວ້..

# ຂ່າວ – ພາບ : ໄຊບັນດິດ

error: Content is protected !!