ລາວຊໍາຊຸງ ມອບໂທລະພາບໃຫ້ສະຖາບັນການທະນາຄານ

    ບໍລິສັດ ລາວຊໍາຊຸງເອເລັກໂຕຣນິກ ຈຳກັດຜູ້ດຽວ ໄດ້ມອບໂທລະພາບຊໍາຊຸງ (Smart TV) 5      ໜ່ວຍ ໃຫ້ສະຖາບັນການທະນາຄານ ໃນນັ້ນມີຂະໜາດ 65 ນີ້ວ 3 ໜ່ວຍ  ແລະ 55 ນິ້ວ  82 ນິ້ວ ຂະໜາດລະ 1 ໜ່ວຍ ລວມມູນຄ່າທັງໝົດ 260 ລ້ານກີບ ເພື່ອປະກອບສ່ວນເຂົ້າໃນພັດທະນາວຽກງານການຮຽນ-ການສອນຂອງສະຖາບັນການທະນາຄານໃຫ້ມີຄວາມສະດວກສະບາຍຫຼາຍຂຶ້ນ  ເຊິ່ງພິທີມອບ-ຮັບໄດ້ຈັດຂຶ້ນວັນທີ 9 ມິຖຸນາ 2020 ຢູ່ສະຖາບັນດັ່ງກ່າວ ຕາງໜ້າກ່າວມອບໂດຍທ່ານ ສຸພານິດ ວົງແສງທອງ ພະນັກງານສື່ການຕະຫຼາດ ບໍລິສັດ ລາວຊໍາຊຸງ ເອເລັກໂຕຣນິກ ຈຳກັດຜູ້ດຽວ ແລະ ຮັບໂດຍທ່ານນາງ ດ່ຽງຄໍາ ແສງແກ້ວມີໄຊ ຮອງຫົວໜ້າສະຖາບັນການທະນາຄານ ມີພະນັກງານທີ່ກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.

    ໃນໂອກາດນີ້ ທ່ານ ນາງດ່ຽງຄໍາ ແສງແກ້ວມີໄຊ ໄດ້ກ່າວສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນມາ ຍັງບໍລິສັດ ລາວຊໍາຊຸງ ເອເລັກໂຕຣນິກ ຈຳກັດຜູ້ດຽວ ທີ່ໄດ້ເຫັນຄວາມສໍາຄັນຂອງວຽກງານພັດທະນາການສຶກສາ ກໍຄືການມອບໂທລະພາບຈໍານວນດັ່ງກ່າວໃຫ້ສະຖາບັນການທະນາຄານ ເພື່ອເປັນເຄື່ອງມືອໍານວຍຄວາມສະດວກໃນການກະຈາຍຂໍ້ມູນການຮຽນ-ການສອນຂອງຄູອາຈານ ແລະ ນັກສຶກສາຂອງສະຖາບັນ ທັງເປັນການຍົກລະດັບດ້ານເຕັກໂນໂລຊີທີ່ທັນສະໄໝໃຫ້ຫຼາຍຂຶ້ນ.

    ສໍາລັບໂທລະພາບທີ່ຮັບການຊ່ວຍເຫຼືອຄັັ້ງນີ້ ຈະໄດ້ນໍາໄປຕິດຕັ້ງໄວ້ຕາມຈຸດຕ່າງໆຂອງສະຖາບັນເຊັ່ນ: ຢູ່ສະໂມສອນ ຫ້ອງສະໝຸດ ທະນາຄານຈໍາລອງ ຫ້ອງຂ່າວສານ ແລະ ຫ້ອງປະຊຸມຂອງຄະນະບໍລິຫານ ເພື່ອເຮັດໃຫ້ສະຖານທີ່ດັ່ງກ່າວມີຄວາມພ້ອມໃນການຮອງຮັບຂໍ້ມູນຂ່າວສານໄດ້ຢ່າງທົ່ວເຖິງ.

# ຂ່າວ & ພາບ: ລັດເວລາ

error: Content is protected !!