ສື່ມວນຊົນ ສຳເລັດການເຄື່ອນໄຫວ ເກັບກຳຂ່າວ ຢູ່ 3 ແຂວງ

ສື່ມວນ​ຊົນ​ຈາກ​ສູນ​ກາງ ສຳ​ເລັດ​ການ​ເຄື່ອນ​ໄຫວ​ຕິດ​ຕາມ​ ແລະ ເກັບ​ກໍ​າ​ຂໍ້​ມູນ​ຂ່າວ​ສານກ່ຽວ​ກັບ ວຽກ​ງານ​ການ​ສັກ​ວັກ​ຊີນ​ປ້ອງ​ກັນ​ໂຄວິດ-19 ແລະ ​ການ​ນຳ​ໃຊ້​ອຸ​ປະ​ກອນ​ໂທ​ລະ​ໂຄ່ງ LCD ລຳ​ໂພງ ທີ່​ໄດ້​ຮັບ​ການ​ຊ່ວ​ຍ​ເຫຼືອ​ຈາກ​ອົງ​ການ​ Unicef ເພື່ອ​ລາຍ​ງານ​ຂ່າວ​ກ່ຽວ​ກັບ​ປະ​ສິດ​ທິ​ຜົນ​ຂອງ​ການ​ນຳ​ໃຊ້​ອຸ​ປະ​ກອນ​ດັ່ງ​ກ່າວຢູ່​ສາມ​ແຂວງ.

ການ​ລົງ​ເຄື່ອນ​ໄຫວ​ຄັ້ງ​ນີ້ ມີ​ຂຶ້ນ​ລ​ະ​ຫວ່າງວັນ​ທີ 11-17 ກັນ​ຍາ 2022 ເຊິ່ງ​ສື່ມ​ສນ​ຊົນ​ຈາກ​ສູນ​ກາງ​ປ​ະ​ກອ​ບ​ມີ ໂທ​ລະ​ພາບ ປ​ກ​ສ ໜັງ​ສື​ພິມ​ຂ່າວ​ສານ​ປະ​ເທດ​ລາວ ໜັງ​ສື​ພິມ​ວຽງ​ຈັນ​ໃໝ່ ວິ​ທະ​ຍຸ​ນະ​ຄອນ ຫຼວງວຽງ​ຈັນ ສູນ​ການ​ແນວ​ລາວ​ສ້າງ​ຊາດ ແລະ ໜັງ​ສື​ພິມ​ເສດ​ຖະ​ກິດ-ສັງ​ຄົມ ເຊິ່ງ​ການ​ລົງ​ເຄື່ອນ​ໄຫວ​ເຮັດ​ວຽກ​ຄັ້ງ​ນີ້ ແມ່ນ​ໄດ້​ເຮັດ​ວຽກ​ຢູ່​ແຂວງ​ສາ​ລະ​ວັ​ນ ສະ​ຫວັນ​ນະ​ເຂດ ແລະ ແຂວງ​ຄຳ​ມ່ວນ ໂດຍ​ໄດ້​ຮັບການ​ສະ​ໜັບ​ສະ​ໜູນຈາກ ​ອົງ​ການ Unicef.

 ທ່ານ ນາງ ນິນ​ລະນາ ພົມ​ມະ​ຈັນ ວິ​ຊາ​ການ​ຈ​າ​ກ​ສູນ​ສື່​ສານ​ເພື່ອ​ສຸ​ຂະ​ພາບ ແລະ ສຸ​ຂະ​ສຶກ​ສາ ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ໃຫ້​ສຳ​ພາດ​ວ່າ: ການ​ລົງ​ເຄື່ອ​ນ​ໄຫວ​ຄັ້ງ​ນີ້ ສື່ມວນ​ຊົນ​ພວກ​ເຮົາ ໄດ້​ລົງ​ຕິດ​ຕາມ​ນັບ​ແຕ່​​ນຳ​ພະ​ແນກ​ສາ​ທາ​ລະ​ນະ​ສຸກ​ແຂວງ ຂະ​ແໜງອ​ະ​ນາ​ໄມ ເມືອງ ແລະ ບ້ານ​ເປົ້າ​ໝາຍ ເພື່ອປະ​ກອບ​ສ່ວນ​ໃນ​ການ​ປຸກ​ລະ​ດົມ​ໃຫ້​ຜູ້​ທີ່​ຢູ່​ໃນ​ເກນ​ອາ​ຍຸ​ເຂົ້າ​ຮ່ວມ​ຂະ​ບວນ​ສັກ​ວັກ​ຊີນ​ປ້ອງ​ກັນ​ໂຄວິດ-19 ແລະ ວັກ​ຊີນ​ຮອບ​ທົ່ວ​ໄປ ທັງ​ນີ​ກໍ​ເພື່ອ​ໃຫ້​ສາມ​າດ​ບັນ​ລຸ​ໂຕ​ເລກ​ຄ​າດ​ໝາຍ​ທີ່​ວາງ​ໄວ້ ພ້ອ​ມ​ທັງ​ຕິດ​ຕາມການ​ແຈກຢ​າຍ ການ​ນຳ​ໃຊ້​ອຸ​ປະ​ກອບ​ໃນ​ການ​ໂຄ​ສະ​ນາ​ສຸ​ຂະ​ສຶກ​ສາ​ຜ່ານ​ອຸ​ປະ​ກອບ​ທີ່​ໄດ້​ຮັບ​ການ​ຊ່ວ​ຍ​ເຫຼືອ​ຈາກ ​ອົງ​ການ Unicef ທີ່​ເປັນ​ຊ່ອງ​ທາງ​ໃນ​ການ​ໂຄ​ສະ​ນາ​ສ້າງ​ຄວາມ​ເຊື່ອ​ໝັ້ນກ່ຽວ​ກັບ​ວັກ​ຊີນ​ໃຫ້​ກັບ​ພໍ່​ແມ່ນ​ປະ​ຊາ​ຊົນ.

ຜ່ານ​ການ​ລົງ​ຕິດ​ຕາມ​ຕົວ​ຈິງ​ເຫັນ​ວ່າເຄື່ອນ​ທີ່​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຈາກ​ອົງ​ການ Unicef ໂດຍ​ຜ່ານ ສູນ​ສື່​ສານ​ເພື່ອ​ສຸ​ຂະ​ພາບ ແລະ ສຸ​ຂະ​ສຶກ​ສາ ແມ່ນ​ໄດ້​ແຈກ​ຢາຍ​ນັບ​ແຕ່​ຂັ້ນ​ແຂວງ ເມືອງ ໂຮງ​ໝໍ​ນ້ອຍ ແລະ​ ບ້ານ ເຊິ່ງ​ເຫັ​ນ​ໄດ້​ວ່າ ບາງ​ບ້ານ​ກໍ​ໄດ້​ມີ​ການ​ຕິກ​ຕັ້ງ ນຳ​ໃຊ້​ເຂົ້າ​ໃນ​ວຽກ​ງານ​ຕົວ​ຈິງ​ແລ້ວ.

ທ່ານ ນາງ ນິນ​ລະ​ນາ ພົມ​ມະ​ຈັນ ກ່າວ​ຕື່ມ​ວ່າ: ຢ່າງ​ໃດ​ກໍ​ຕາມ ຍັງ​ມີ​ເມືອງ ແລະ ບ້ານ​ຈຳ​ນວນ​ໜຶ່ງ ໄດ້​ສະ​ເໜີ​ຕໍ່​ ອົງ​ການ Unicef ເພື່ອ​ໃຫ້​ການ​ຊ່ວຍ​ເຫຼືອ​ຕື່ມ ບໍ່​ວ່າ​ຈະ​ເປັນ​ໂທ​ລະ​ໂຄ່ງ LCD ລຳ​ໂພງ ລວມ​ທັງ​ໂທ​ລະ​ທັດ​ທີ່​ຈະ​ນຳ​ຕິດ​ຕັ້ງ​ຢ່​ໂຮງ​ໝໍ ເພື່ອ​ທຳ​ນວຍ​ຄວາມ​ສະ​ດວ​ກ​ໃຫ້​ຜູ້​ເຂົ້າ​ມາ​ໃຊ້​ບໍ​ລິ​ການ ທັງ​ເປັນ​ການ​ປຸກ​ລະ​ດົມ​ໃຫ້​ປະ​ຊາ​ຊົນ​ເຂົ້າ​ເຖິງ​ຂໍ້​ມູນ​ຂ່າວ​ດ້ານ​ສາ​ທາ​ລະ​ນະ​ສຸກຫຼາຍ​ຂຶ້ນ.

ສຳ​ລັບ​ອຸ​ປະ​ກອນ​ດັ່ງ​ກ​ກ່າວ ບາງແຂວງໄດ້​ຮັບ​ແ​ລ້ວ ໂດຍ​ມ​ອບ​ໃຫ້ສູນກັກບໍລິເວນ ສ່ວນເທື່ອ​ທີ 2 ແມ່ນມອບໃຫ້ 10 ແຂວງ ​ແລະ ອີກ 8 ແຂວງກຳລັງຈັດຊື້.

error: Content is protected !!